ຊາຍແດນລາວ-ກັມພູຊາ ກັບມາ ເຄັ່ງຕຶງ

ໄຊຍາ
2019.08.22
F-Laos-Cambodia ນາຍທະຫານລາວ ໄປຢ້ຽມຢາມ ໃຫ້ກໍາລັງໃຈ ທະຫານຮັກສາການ ເຂດຊາຍແດນ ລາວ-ກັມພູຊາ
ຮູບພາບຈາກ : ນັກຂ່າວພົລເມືອງ

ເມື່ອອາທິດຜ່ານມາ ສະຖານະການຊາຍແດນ ລາວ-ກັມພູຊາ ເຄັ່ງຕຶງຂຶ້ນມາອີກເທື່ອນຶ່ງ ເມື່ອເກີດມີຂໍ້ຂັດແຍ່ງ ຣະຫວ່າງທະຫານລາວ ແລະ ທະຫານກັມພູຊາ ຢູ່ບໍຣິເວນຊາຍແດນຂອງ 2 ປະເທດ ໃນເຂດເຊລຳເພົາ ເມືອງມຸນລະປະໂມກ ແຂວງຈຳປາສັກ ຊຶ່ງຢູ່ກົງກັນຂ້າມກັບ ແຂວງ ຈອມກະສັນ ຂອງກັມພູຊາ. ທະຫານກັມພູຊາອ້າງວ່າ ທະຫານລາວໄດ້ລຸກລ້ຳ ເຂດແດນຂອງຕົນ ຈຶ່ງເກີດຄວາມເຂົ້າໃຈຜິດກັນ, ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງມຸນລະປະໂມກ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ສິງຫາ ນີ້ວ່າ:

"ມິຄວາມ ບໍ່ເຂົ້າໃຈກັນເລັກໆນ້ອຍໆ ທາງຝ່າຍກຳປູເຈັຍວ່າເຮົາ ໄປລຸກລໍ້າດິນແດນ ເຂົາທີ່ຈິງມັນກາບໍ່ແມ່ນ ມັນບໍ່ແມ່ນມີການປະທ້ວງ ທັກຖ້ວງ ເລັກນ້ອຍດອກ ຄືສິບໍ່ເປັນຫຍັງດອກ ຄາດການວ່າ."

ທ່ານກ່າວຕື່ມວ່າ ເຫດການຂໍ້ຂັດແຍ່ງ ທີ່ເກີດຂຶ້ນບໍ່ເຖິງຂັ້ນມີການຍິງປະທະກັນ ແລະບໍ່ມີຄົນເສັຽຊີວິດ ຫຼື ໄດ້ຮັບບາດເຈັບແຕ່ຢ່າງໃດ, ປັດຈຸບັນທະຫານທັງສອງຝ່າຍ ກຳລັງເຈຣະຈາ ຫາທາງອອກ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງສັນຕິວິທີ, ບໍ່ໃຫ້ ເກີດຄວາມຮຸນແຮງ. ແຕ່ການເຈຣະຈານັ້ນ ຍັງບໍ່ທັນມີຄວາມຄືບໜ້າ.

ເວົ້າເຖິງສະຖານະການເຄັ່ງຕຶງ ທີ່ເກີດຂຶ້ນຢູ່ຊາຍແດນລາວ-ກຳພູຊາ ເຈົ້າໜ້າທີ່ກົມທະຫານຊາຍແດນ ສປປລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ກ່ຽວກັບເຣຶ່ອງນີ້ຍັງບໍ່ແນ່ໃຈ:

"ເອີໂຕນີ້ຍັງເທື່ອນະ ບໍ່ ບໍ່ຟ້າວລົງຂ່າວເທື່ອ ກະມັນກະຍັງບໍ່ແນ່ໃຈເທື່ອ ເພິ່ນໆກະຍັງວ່າບໍ່ຟ້າວເທື່ອ ບໍ່ຟ້າວອອກຂ່າວເທືຶ່ອ ຄົນຜູ້ທີ່ເອົາ ອອກຫັ້ນແມ່ນຄົນ ພວກບໍ່ຫວັງດີຫລາຍກວ່າ ເອີມັນໆກະຍັງບໍ່ແນ່ໃຈເທື່ອ ແມ່ນແຕ່ວ່າຟ້າວ ອອກຂ່າວບໍ່ທັນໄດ້ເທື່ອ ເຈົ້າ ມັນຍັງບໍແນ່ ໃຈເທື່ອເຈົ້າ."

ໃນຂນະດຽວກັນ ແຫລ່ງຂ່າວທີ່ໃກ້ຊິດເຈົ້າໜ້າທີ່ ທະຫານລະດັບສູງ ກະຊວງປ້ອງກັນປະເທດຂອງລາວ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

ທະຫານກັມພູຊາ ເມົາເຫລົ້າ ມັນຍ່າງມາຫາ ຝ່າຍລາວ ແລະ ບອກທະຫານລາວ ຖອນອອກຈາກເຂດ ຊາຍແດນພາຍໃນ 3 ວັນ, ບໍ່ດັ່ງນັ້ນ ກັມພູຊາ ຊິເອົາກຳລັງ ທະຫານມາບຸກ.

ແຫລ່ງຂ່າວທ່ານນີ້ກ່າວຕື່ມອີກວ່າ ມາເຖິງປັດຈຸບັນ ເວລາກໍກາຍ 3 ມື້ມາແລ້ວ ທີ່ທະຫານ ກຳພູຊາຄົນນັ້ນເວົ້າ ແຕ່ກໍບໍ່ມີຫຍັງເກີດຂຶ້ນ ແລະຂ່າວທີ່ວ່າ ມີການປະທະກັນ ຣະຫວ່າງທະຫານລາວ ກັບທະຫານ ກັມພູຊາ ແລະ ທະຫານລາວ ເສັຽຊີວິດ 6 ຄົນນັ້ນ ແມ່ນບໍ່ເປັນ ຄວາມຈິງ.

ເວົ້າເຖິງສະຖານະການຢູ່ຊາຍແດນ ລາວ-ກໍພູຊາ ໃນປັດຈຸບັນ ພົນຕຣີ ຈັນທອງ ສອນຕະອາດ ຮອງຫົວໜ້າເສນາທິການທະຫານ ກະຊວງ ປ້ອງກັນປະເທດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ສິງຫານີ້ວ່າບໍ່ມີບັນຫາຫຍັງ ສະພາບປົກກະຕິເດີ ບໍ່ມີຫຍັງສະພາບປົກກະຕິດີ.

ກ່ຽວກັບກໍຣະນີ ທີ່ມີຂ່າວລືວ່າ ມີການຍິງກັນ ຣະຫວ່າງທະຫານລາວ ກັບ ທະຫານກຳພູຊາ ເຮັດໃຫ້ມີທະຫານລາວ ເສັຍຊີວິດ 6 ຄົນນັ້ນ, ພົນຕຣີ ຈັນທອງ ໄດ້ກ່າວວ່າ ອັນນີ້ເປັນຂ່າວຕົວະ ຂ່າວບໍ່ດີ ຂ່າວຫຼອກລວງໃຫ້ສັງຄົມ ມີຄວາມວຸ້ນວາຍຊື່ໆ.

ຣາຍງານຂ່າວຫຼ້າສຸດ:

ທ່ານ ເຈັຍບັນ ຣັຖມົນຕຣີກະຊວງປ້ອງກັນປະເທດກຳພູຊາ ກ່າວກັບວິທຍຸເອເຊັຽເສຣີ ຜແນກພາສາຂເມນ ໃນວັນທີ 23 ສິງຫາ 2019 ນີ້ວ່າ:

“ກຳລັງທະຫານ ກັມພູຊາ ແລະ ລາວ ມີຄວາມເຂົ້າໃຈຜິດກັນເລັກນ້ອຍ; ພວກເຮົາໄດ້ພົບປະ ແລະປຶກສາຫາລື ກັນແລ້ວ ປັດຈຸບັນກໍບໍມີ ບັນຫາຫຍັງ. ພວກເຮົາມີບັນຫາບໍ່ເຂົ້າໃຈກັນກ່ຽວກັບການອ່ານແຜນທີ່. ພວກເຮົາກຳລັງແກ້ໄຂບັນຫານີ້ຢູ່.”

ແຕ່ຜູ້ນຳທ້ອງຖິ່ນທ່ານນຶ່ງກ່າວວ່າ ທາງການແຂວງປະເຣັຍວິເຮັຍ ຂອງກຳພູຊາ ກຳລັງກະຕຽມໂຍກຍ້າຍ ຊາວບ້ານປະມານ 300 ຄອບຄົວ ທີ່ຢູ່ໃກ້ຊາຍແດນລາວ ຖ້າຫາກມີການປະທະກັນເກີດຂື້ນ; ເຖິງຢ່າງໃດກໍດີ ຈົນເຖິງປັດຈຸບັນ ທາງການກໍຍັງບໍ່ທັນ ແຈ້ງແຜນການໂຍກຍ້າຍ ນັ້ນ ໃຫ້ຊາວບ້ານຮູ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.