ນາຍົກລາວ, ກໍາພູຊາ ລົງນາມ

ສປປລາວ ແລະ ກໍາພູຊາ ເຫັນດີ ບໍ່ໃຫ້ມີ ກໍາລັງທະຫານ ແລະ ປະຊາຊົນ ເຄື່ອນໄຫວ ຢູ່ພື້ນທີ່ ທີ່ຍັງບໍ່ໄດ້ ປັກຫຼັກໝາຍ ຊາຍແດນ.

ການເດີນທາງ ຂ້າມຊາຍແດນ ໄປ-ມາ ຂອງປະຊາຊົນ ທ້ອງຖິ່ນ ແລະ ນັກທ່ອງທ່ຽວ ຣະຫວ່າງ ສປປ ລາວ ແລະ ກໍາພູຊາ ແຕ່ໃດມາ ບໍ່ເຄີຍມີບັນຫາ RFA

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ແລະ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີກໍາພູຊາ ໄດ້ຖແລງຮ່ວມກັນກ່ຽວກັບ ການສືບຕໍ່ ຂຍາຍການພົວພັນຣະຫວ່າງ ສປປ ລາວ ແລະ ກໍາພູຊາ; ໂດຍທັງສອງຝ່າຍ ບໍ່ໃຫ້ມີກໍາລັງທະຫານ ແລະປະຊາຊົນ ເຄື່ອນໄຫວ ແລະບໍ່ໃຫ້ ມີການປຸກສ້າງຕ່າງໆ ຢູ່ໃນບໍລິເວນ ແກ້ງຕໍມໍຄອຍ ຫ້ວຍຕະເງົາ ຊຶ່ງຕັ້ງຢູ່ຣະຫວ່າງ ເມືຶອງພູວົງ ແຂວງອັດຕະປື ແລະແຂວງ ຣັດຕະນະຄີຣີ ຂອງກໍາພູຊາ ຊຶ່ງເປັນພື້ນທີ່ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ໃນເຣຶ່ອງການປັກຫຼັກໝາຍຊາຍແດນ ໄປຈົນກວ່າບັນຫານີ້ ຈະໄດ້ຮັບການແກ້ໄຂ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ ເມືອງພູວົງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ທັນວາ ນີ້ວ່າປັດຈຸບັນ ສະພາບຕາມແນວຊາຍແດນ ຣະຫວ່າງ ເມືອງພູວົງ ແລະແຂວງຣັດະນະຄີຣີ ມີຄວາມສງົບຮຽບຮ້ອຍ, ບໍ່ມີກອງກໍາລັງທະຫານ ປະຈໍາການ ແລະບໍ່ມີ ປະຊາຊົນເຂົ້າໄປ ທໍາມາຫາກິນ ໃນເຂດນັ້ນ, ດັ່ງທີ່ທ່ານເວົ້າວ່າ:

"ບໍ່ມີສະພາບອີ່ຫຍັງແລ້ວ ມັນສງົບເດີ ບໍ່ມີແລ້ວດຽວນີ້ ປະຕິບັດຕາມການປຶກສາຫາລື ຂະເຈົ້າຫັ້ນແຫລະ ກະບໍ່ໃຫ້ແຫລະນໍ ໃນເຂດຍັງບໍ່ໄດ້ ອັນນັ້ນເດ້."

ທ່ານກ່າວຕື່ມວ່າ ປັດຈຸບັນຍັງບໍ່ເຫັນເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງມາສໍາຣວດ ເຣຶ່ອງການປັກຫຼັກໝາຍຊາຍແດນ ທີ່ຄາດວ່າຈະເລີ້ມລົງມື ສໍາຣວດພາຍໃນປີໜ້າ ຂນະທີ່ທາງການໄດ້ແຈ້ງເຕືອນ ປະຊາຊົນໃນເຂດນັ້ນ ບໍ່ໃຫ້ເຂົ້າໄປເດັດຂາດ ບໍ່ວ່າຈະເປັນ ກໍຣະນີໃດກໍຕາມ.

ເມື່ອປີກາຍ ຣັຖບາລຂອງທັງສອງປະເທສ ໄດ້ຂຽນໜັງສືໄປຫາຣັຖບາລຝຣັ່ງເສດ ເພື່ອຂໍແຜນທີ່ ຊາຍແດນ ລາວ-ກໍາພູຊາ ເພື່ອເອົາມາເປັນ ຫຼັກຖານໃນການແບ່ງເຂດຊາຍແດນນັ້ນ ແລະເມື່ອເດືອນມິຖຸນາ ທີ່ຜ່ານມານີ້ ທາງການແຂວງອັດຕະປື ກໍໄດ້ສັ່ງ ໃຫ້ປະຊາຊົນ ທີ່ຢູ່ຕິດກັບ ເຂດຊາຍແດນ ກໍາພູຊາ ຣະມັດຣະວັງ ແລະຕິດຕາມສະຖານະການຢ່າງໃກ້ຊິດ ແຕ່ກໍບໍ່ມີເຫດການອັນໃດເກີດຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org