ເດັກນ້ອຍລາວທີ່ບໍ່ໄດ້ ເຂົ້າຮຽນ ອະນຸບານ
2019.01.03
ສປປລາວ ຍັງປະເຊີນກັບຄວາມຫຍູ້ງຍາກ ຫລາຍຢ່າງທີ່ເຮັດໃຫ້ເດັກນ້ອຍລາວ ວັຍອານຸບານຈຳນວນບໍ່ໜ້ອຍ ບໍ່ໄດ້ເຂົ້າໂຮງຮຽນ ເຖິງ ແມ່ນວ່າແຜນພັທນາສ່ວນນຶ່ງ ຂອງກະຊວງສືກສາທິການ ແລະກິລາ ຂອງລາວ ໄດ້ກໍານົດໄວ້ວ່າ ຈະເຮັດໃຫ້ເດັກນ້ອຍ ທຸກຄົນທົ່ວປະເທດ ບໍ່ວ່າຈະຢູ່ໃນຕົວເມືອງ ຫລື ຊົນນະບົດ ໄດ້ເຂົ້າໂຮງຮຽນ ຈົນຈົບຊັ້ນປະຖົມສົມບູນ 5 ປີ ໃນສົກຮຽນປີ 2018-19 ນີ້ກໍຕາມ.
ນັ້ນຄືສ່ວນນຶ່ງຂອງເປົ້າໝາຍພັທນາການສຶກສາ ທີ່ເວົ້າກັນຢູ່ກອງປະຊຸມ ຜູ້ບໍຣິຫານການສຶກສາ ແຫ່ງຊາດ ປະຈຳປີກ່ຽວກັບການປັບປຸງ ມາຕຖານການສຶກສາ ຊຶ່ງຖືກຈັດຂຶ້ນ ຢູ່ແຂວງ ບໍລິຄໍາໄຊ ເມື່ອໄວໆມານີ້ ໂດຍມີເປົ້າໝາຍປັບປຸງ ອັດຕຣາການເຂົ້າ ໂຮງຮຽນຂອງ ເດັກນ້ອຍ, ການລຶບລ້າງຄວາມບໍ່ຮູ້ໜັງສື ແລະການແກ້ໄຂບັນຫາຕ່າງໆ ທີ່ຄຣູປະເຊີນຢູ່ ແລະສ້າງເງື່ອນໄຂ ໃຫ້ເດັກນ້ອຍຊົນນະບົດ ໄດ້ເຂົ້າໂຮງຮຽນ ຊຶ່ງບັນຫາສຳຄັນ ທີ່ຈະຕ້ອງໄດ້ປະຕິບັດກ່ອນໝູ່ ຄືການຂຍາຍການສຶກສາ ຊັ້ນອະນຸບານ ສຳລັບເດັກນ້ອຍ ອາຍຸຣະຫວ່າງ 3 ຫາ 5 ປີ ເພື່ອໃຫ້ພວກເຂົາ ໄດ້ເລີ່ມເຂົ້າໂຮງຮຽນ ແລະພັທນາຕົນເອງແຕ່ຫົວທີ. ຕາມຣາຍງານຂ່າວ ວຽງຈັນທາມ ໃນມື້ວັນທີ 19 ຕຸລາ 2018.
ແຕ່ໃນພາກຕົວຈິງ ແຜນການວ່ານັ້ນ ອາດຈະປະຕິບັດໄດ້ຍາກ ຢູ່ເຂດຊົນນະບົດ ຂອງແຂວງຕ່າງໆ ບ່ອນທີ່ຫົນທາງບໍ່ຄ່ອຍໄປຮອດໄປເຖິງ ປະຊາຊົນສ່ວນໃຫຍ່ ທຸກຍາກ ແລະຢູ່ກັນແບບກະແຈກກະຈາຍ ຢູ່ໄກໂຮງຮຽນ ຊຶ່ງເຮັດໃຫ້ເດັກນ້ອຍຈຳນວນ ບໍ່ໜ້ອຍ ບໍ່ໄດ້ເຂົ້າໂຮງຮຽນ ອະນຸບານ.
ແຕ່ສຳລັບຢູ່ແຂວງຫົວພັນ ປີນີ້ ກໍມີເດັກນ້ອຍໄດ້ເຂົ້າຮຽນຊັ້ນນອະນຸບານ ເພີ່ມຂຶ້ນແດ່ຈັກໜ່ອຍ ຄືຈາກທີ່ມີ 71 ເປີເຊັນເມື່ອສົກຮຽນ ປີກາຍມາມີ 78 ເປີເຊັນ ໃນສົກຮຽນປີ 2018-2019 ນີ້ຍ້ອນໄດ້ຄຣູອະນຸບານຕື່ມອີກ 30 ຄົນ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ຜແນກ ສຶກສາທິການ ແລະກິລາ ແຂວງ ຫົວພັນ:
"ປີນີ້ກະຄາດວ່າໄດ້ 78 ກວ່າກະຖືວ່າດີຂຶ້ນ ແດ່ແລ້ວເພີ່ມຂຶ້ນ ເພາະວ່າເຮົາເພີ່ມຄຣູອານຸບານ ເຂົ້າໄປແຕ່ລະໂຮງຮຽນ ແຕ່ລະບ້ານເດ໊ ເຮັດໃຫ້ເດັກນ້ອຍ ແຕ່ລະບ້ານ ໄດ້ເຂົ້າໂຮງຮຽນ ຫລາຍຂຶ້ນ ຄຣູອານຸບານ ໄດ້ປະມານ 30 ຄົນນີ້ລະ ໄດ້ເພີ່ມຂຶ້ນ."
ການທີ່ຍັງມີເດັກນ້ອຍອີກ ຈຳນວນຫລາຍ ບໍ່ໄດ້ເຂົ້າໂຮງຮຽນ ອະນຸບານ ຢູ່ແຂວງນີ້ ທ່ານເວົ້າວ່າ ມີ 2 ສາເຫດສຳຄັນ ຄືນຶ່ງ ທາງຣັຖບານ ບໍ່ສາມາດສນອງໂຮງຮຽນ ໃຫ້ພຽງພໍ ແຕ່ປະຊາຊົນກໍພາກັນ ປຸກໂຮງຮຽນຊົ່ວຄາວ ຫຼືປຸກໂຮງຮຽນມຸງຫຍ້າແອ້ມຝາ ໄມ້ເຮັ້ຽ ພໍໃຫ້ເປັນ ບ່ອນຮຽນຂອງເດັກນ້ອຍ. ສາເຫດອັນທີສອງ ກໍແມ່ນເຣື່ອງນາຍຄຣູ ຊຶ່ງເປັນບັນຫາທີ່ຂຶ້ນຢູ່ກັບທາງຣັຖບານ ກັບກະຊວງ.
ເມື່ອຖາມເຖິງທຶນຊຸກຍູ້ໃຫ້ພວກເດັກນ້ອຍ ກຸ່ມທີ່ຍັງບໍ່ທັນໄດ້ເຂົ້າໂຮງຮຽນອະນຸບານ ວ່າຈະໄດ້ຈາກຣັຖບານ ໜ້ອຍຫລາຍປານໃດ ໃນຂັ້ນຕໍ່ໄປນັ້ນ ທ່ານກໍເວົ້າວ່າ ຫາກໝາຍເຖິງການຊ່ອຍສ້າງໂຮງຮຽນ ທາງຣັຖບານ ທາງແຂວງ ກໍສນອງໃຫ້ 5-6 ຫລັງ ຕໍ່ປີ, ປີທີແລ້ວກໍໄດ້ 6 ຫລັງ ແຕ່ກໍຍັງບໍ່ພຽງພໍ :
"ໄດ້ 6 ຫລັງເດ໊ ແຕ່ກໍຍັງບໍ່ພຽງພໍ ເພາະວ່າຢູ່ແຂວງຫົວພັນ ຍັງປະມານ 500 ກວ່າຫລັງເດ໊ເປັນໂຮງຮຽນ ຊຳຊາມຸງຫຍ້າຝາໄມ້ເຮັ້ຽ ກະຍ້ອນເສຖກິດຝືດເຄືອງ ຣັຖກໍບໍ່ສາມາດຕອບສນອງ ໃຫ້ໄດ້ບາດດຽວ ແຕ່ວ່າໄດ້ປີລະເລັກລະໜ້ອຍ."
ເມື່ອຖາມເຖິງເດັກນ້ອຍ ທີ່ບໍ່ໄດ້ເຂົ້າໂຮງຮຽນອະນຸບານວ່າ ພວກເຂົາຢູ່ກັນຄື ແນວໃດນັ້ນ ທ່ານເວົ້າວ່າ ຈຳນວນນຶ່ງກໍຫລີ້ນຢູ່ບ້ານ ຢູ່ເຮືອນ, ຈຳນວນນຶ່ງພໍ່ແມ່ ກໍພາໄປໄຮ່ໄປນານຳ. ແຕ່ເຖິງຢ່າງໃດກໍຕາມ ທ່ານກໍຍັງຫວັງວ່າ ທາງແຂວງຫົວພັນ ຈະໄດ້ ໂຄຕ້າຄຣູ ອະນຸບານເພີ່ມຂຶ້ນ ອັນຈະເຮັດໃຫ້ເດັກນ້ອຍໃນວັຍອະນຸບານ ໄດ້ເຂົ້າໂຮງຮຽນຫລາຍຂຶ້ນ. ດັ່ງທີ່ທ່ານກ່າວຕື່ມຕອນນຶ່ງວ່າ:
"ໄດ້ອາດຈະເພີ່ມຂຶ້ນ ໃນແຕ່ລະປີ ປີໜ້ານີ້ຣັຖບານສນອງໂຄຕ້າຄຣູເຮົາ ເຂົາຄຣູເຂົ້າໄປລະ ນັກຮຽນໃທເຮົາ ກໍຈະເພີ່ມຂຶ້ນເພີ່ມຂຶ້ນ."
ນັ້ນຄືສະພາບເດັກນ້ອຍ ວັຍຮຽນອະນຸບານ ຢູ່ເຂດແຂວງຫົວພັນ ພາກເໜືອຂອງລາວ ຊຶ່ງຕາມຂໍ້ມູນ ຂອງຜແນກສຶກສາທິການ ແລະກິລາ ແຂວງ, ເດັກນ້ອຍອະນຸບານພາຍໃນແຂວງ ໄດ້ເຂົ້າໂຮງຮຽນ ແລ້ວເກືອບເຖິງ 80 ເປີເຊັນ ຂອງຈໍານວນເດັກນ້ອຍ ວັຍນີ້ທັງໝົດ ທີ່ມີປະມານ 20 ພັນຄົນ.
ສ່ວນທີ່ເຫລືອບໍ່ໄດ້ເຂົ້າໂຮງຮຽນ ຍ້ອນວ່າບໍ່ມີໂຮງຮຽນພຽງພໍ. ເຖິງແມ່ນວ່າຣັຖບານຈະໃຫ້ງົບປະມານ 15 ຕື້ ປາຍກີບຕໍ່ປີ ແຕ່ກໍຍັງບໍ່ ສາມາດແກ້ໄຂບັນຫາ ດັ່ງກ່າວ ໄດ້ດີເທົ່າທີ່ຄວນ.
ຫາກເວົ້າເຖິງແຂວງ ທາງພາກໃຕ້ຂອງລາວ ຄືແຂວງ ເຊກອງ ຊຶ່ງມີເມືອງພູດອຍ ເປັນສ່ວນຫລາຍນັ້ນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາແຂວງ ຄາດວ່າ ມີເດັກນ້ອຍກ່ອນວັຍຮຽນຊັ້ນປະຖົມປະມານ 10 ພັນ ຄົນ ທີ່ຍັງບໍ່ໄດ້ເຂົ້າ ໂຮງຮຽນ ອະນຸບານ ຊຶ່ງສ່ວນໃຫຍ່ແມ່ນຢູ່ເຂດຫ່າງໄກ ປະຊາຊົນຢູ່ກັນແບບ ກະແຈກກະຈາຍ, ບາງບ້ານມີປະຊາຊົນ ອາສັຍຢູ່ພຽງ 20-30 ຄອບຄົວ ຊຶ່ງເປັນໄປໄດ້ຍາກ ທີ່ຈະປຸກໂຮງຮຽນ ອະນຸບານໃຫ້ໄດ້:
"ແມ່ນ ຄືເຮົາ ເວົ້າຫັ້ນລະ ການຂຍາຍໂຮງຮຽນອະນຸບານນີ້ ເຮົາບໍ່ສາມາດຂຍາຍໄດ້ ບາງເມືອງຫັ້ນ 2-3 ປີ 4-5 ປີ ກໍຍັງມີຫລັງດຽວ ທໍ່ນັ້ນຢູ່ ການຮອງຮັບນັກຮຽນ ຂະເຈົ້າບໍ່ໄດ້ ມີແຕ່ເຂດເທສບານນີ້ ກໍບໍ່ໄດ້ຮອດ 10 ກວ່າໂຮງຮຽນຊໍ້ານະ ໂຮງຮຽນ ອານຸບານນີ້."
ດັ່ງນັ້ນຈຶ່ງໄດ້ແຕ່ຄອຍ ຖ້າໃຫ້ເດັກນ້ອຍເຖິງອາຍຸ 6 ປີ ແລ້ວກໍເຂົ້າໂຮງຮຽນປະຖົມເລີຍ ຄ້າຍໆຄຶກັນກັບສະພາບ ຢູ່ຫລາຍໆແຂວງຂອງລາວ ທີ່ມີຂໍ້ຫຍູ້ງຍາກຫລາຍຢ່າງ ຄືດັ່ງທີ່ເວົ້າມາ -ທ່ານກ່າວ:
"ມັນກະສະພາບພື້ນທີ່ ຂອງຂະເຈົ້າຫັ້ນນະ ຄືພໍ່ແມ່ຂະເຈົ້າ ມັນກະຕັ້ງບ້ານເຮືອນ ກະແຈກກະຈາຍ ອັນນຶ່ງນໍ. ອັນທີສອງ ກະຄວາມເຂົ້າໃຈ ຂອງຜູ້ປົກຄອງ ທີ່ວ່າຈະເອົາເດັກໄປຝາກ. ອັນທີສາມ ຫລັກໆກະແມ່ນ ອາຄານຮຽນຂອງຂະເຈົ້າຫັ້ນລະ ເຮົາກະບໍ່ ສາມາດ ຕອບສນອງໃຫ້ຂະເຈົ້າໄດ້."
ເວົ້າເຖິງສະພາບໂຮງຮຽນ ຢູ່ແຂວງເຊກອງນີ້ ກໍຄືກັນກັບຢູ່ແຂວງຫົວພັນ ແລະອີກຫລາຍແຂວງ ຂອງລາວ ໂຮງຮຽນ ໂດຍທົ່ວໄປແລ້ວ ຢູ່ໃນສະພາບ ບໍ່ຖາວອນ ແລະກໍບໍ່ຫລາຍ ບໍ່ພຽງພໍ ເຖິງຈະມີທັງໂຮງຮຽນ ຈຳນວນນຶ່ງ ທີ່ຕ່າງປະເທດ ຊ່ອຍສ້າງໃຫ້ ກໍຕາມ.
ເມື່ອຖາມເຖິງຄວາມແອອັດຂອງເດັກນ້ອຍນັກຮຽນ ໃນຫ້ອງຮຽນ ຊຶ່ງຢູ່ບາງແຂວງຂອງລາວ ຫ້ອງນຶ່ງມີນັກຮຽນເຖິງ 50 – 60 ຄົນ ຕໍ່ ຄຣູຄົນນຶ່ງ ຄືຫລາຍເກີນໄປນັ້ນ ທ່ານບອກວ່າ ອັນນີ້ບໍ່ເປັນບັນຫາ ສໍາລັບ ແຂວງເຊກອງ, ຕາມຫລັກການຂອງກະຊວງ ສຶກສາທິການ ແລະກິລາ ແລ້ວແມ່ນວ່າ ເດັກນ້ອຍອະນຸບານ 15 ຄົນ ຕໍ່ຄຣູຜູ້ນຶ່ງ ເຖິງແມ່ນວ່າຈະເກີນນັ້ນແດ່ຈັກນ່ອຍ ກໍບໍ່ມີບັນຫາຫຍັງຫລາຍ:
"ກະມັນກະຢູ່ໃນເກນຢູ່ ກາຍກະບໍ່ ຫລວງຫລາຍ ແຕ່ລະຫ້ອງນະ ມີແຕ່ວ່າຄວາມຫຍູ້ງຍາກ ຂອງພວກເຮົານີ້ ແມ່ນຫ້ອງເຮົາບໍ່ມີ ບໍ່ມີລະ ຕ້ອງໄດ້ສອນຄວບ. ຕົວຢ່າງວ່າ 3 ປີ 4 ປີ 5 ປີຢູ່ຫ້ອງດຽວກັນຈັ່ງຊີ້ ມັນບໍ່ມີຫ້ອງໃຫ້ຫັ້ນນະ ຄັນວ່າຊັ້ນລ້ຽງເດັກນີ້ ກະແມ່ນ 1-2-3 ປົນກັນເລີຍຫັ້ນນະ ມັນບໍ່ໄປຕາມອາຍຸ ຂອງຂະເຈົ້າ ເຮົາປົນເລີຍ ອານຸບານ ນີ໋ ອາຍຸ 3 ປີ 4 ປີ 5 ປີ ຢູ່ຫ້ອງດຽວກັນ ໃນເຂດນອກ ຫັ້ນນະ ເພາະວ່າເຮົາອີງໃສ່ວ່າຫ້ອງເຮົາບໍ່ມີ."
ແຂວງເຊກອງ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສຶກສາແຂວງເຊກອງ ທ່ານນີ້ ແລ້ວ ແມ່ນວ່າ ຫາກເວົ້າເຖິງເຣື່ອງຄຣູສອນ ໂດຍສະເພາະຄຣູ ອະນຸບານ ທາງຂັ້ນເທິງເພິ່ນ ກໍນະໂຍບາຍໃຫ້ດີຢູ່ ສໍາລັບແຂວງນີ້ຊຶ່ງເທົ່າທີ່ຜ່ານມາ ບໍ່ເຄີຍມີວ່າ ເອົາຄຣູປະຖົມ ມາສອນອະນຸບານ ຈັກເທື່ອ ແລະກໍມີການເລັ່ງໃສ່ເດັກນ້ອຍ ອາຍຸ 5 ປີ ໃຫ້ໄດ້ເຂົ້າຮຽນອະນຸບານ ແລະອາຍຸ 6 ໃຫ້ໄດ້ເຂົ້າຮຽນຊັ້ນ ປະຖົມ ຊຶ່ງຄາດວ່າ ທົ່ວແຂວງ ເຊກອງ ມີປະມານ 10 ພັນຄົນ ທີ່ຍັງບໍ່ທັນໄດ້ເຂົ້າໂຮງຮຽນ.