ທາງການລາວຈະກວດກາ ຄົນເຖື່ອນ
2019.02.21
ທາງການລາວ ຈະເຣີ່ມກວດກາຄົນງານເຖື່ອນ ແລະຄົນຕ່າງປະເທດ ທີ່ເຂົ້າມາຢູ່ລາວ ແບບບໍ່ຖືກຕ້ອງ ໃນເດືອນມິນານີ້, ຕາມຄໍາແນະນໍາ ຂອງກົມຄຸ້ມຄອງແຮງງານ ທີ່ໃຫ້ທຸກພາກສ່ວນທົ່ວປະເທດ, ເຂັ້ມງວດກວດຄືນຢ່າງເຂັ້ມງວດ, ໂດຍສະເພາະ ຂແນງການປ້ອງກັນຄວາມ ສະຫງົບ ຫາກພົບເຫັນວ່າ, ຜູ້ໃດເຂົ້າມາແບບບໍ່ຖືກຕ້ອງ ໃຫ້ກັກຕົວໄວ້, ແລະປະສານເຣື່ອງໃຫ້ສະຖານທູດປະເທດຂອງເຂົາ ສົ່ງກັບທັນທີ. ດັ່ງຄໍາເວົ້າຂອງເຈົ້າໜ້າທີ່ ແຜນການຄຸຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ໃນວັນທີ 21 ກຸມພາ ນີ້:
“ຄົນຕ່າງປະເທດມາຢູ່ລາວ, ເຂົ້າມາແບບບໍ່ຖືກຕ້ອງ ສິກັກໂຕໄວ້ກ່ອນ, ສືບຖາມປະຫວັດອິຫຍັງຮຽບຮ້ອຍແລ້ວ, ຖ້າບໍ່ມີບັດແຮງງານ ຫຼື ເຂົ້າມາ ບໍ່ຖືກຕ້ອງ ບໍ່ມີໃບອະນຸຍາດ, ອັນນີ້ກໍຕ້ອງ ຕ້ອງໄດ້ເບິ່ງປະຫວັດໝົດເລີຍ, ກໍສິຖາມຫາຜູ້ປົກຄອງ ຖ້າສົມມຸດ ເປັນຄົນວຽດນາມ ເປັນແຮງງານວຽດນາມ ທີ່ບໍ່ຖືກກົດໝາຍ ກໍ່ສິສົ່ງໄປສະຖານທູດວຽດນາມ.”
ການກວດກາດັ່ງກ່າວມີຂຶ້ນ, ຫຼັງຈາກຫົວໜ້າກົມຄຸ້ມຄອງແຮງງານ, ໄດ້ຮ້ອງຂໍໃຫ້ຂແນງການກ່ຽວຂ້ອງ ເອົາໃຈໃສ່ກວດຄົນຕ່າງປະເທດ ໃນ ລາວຕື່ມອີກ, ໃນມື້ວັນທີ 20 ກຸມພາ ນີ້ ໃຫ້ຕິດຕາມຄົນຕ່າງປະເທດ ທີ່ເຂົ້າມາຢູ່ລາວແບບບໍ່ມີອາຊີບ, ຫາກພົບວ່າ ບໍ່ມີໃບອະນຸຍາດ, ຫຼື ເຂົ້າມາແບບຜິດກົດໝາຍ, ກໍໃຫ້ກັກຕົວແລະສອບສວນ ແລ້ວສົ່ງໃຫ້ສະຖານທູດປະເທດນັ້ນ ພ້ອມທັງໃຫ້ຜແນກແຮງງານ ແລະສວັດດີການ ສັງຄົມເຂັ້ມງວດກວດກາ, ການອອກໃບອະນຸຍາດ ໃຫ້ຄົນງານຕ່າງປະເທດ ທີ່ຈະມາລາວ ນັ້ນຕື່ມອີກ, ແລະໃຫ້ລົງກວດກາຄົນງານຕ່າງ ປະເທດ ຕາມບ່ອນພັກຄົນງານ, ຫຼືແຫຼ່ງພັກຣາຍເດືອນ ຫາກຄົນໃດບໍ່ມີໃບອະນຸຍາດ, ໃຫ້ສືບສວນເອົາໂທດນາຍຈ້າງນໍາດ້ວຍ.
ນອກຈາກນີ້ ກໍໃຫ້ຜແນກອຸດສາຫະກັມແລະການຄ້າ, ສືບຕໍ່ຂຶ້ນທະບຽນຄົນຕ່າງປະເທດ ຊຶ່ງມີຢູ່ປະມານ 11,740 ຄົນໃນແຂວງຕ່າງໆຂອງ ລາວ, ເຮັດເອກກະສານໃຫ້ສໍາເຣັດທຸກຂັ້ນຕອນ, ເພື່ອຫຼຸດຜ່ອນອາຊຍາກັມ ທີ່ຄົນຕ່າງປະເທດ ເປັນຜູ້ກະທັມຂຶ້ນ, ດັ່ງທ່ານກ່າວຕື່ມວ່າ:
“ເພາະວ່າ ຄະດີຂອງແຮງງານບໍ່ຖືກກົດໝາຍ, ທີ່ມັນເກີດຂຶ້ນເນາະ, ທີ່ວ່າແຮງງານວຽດນາມທີ່ແທງກັນ, ກໍຖືວ່າໂຫດຮ້າຍ, ເພາະວ່າໄດ້ມີ ການຂ້າກັນຕາຍ ເພາະວ່າມັນເກີດຄວາມສູນເສັຍຕໍ່ຊີວິດ, ອັນນີ້ແມ່ນເປັນຄະດີທີ່ຮຸນແຮງ.”
ກ່ຽວກັບບັນຫາຄົນຕ່າງປະເທດ ເຂົ້າມາລາວແບບຜິດກົດໝາຍ, ແລະເຂົ້າມາເຮັດແນວບໍ່ດີນັ້ນ, ນອກຈາກເຫດຄົນງານວຽດນາມ ແທງກັນ ຕາຍ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ໃນມື້ວັນທີ 7 ທັນວາ ປີກາຍແລ້ວ, ກໍຍັງມີຄົນຈີນທີ່ເຂົ້າມາຮັບແລ່ນ ເອກກະສານປອມ ແລະ ຖືກເຈົ້າໜ້າທີ່ ປກສ. ນະຄອນຫຼວງວຽງຈັນ, ຈັບໄດ້ຢູ່ເມືອງໄຊທານີ, ເມື່ອກາງເດືອນ ມົກກະຣາປີນີ້ ນໍາອີກ, ແລະ ນອກຈາກ 2 ຄະດີ ດັ່ງກ່າວແລ້ວ ກໍຍັງມີທັງການຈັບກຸມນາຍໜ້າຄົນຈີນ, ທີ່ມາຕົວະຍົວະແມ່ຍິງລາວໄປຈີນ ອອກມາເປັນບາງຄັ້ງຕລອດມາ.