ບັນຫາຊາຍແດນ ລາວ ກັມພູຊາ ວຽດນາມ ສືບຕໍ່
2018.01.17

ຣັຖມົນຕຣີປ້ອງກັນປະເທດລາວ ກຳພູຊາ ແລະວຽດນາມ ໄດ້ພົບພໍ້ຫາລືກັນ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 15 ມົກຣາຜ່ານມາຍັງບໍ່ ສາມາດແກ້ໄຂບັນຫາ ຂໍ້ຂັດແຍ່ງ ຊາຍແດນ ຣະຫວ່າງກັນໄດ້.ສະເພາະບັນຫາ ລາວກັບກຳພູຊາ ທັງສອງຝ່າຍ ພຽງແຕ່ ຕົກລົງກັນວ່າຈະ ສືບຕໍ່ແກ້ໄຂບັນຫາ ຂໍ້ຂັດແຍ່ງນັ້ນ ດ້ວຍສັນຕິວິທີ ບົນພື້ນຖານ ຄວາມຮັກແພງ ຊຶ່ງກັນແລະກັນ ປາສຈາກການປະເຊີນຫນ້າກັນທາງດ້ານ ທະຫານ.
ນອກຈາກນັ້ນ ສອງຝ່າຍຍັງໄດ້ ໃຫ້ຄຳຫມັ້ນສັນຍາ ກັນວ່າ ຈະສືບຕໍ່ ຄວາມຮ່ວມມື ໃນວຽກງານ ປ້ອງກັນຊາດ ແລະປ້ອງກັນຄວາມສງົບ ແລະຈະເຮັດໃຫ້ການ ພົບພໍ້ກັນຄັ້ງນີ້ ກາຍເປັນເສັ້ນທາງ ໄປສູ່ຄວາມສາມະຄີ ແລະການພັທນາ ຣະຫວ່າງສອງປະເທດ ໃຫ້ແຫນ້ນແຟ້ນ ຂຶ້ນກວ່າເກົ່າ. ເຈົ້າຫນ້າທີ່ ປກສ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ກ່ຽວກັບກອງປະຊຸມ ໃນຕອນນຶ່ງວ່າ:
“ຂເມນເຣື້ອງອື່ນມັນກະບໍ່ວ່າ ມີແຕ່ວ່າມັນຢາກສ້າງຂົວຣະຫວ່າງ ພຣະວິເຮັ່ຽ ເຂົ້າມາໃສ່ຈຳປາສັກ, ທໍ່ນັ້ນແຫຼະ. ມີແຕ່ວ່າບັນຫາຕົ້ນຕໍ ລະແມ່ນວ່າ ຢາກສ້າງຂົວ ເພື່ອຢາກເຊື່ອມຕໍ່, ໝົດທໍ່ນັ້ນ. ເພາະວ່າໂຕນີ້ໆ, ພວກເຮົາກະແກ້ໄຂຢູ່ວ່າຊາຍແດນ ບໍ່ທັນແນ່ນອນ ພວກເຮົາ ກະບໍ່ຢາກເຮັດ. ມັນກະບໍ່ແລ້ວ ມັນກະຈັບເອົາມາ ເພື່ອຢາກເປັນການຕໍ່ລອງ ຢູ່ພໍສ່ຳຫັ້ນ."
ຂໍ້ຂັດແຍ່ງ ທາງດ້ານຊາຍແດນຣະຫວ່າງລາວ ກັບກຳພູຊາ ກໍແມ່ນວ່າ-
1-ທາງການລາວ ບໍ່ພໍໃຈ ທີ່ກຳພູຊສ້າງທາງ ໃນເຂດຊາຍແດນ ທີ່ບໍ່ທັນແບ່ງປັນກັນຢ່າງຄັກແນ່
2- ກຳພູຊາບໍ່ດີໃຈທີ່ລາວສ້າງອາຄານ ທີ່ພັກທະຫານໃກ້ຊາຍແດນ ກຳພູຊາ
3-ລາວບໍ່ດີໃຈ ທີ່ກຳພູຊາເພີ້ມກຳລັງທະຫານ ຕາມແນວຊາຍແດນ ເຂດທີ່ມີບັນຫາ.
ບັນຫາຊາຍແດນຣະຫວ່າງ ລາວ ແລະ ກຳພູຊາ ເຄັ່ງຕຶງຂຶ້ນພາຍຫຼັງທີ່ ທ່ານ ຮຸນເຊນ ນາຍົກຣັຖມົນຕຼີກຳພູຊາ ໄດ້ຍື່ນຄຳຂາດ ໃຫ້ນາຍົກ ຣັຖມົນຕຼີລາວ ຖອນທະຫານອອກຈາກເຂດ ຊາຍແດນ ທີ່ຍັງມີຂໍ້ຂັດແຍ່ງກັນ ໃນມື້ວັນທີ 11 ສິງຫາ 2018 ທີ່ຜ່ານມາ ຈົນເຮັດໃຫ້ມີການ ພົບພໍ້ກັນ ຣະຫວ່າງ 2 ນາຍົກ ລາວ ແລະ ກຳພູຊາ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 12 ສິງຫາ 2017 ທີ່ 2 ຝ່າຍໄດ້ຕົກລົງກັນວ່າ ຈະແກ້ໄຂບັນຫາ ດ້ວຍສັນຕິວິທີ ແລະ ຫຼີກເວັ້ນ ການປະເຊີນໜ້າກັນ ທາງດ້ານທະຫານ.