EU-ລາວ ບໍ່ເວົ້າເຣື້ອງຄຣິສຈຽນ ຖືກຈັບ

ສິດນີ
2014.05.26
F-Christian ເຈົ້າໜ້າທີ່ທ້ອງຖິ່ນ ເຂົ້າຄວບຄຸມຕົວ ຊາວຄຣິສຈຽນ ທີ່ເມືອງສອງຄອນ ແຂວງສວັນນະເຂດ ໃນຂໍ້ຫາ ໃຊ້ໂບດບໍ່ມີອະນຸຍາດ
Screen shot from Lao Christians Arrested in Church Crackdown video

 

ອົງການ ສາສນາ ຄຣິສຈຽນ ສາກົນ ກ່າວວ່າ ທາງການລາວ ໄດ້ຈັບກຸມ ຊາວຄຣິສຈຽນ 11 ຄົນ ທີ່ ເມືອງ ສອງຄອນ ແຂວງ ສວັນນະເຂດ ເຖິງ ປັດຈຸບັນ ກໍຍັງ ບໍ່ຖືກປ່ອຍ ຕົວເທື່ອ.

ຜ່ານມາ ບັນຫາ ດັ່ງກ່າວ ບໍ່ໄດ້ ຖືກຍົກມາ ໂອ້ລົມ ກັນເລີຍ ໃນ ກອງປະຊຸມ ວ່າດ້ວຍ ສິດທິມະນຸດ ແລະ ການ ປົກຄອງ ແບບ ຣະບົບ ກົດຫມາຍ ໃນລາວ ຣະຫວ່າງ ເຈົ້າຫນ້າທີ່ ສະພາ ຢູໂຣບ ກັບ ເຈົ້າຫນ້າທີ່ ລາວ ທີ່ ກຸງ ບຣາສໂຊ ທັ້ງໆທີ່ ເຈົ້າຫນ້າທີ່ ຈາກ ອົງການ ສາສນາ ຄຣິສຈຽນ ສາກົນ ຫລື CSW ຮຽກຮ້ອງ ໃຫ້ມີການ ໂອ້ລົມ ກັນ ກ່ຽວກັບ ບັນຫາ ນີ້ ກັບ ສປປລາວ.

ຊາວຄຣິສຈຽນ ລາວ 11 ຄົນ ທີ່ ບ້ານປາກຊອງ ເມືອງ ສອງຄອນ ແຂວງ ສວັນນະເຂດ ຖືກຈັບ ໃນວັນທີ 11 ພຶສພາ ຜ່ານມາ ໃນ ຂໍ້ກ່າວຫາ ຈັດພິທີ ທາງ ສາສນາ ໃນ ໂບດ ທີ່ ບໍ່ໄດ້ຮັບ ອະນຸຍາດ  ຊາວບ້ານ ຜູ້ທີ່ຖືກຈັບ ຄົນອຶ່ນໆ ອີກ 12 ຄົນ ທີ່ ຮ່ວມດ້ວຍ ແມ່ຍິງ ແລະ ເດັກນ້ອຍ ນັ້ນຖືກ ປ່ອຍຕົວ ຍ້ອນຍອມ ເຊັນ ສັນຍາ ວ່າ ຈະບໍ່ຈັດ ພິທີ ທາງ ການສາສນາ ໃນ ສະຖານທີ່ ແຫ່ງ ນັ້ນອີກ.

ອົງການ ສິ້ງຊອມ ດ້ານ ສິດທິ ການ ນັບຖື ສາສນາ ສາກົນ ເວົ້າວ່າ ເຈົ້າຫນ້າທີ່ ລາວ ຮ່ວມດ້ວຍ ພໍ່ບ້ານ ຜູ້ໃຫມ່ ອ້າງວ່າ ຊາວ ຄຣິສຈຽນ ບໍ່ໄດ້ຮັບ ອະນຸຍາດ ຈັດພິທີ ໃນໂບດ ດັ່ງກ່າວ ແຕ່ ຊາວຄຣິສຈຽນ ບອກວ່າ ພວກຂະເຈົ້າ ໄດ້ຮັບ ອະນຸຍາດ ຈາກ ພໍ່ບ້ານ ຄົນເກົ່າ ໃນປີ ຜ່ານມາ ວ່າໃຫ້ ຈັດພິທີ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.