ຊາວຄຣິສຕຽນຖືກຂັບໄລ່ ທາງການ ວ່າບໍ່ຮູ້
ເຈົ້າໜ້າທີ່ ແຂວງ ຫຼວງພຣະບາງ ປະຕິເສດ ວ່າບໍ່ຮູ້ ກ່ຽວກັບ ຊາວຄຣິສຕຽນ 7 ຄອບຄົວ ຖືກຂັບໄລ່ ໜີ ອອກຈາກບ້ານ.
-
ສິດນີ
2016-12-28 -
-
-
Your browser doesn’t support HTML5 audio
ຕາມຣາຍງານ ຂອງ ສຳນັກຂ່າວ ຣອຍເຕີ ໃນວັນທີ 24 ທັນວາ ປີ 2016 ທີ່ອ້າງຕາມ ການເປີດເຜີຍ ຂອງໜວ່ຍງານ ອົງການ ສາສນາ open door ຂອງ ປະເທດອັງກິດ ທີ່ວ່າ ຊາວຄຣິສຕຽນລາວ 7 ຄອບຄົວ ຢູ່ແຂວງ ຫຼວງພຣະບາງ ຖືກໄລ່ຫນີ ຈາກບ້ານ ຍ້ອນການ ເຊື່ອຖືສາສນາ ຄຣິສຕຽນ. ກ່ຽວກັບ ເຣື້ອງນີ້ ເອເຊັຽເສຣີ ກໍໄດ້ ໂທຣະສັບ ໄປຖາມ ຫນ່ວຍງານ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ແລະ ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ:
"ຢູ່ຫຼວງພຣະບາງນີ້ ກໍຍັງບໍ່ໄດ້ຍີນ ບໍ່ມີຂ່າວຫຍັງ ເຣື້ອງກ່ຽວກັບ ເຣື້ອງການໄລ່ ພວກອັນນະ ສາສນາ ນິກະຊົນຄຣິສ 7 ຄອບຄົວ ປີນີ້ບໍ່ມີ ບ່ອນໃດ ເມືອງໃດ ຊີ່ຣາຍງານ ມາທາງແຂວງວ່າ ມີພວກນັບຖື ສາສນາ ຄຣິສຕຽນ ຖືກໄລ່ອອກ ຫລື ໄລ່ອອກຈາກບ້ານ ຍັງບໍ່ມີໃດ໊".
ເຖິງຢ່າງໃດກໍຕາມ ທ່ານວ່າ ເຖິງແມ່ນວ່າ ຈະບໍ່ມີຣາຍງານ ມາຫາທາງການແຂວງ ກ່ຽວກັບ ເຫດການ ທີ່ເກີດຂຶ້ນ ແຕ່ກໍບໍ່ໄດ້ ປະຕິເສດວ່າ ເຫດການ ດັ່ງກ່າວ ບໍ່ເຄີຍເກີດຂຶ້ນ ມາກ່ອນ, ຄວາມຈິງແລ້ວ ເຫດການ ແບບນີ້ ເຄີຍເກີດຂຶ້ນ ເມື່ອ 2-3 ປີກ່ອນ ທີ່ເມືອງພູຄູນ:
"ແຕ່ວ່າມັນມີ ຢູ່ເມືອງນື່ງ ບໍ່ແມ່ນມີຜູ້ ປະຕິເສດວ່າ ເມືອງພູຄູນ ສອງສາມຄອບຄົວ ແລ້ວມານີ້ ຄວາມຂັດແຍ່ງ ຂະເຈົ້າ ຄວາມບໍ່ເຂົ້າ ໃນໃຈກັນ ນັ້ນນ່າ ແຕ່ວ່າທາງເມືອງ ພວກເຮົາ ທາງເມືອງເພິ່ນ ໄດ້ເຄລັຽກັນ ຫມົດແລ້ວ ໄດ້ໄກ່ເກັ່ຽກັນ ບໍ່ມີບັນຫາ ຫຍັງແລ້ວ ຕົວນັ້ນນະ".
ທ່ານກ່າວຕື່ມວ່າ ບັນຫາທີ່ເກີດຂຶ້ນ ສ່ວນໃຫຍ່ ແມ່ນຄວາມຂັດແຍ່ງ ຣະຫວ່າງ ຄວາມເຊື່ອ ຂອງປະຊາຊົນ ຈາກສອງສາສນາ ທີ່ ຢູ່ຮ່ວມກັນ ໂດຍສະເພາະ ຣະຫວ່າງ ຜູ້ທີ່ປ່ຽນ ຈາກສາສນາພຸດ ມານັບຖື ສາສນາ ຄຣິສຕຽນ ກັບຜູ້ທີ່ຍັງຄົງ ສືບຕໍ່ ນັບຖືສາສນາ ມາເປັນ ເວລາດົນນານ.
ທ່ານວ່າ ທີ່ແຂວງ ຫຼວງພຣະບາງ ມີຜູ້ນັບຖື ສາສນາຄຣິສຕຽນ ປະມານ 9 ພັນຄົນ ທາງການແຂວງ ກໍບໍ່ໄດ້ ກີດກັ້ນ ໃນການນັບຖື ສາສນາອື່ນ ພຽງແຕ່ມາແຈ້ງ ການວ່າ ຕົນນັບຖື ສາສນາ ຫຍັງ ເທົ່ານັ້ນ.