ເຜົ່າມົ້ງລາວຍັງຖືກ ນາບຂູ່
ຊາວເຜົ່າມົ້ງ ທີ່ຕໍ່ຕ້ານ ທາງການລາວ ຍັງຄົງຖືກຈຳກັດ ພື້ນທີ່ ລົງເລື້ອຍໆ ໃນຂະນະທີ່ ອົງການ ສິດທິມະນຸດ ຮຽກຮ້ອງ ໃຫ້ສາກົນ ເຂົ້າມາຊ່ວຍ ແກ້ໄຂ.
-
ອຸ່ນແກ້ວ ສຸກສະຫວັນ
2017-12-08 -
-
-
Your browser doesn’t support HTML5 audio
ໃນວັນທີ 5 ທັນວາ, ວິທຍຸສາກົນ ຂອງຝຣັ່ງ ຫລື Radio France Internationale ໄດ້ຣາຍງານກ່ຽວກັບ ກຸ່ມເຜົ່າມົ້ງ ທີ່ຕໍ່ສູ້ຢູ່ໃນປ່າ ຫລື ເອີ້ນກັນໂດຍທົ່ວໄປວ່າ ກຸ່ມເຈົ້າຟ້າ ທີ່ກຳລັງຖືກຫະທານ ທາງການລາວປິດລ້ອມ ແລະຈຳກັດພື້ນທີ່ລົງເລື້ອຍໆ.
ໃນການຣາຍງານຂ່າວນີ້, ວິທຍຸສາກົນຂອງຝຣັ່ງ ໄດ້ອ້າງຄຳໃຫ້ສຳພາດ ຂອງເຈົ້າໜ້າທີ່ອົງການຊ່ວຍເຫລືອ ປະຊາຊົນທີ່ໄຮ້ສັນຊາດ ບໍ່ມີຜູ້ ຕາງໜ້າ ຫລື UNPO ແລະ ສື່ມວນຊົນຕ່າງປະເທດ ຜູ້ທີ່ເຂົ້າມາເຮັດຂ່າວ ເລື້ອງເຜົ່າມົ້ງ ທີ່ຕໍ່ຕ້ານທາງການລາວ.
ທ່ານ Marvin Kumetat ຜູ້ປະສານງານອົງການ UNPO ຊຶ່ງເປັນອົງການທີ່ເຮັດວຽກສົ່ງເສີມ ດ້ານປະຊາທິປະໄຕ ທີ່ມີຫ້ອງການໃຫຍ່ຢູ່ ນະຄອນບຣູເຊວ ປະເທດເບັນຢ້ຽມ ໄດ້ປະເມີນການວ່າ: ປັຈຈຸບັນມີເຜົ່າມົ້ງຈຳນວນ 2 ຫາ 3 ພັນຄົນ ຈາກທີ່ມີນໍາກັນ ທັງໝົດ10 ກຸ່ມ ທີ່ລີ້ຊ້ອນຢູ່ໃນປ່າ ທີ່ຖືກຕັດຂາດ ຈາກໂລກພາຍນອກ.
ທ່ານ David Bariain, ນັກຜລິດສາຣະຄະດີ ໂທຣະທັດ ຊາວສະເປນ ຜູ້ທີ່ເຄີຍເຂົ້າໄປ ສຳພາດ ຜູ້ນຳເຜົາມົ້ງ ຄົນນຶ່ງ ຊື່ວ່າ Chong Lor Her ທີ່ຕໍ່ສູ້ຢູ່ໃນປ່າ, ໄດ້ກ່າວຕໍ່ ວິທຍຸສາກົນ ຂອງຝຣັ່ງ ວ່າ: ຕອນທີ່ຜູ້ນຳເຜົ່າມົ້ງຄົນນີ້ ເລີ້ມເຄື່ອນໄຫວ ຕໍ່ສູ້ນັ້ນມີຄົນ ຮ່ວມຕໍ່ສູ້ 10 ພັນຄົນ, ແຕ່ປັດຈຸບັນ ເຫລືອພຽງແຕ່ 100 ເທົ່ານັ້ນ.
ນອກຈາກນີ້ ບາງແຫລ່ງຂ່າວກໍເວົ້າວ່າ ສະເພາະກຸ່ມເຜົ່າມົ້ງທີ່ຕໍ່ສູ້ຢູ່ໃນປ່າ ເລີ້ມມີການສລາຍໂຕ, ດັ່ງອາດີດ ນັກຕໍ່ສູ້ຊາວ ເຜົ່າມົ້ງ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ ໃນວັນທີ 7 ທັນວາ ນີ້ ວ່າ:
"ພວກເຮົາຄິດວ່າ ຄືບໍ່ມີນາ ຕອນນີ້ ຄືບໍ່ມີແລ້ວ ຄືຕອນນີ້ ອາ ອົງເຈົ້າຟ້າເຂົາສລາຍໂຕໝົດ ມັນບໍ່ມີແລ້ວ ຖ້າມີເຂົາກໍຢູ່ແຕ່ປ່າ ເຂົາບໍ່ກ້າມາ ເຄື່ອນໄຫວ ຢູ່ເມືອງລາວແລ້ວ ເຂົາຢູ່ແຕ່ເຂດ ເຈົ້າຟ້າຢູ່ ມັນລັຖບານລາວ ມັນຄອຍຫາເລື້ອງນາ ເຂົາຄອຍຫາວ່າ ມີບໍ່ຖືກໃຈ ແລະ ເຂົາ ຄອຍຫາເລື້ອງຄູ່ ຊູ່ມື້ນີ້ແຫລະ."
ອີງຕາມການລາຍງານ ຂອງວິທຍຸສາກົນຂອງຝຣັ່ງ, ກຸ່ມຊາວເຜົ່າມົ້ງດັ່ງກ່າວ ໄດ້ພຍາຍາມໃຫ້ຊີວິດຢູ່ລອດ ຈາກການປິດລ້ອມ ຂອງກຳລັງ ທະຫານຣັຖບານລາວ ບໍ່ວ່າຈະເປັນຜູ້ຊາຍ, ແມ່ຍິງ ແລະເດັກນ້ອຍ ຕ້ອງໄດ້ຫາເຝືອກ-ມັນ ໃບໄມ້ແລະສັດປ່າ ມາກິນເປັນອາຫານ ເພື່ອ ໃຫ້ຢູ່ລອດ ໃນແຕ່ລະວັນ.
ເຖິງຢ່າງໃດກໍຕາມ, ອົງການ UNPO ໄດ້ຮຽກຮ້ອງໃຫ້ ປະຊາຄົມສາກົນ ເຂົ້າດຳມາດຕະການ ໃດນຶ່ງ ເພື່ອໃຫ້ມີການເຄົາຣົບ ສິດທິ ຂອງກຸ່ມ ເຜົ່າມົ້ງດັ່ງກ່າວ.