ບາງບ້ານຢູ່ລາວຫ້າມແຈກ ຄໍາພີ
2015.10.21
ທາງການ ລາວ ມີ ຣະບຽມ ຫ້າມ ບໍ່ໃຫ້ ແຈກຢາຍ ຫນັງສື ເຜີຍແຜ່ ສາສນາ ຄຣິສ ຫຼື ພຣະຄຳພີ ໃນທີ່ ສາທາຣະນະ ຍ້ອນວ່າ ຖືວ່າ ເປັນການ ໂຄສະນາ ຊວນເຊື່ອ. ສະນັ້ນ ການເຜີຍແຜ່ ສາສນາ ຄຣິສ ໃນ ປະເທດ ລາວ ຈຶ່ງ ຕ້ອງໃຊ້ ວິທີ ແນະນຳ ແບບ ປາກຕໍ່ປາກ ຫຣື ແຈກຢາຍ ຫນັງສື ພຣະຄໍາພີ ຕອນ ເຂົ້າໂບດ ເທົ່ານັ້ນ. ອິງຕາມ ຄໍາເວົ້າ ຂອງ ອາຈານ ສອນ ສາສນາ ຄຣິສ ທ່ານນຶ່ງ ໃນ ນະຄອນຫຼວງ ວຽງຈັນ:
"ຖ້າເຮົາສອນ ກັນ ຢູ່ພາຍໃນ ບໍ່ມີ ປັນຫາ. ແຕ່ ໄປແຈກ ຕາມ ສະຖານທີ່ ສາທາຣະນະ ນັ້ນ ພວກເພິ່ນ ບໍ່ ອະນຸຍາດ ໃຫ້ ມັນ ເປັນການ ເຮັດຄ້າຍໆ ວ່າເຮົາໄປ ຊວນ ຜູ້ອື່ນ ໄປ ໂຄສະນາ ວ່າ ຕົວເອງດີ ຜູ້ອື່ນ ບໍ່ດີ, ແຕ່ ພວກເຮົາ ກໍມີ ວິທີ ຄືວ່າ ໄປຫາ ຄົນທີ່ເຮົາ ຮັກແພງ ພວກເຮົາ ກະເຮັດ ເພາະວ່າ ພວກເຮົາ ເຮັດງານ ຂອງ ພຣະເຈົ້າ”.
ສ່ວນ ກໍຣະນີ ທີ່ວ່າ ປະຊາຊົນ ຖືກ ກີດກັນ ບໍ່ໃຫ້ ນັບຖື ສາສນາ ຄຣິສ ນັ້ນ ອາຈານ ສອນ ສາສນາ ທ່ານນີ້ ກ່າວວ່າ ມີແຕ່ຢູ່ ຕ່າງແຂວງ ຫຼື ເຂດ ຊົນນະບົດ ເທົ່ານັ້ນ ຍ້ອນວ່າ ເຈົ້າຫນ້າທີ່ ທ້ອງຖິ່ນ ຍັງບໍ່ ເຂົ້າໃຈດີ ຣັຖທັມນູນ ເຣື້ອງ ເສຣີພາບ ໃນການ ເຊື່ອຖື ສາສນາ ຫລື ບາງ ກໍຣະນີ ກະ ບໍ່ພໍໃຈ ທີ່ຄົນ ໃນ ຊຸມຊົນ ປ່ຽນໄປ ນັບຖື ສາສນາ ອື່ນ. ຈຶ່ງ ພຍາຍາມ ສ້າງ ເງື່ອນໄຂ ຂື້ນມາ ກໍມີ:
“ຍ້ອນ ຄວາມ ບໍເຂົ້າໃຈ ຂອງ ອຳນາດ ການ ປົກຄອງ ຕໍ່ຊາວ ຜູ້ເຊື່ອຖື ເຮົາເອງ. ຄ້າຍໆ ກັບວ່າ ຄອບຄົວ ເຈົ້າກົກ ເຈົ້າເລົ່າ ຫຼືຄົນ ໃນບ້ານ ເພິ່ນວ່າ ຖ້າເຈົ້າ ຢາກ ນະມັສການ ກໍໄປ ນະມັສການ ບ່ອນ ເຂົາມີແລ້ວ ຢູ່ໃນເມືອງ ພູ້ນ ເພິ່ນ ກໍບອກ ຈັ່ງຊີ້. ເນື່ອງຈາກ ຄວາມ ບໍ່ພໍໃຈ ເພິ່ນ ກະໄລ່ຫນີ ຈາກບ້ານ ກໍມີ ມ້າງເຮືອນ ກໍມີ ຄ້າຍໆກັບ ກັກ ບໍຣິເວນ ບໍ່ໃຫ້ໄປ ພົວພັນ ກັບໃຜ ມັນເປັນ ບາງບ່ອນ”.
ຢ່າງໃດ ກໍຕາມ ອາຈານ ສອນ ສາສນາ ທ່ານນີ້ ອະທິບາຍ ເພີ້ມວ່າ ຕາມ ທັມມະດາ ແລ້ວ ໃນ ນະຄອນຫຼວງ ວຽງຈັນ ຫຼື ຫົວເມືອງ ໃຫຍ່ ຈະ ບໍຄ່ອຍມີ ປັນຫາ ແບບ ນີ້. ທາງການ ອະນຸຍາດ ໃຫ້ຊາວ ຄຣິສຕຽນ ປະກອບ ພິທີ ຕາມໂບດ ໄດ້ ຕາມ ປົກກະຕິ, ເຊັ່ນ ຕົວຢາງ ເມື່ອອາທິດ ທີ່ ຜ່ານມາ ຕົວແທນ ສາສນາ ຕ່າງໆ ກໍໄດ້ໄປ ຮ່ວມ ກອງປະຊຸມ ກັບ ການນຳ ຣະດັບ ນະໂຍບາຍ ສລຸບ ວຽກງານ ປະຈຳປີ ພ້ອມ ວາງແຜນ ຈັດຕັ້ງ ປະຕິບັດ ງານ ດ້ານ ສາສນາ ໃນ ປີຫນ້າ ຕໍ່ໄປ.