ພາກເໜືອສືບຕໍ່ແຜນສົ່ງ ຜູ້ຮ້າຍ ຂ້າມແດນ

ໄຊຍາ
2019.05.13
ແມ່ນໍ້າຂອງ ໃນເຂດ ແຂວງບໍ່ແກ້ວ ຝັ່ງລາວ ລະຫວ່າງ ແຂວງຊຽງຮາຍ ຂອງໄທ
RFA/AS

ກອງບັນຊາການ ຕໍາຣວດ 5 ແຂວງພາກເໜືອ ຂອງລາວ ຄື: ແຂວງບໍ່ແກ້ວ, ຫົວພັນ, ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ ເຂົ້າຮ່ວມ ກອງປະຊຸມ ການສົ່ງຜູ້ຮ້າຍຂ້າມແດນ ໃນກຸ່ມ 10 ປະເທດອາຊຽນ ຮວມທັງປະເທດຈີນ ເພື່ອສົ່ງໂຕຜູ້ກະທໍາຜິດ ຢູ່ປະເທດນັ້ນແລ້ວຫຼົບໜີ ມາຢູ່ ສປປລາວ ໃຫ້ກັບໄປດໍາເນີນຄະດີ ຢູ່ປະເທດນັ້ນໆຄືນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ພຶສພາ ນີ້:

"ເປັນຫຍັງ ຕ້ອງສົ່ງຜູ້ຮ້າຍຂ້າມແດນ ຍ້ອນວ່າ ຍົກຕົວຢ່າງ ຈີນ ລັກມາຕິດຄະດີ ຢູ່ລາວ ຫັ້ນນາ ທາງຍາດພີ່ນ້ອງຂະເຈົ້າຫັ້ນ ມີຄວາມ ຕ້ອງການ ຫຼືວ່າ ສາຍການຈັດຕັ້ງ ປະເທດນັ້ນຕ້ອງການ ບຸກຄົນດັ່ງກ່າວ ຖືວ່າ ບຸກຄົນດັ່ງກ່າວຫັ່ນ ມີກໍ່ກະທໍາຜິດ ຢູ່ພຸ້ນນັ້ນ ແລ້ວມາກໍ່ ຄະດີກະທໍາຜິດ ຢູ່ພີ້ຕື່ມ ກໍສາມາດ ສົ່ງຜູ້ຮ້າຍຂ້າມແດນໄດ້ ຢູ່ໃນກອງປະຊຸມ ອາຊຽນ ຢູ່ໃນສາກົນນິ່ ເພິ່ນເຫັນຄວາມສໍາຄັນ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ຂໍ້ມູນຫຼ້າສຸດ ຂອງຂແນງຄະດີອາຍາ ແຂວງບໍ່ແກ້ວ ແຕ່ປີ 2016 ມາເຖິງປັດຈຸບັນ ຕໍາຣວດສາມາດຈັບຜູ້ຮ້າຍ ຂ້າມແດນ ຄົນໄທ ນຶ່ງຄົນ ທີ່ເຮັດຜິດ ຄາຕກັມນ້ອງເມັຽ ຢູ່ໄທ ແລ້ວໜີ ມາຢູ່ລາວ, ຫຼັງຈາກນັ້ນ ທາງການລາວ ກໍໄດ້ສົ່ງໂຕກັບໄປດໍາເນີນ ຄະດີ ຢູ່ໄທ ພາຍຫຼັງທີ່ ທາງການໄທ ອອກຄໍາສັ່ງໝາຍຈັບ ຄົນຮ້າຍຂ້າມແດນຜູ້ນີ້.

ໃນຂນະທີ່ ຢູ່ແຂວງອຸດົມໄຊ ນັບແຕ່ປີ 2015 ມາເຖິງປັດຈຸບັນ ຍັງບໍ່ມີການສົ່ງໂຕຜູ້ຮ້າຍ ຂ້າມແດນກັບປະເທດ ມີພຽງແຕ່ ການໂອນມອບ ນັກໂທດ ຈີນ ແລະ ວຽດນາມ 2-3 ຄົນ ທີ່ກະທໍາຜິດຢູ່ລາວ ເປັນຕົ້ນ ລັກຊັບພົລເມືອງ, ຄ້າຢາເສບຕິດ ແລະຄາຕກັມ ສົ່ງກັບປະເທດ ພວກຂະເຈົ້າ ພາຍຫຼັງທີ່ ທາງຄອບຄົວ ຂອງຜູ້ກະທໍາຜິດ ຮ້ອງຂໍໃຫ້ສົ່ງໂຕ ມາດໍາເນີນຄະດີ ທີ່ປະເທດຂອງຕົນ, ດັ່ງເຈົ້າໜ້າທີ່ ຕໍາຣວດ ແຂວງອຸດົມໄຊ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຜູ້ຮ້າຍຂ້າມແດນ ເຂົ້າມາຢູ່ແຂວງອຸດົມໄຊ ຖືວ່າບໍ່ມີ ຜ່ານມາມີແຕ່ແບບໂອນມອບນັກໂທດ ແບບທີ່ວ່າມາກະທໍາຜິດ ລັກຊັບ, ເຄືອຂ່າຍ ຢາເສບຕິດ, ຄາຕກັມ ຖືວ່າ ຄົນຕ່າງປະເທດມາກະທໍາຜິດຢູ່ລາວ ວຽດກໍມີ, ຈີນກໍມີ ສານຕັດສິນຢູ່ ສປປລາວ ແລ້ວ, ແຕ່ວ່າ ຄອບຄົວ ຂໍເອົາໂຕນັກໂທດໄປປະຕິບັດໂທດ ຢູ່ຕ່າງປະເທດຂອງຜູ້ກ່ຽວ.”

ນັບແຕ່ປີ 2016 ມາເຖິງປັດຈຸບັນ ແຂວງ ຫຼວງນໍາທາ ແລະ ແຂວງ ຫົວພັນ ກໍຍັງບໍ່ມີ ການສົ່ງຜູ້ຮ້າຍຂ້າມແດນ ກັບຄືນປະເທດ ມີແຕ່ ນັກໂທດພະມ້າ 1 ຄົນ ເຮັດຜິດ ໃນຄະດີຢາເສບຕິດ ແລະ ນັກໂທດວຽດນາມ 2-3 ຄົນ ເຮັດຜິດໃນຄະດີ ສໍ້ໂກງຊັບ ພົລເມືອງ ຢູ່ລາວ ແລະ ຍັງບໍ່ທັນມີຄໍາຮ້ອງ ໃຫ້ມີການມອບໂອນ ນັກໂທດທີ່ກະທໍາຜິດນີ້ ກັບໄປດໍາເນີນຄະດີ ທີ່ປະເທດ ຂອງພວກຂະເຈົ້າເທື່ອ.

ສໍາລັບ ເຣື້ອງຄະດີ ການສົ່ງຜູ້ຮ້າຍ ຂ້າມແດນ ໃນກຸ່ມ 10 ປະເທດ ອາຊຽນ ຮ່ວມດ້ວຍຈີນນັ້ນ ຕົວຢ່າງ ຄະດີ ໃນທ້າຍປີ 2011 ທ້າວໜໍ່ຄໍາ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຂ້າລູກເຮືອຈີນ 13 ຄົນ ໃນເຂດ ສາມຫຼ່ຽມຄໍາ ຖືກຕໍາລາວຈັບໄດ້ ແລ້ວສົ່ງກັບ ໄປໃຫ້ ທາງການຈີນ ດໍາເນີນຄະດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.