ທາງການກໍາລັງສ້າງ ບ່ອນຢູ່ ຊົົ່ວຄາວ ໃຫ້ຊາວບ້ານ
ທາງການລາວ ກໍາລັງສ້າງ ທີ່ຢູ່ອາສັຍ ຊົົ່ວຄາວ ໃຫ້ປະຊາຊົນ ເມືອງສນາມໄຊ ທີ່ຖືກ ຜົນກະທົບ ຈາກ ເຂື່ອນແຕກ.
-
ສຸພັດຕາ
2018-08-01 -
-
-
Your browser doesn’t support HTML5 audio
ທາງການລາວ ຮ່ວມກັບບໍຣິສັດ SK Engineering and Construction (SKE) ຂອງເກົາຫຼີໃຕ້ ກໍາລັງສ້າງທີ່ຢູ່ອາສັຍຊົ່ວຄາວ ໃຫ້ ປະຊາຊົນເມືອງສນາມໄຊ ແຂວງອັດຕະປື ທີ່ຖືກຜົນກະທົບນໍ້າຖ້ວມ ຍ້ອນເຂື່ອນເຊປຽນ-ເຊນໍ້ານໍ້າແຕກ ຈົນກວ່າທາງການ ຈະເກັບມ້ຽນ ພື້ນທີ່ ທັງ 13 ບ້ານ ນັ້ນສຳເຣັດ. ດັ່ງທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງສນາມໄຊ ກ່າວຕໍ່ສື່ມວນຊົນ ໃນເມືອງສນາມໄຊ ແຂວງອັດຕະປື ໃນວັນທີ 31 ກໍຣະກະດາ ວ່າ:
“ເພື່ອສ້າງຄວາມພ້ອມ ເຮັດແນວໃດ ເຮັດໃຫ້ຜູ້ມາຢູ່ໃນເມືອງນີ້ ໃຫ້ມີທີ່ຢູ່ ທີ່ຢູ່ກຶ່ງຖາວອນໃນອະນາຄົດ ສະນັ້ນພວກເຮົາ ໄດ້ມີການສົມທົບ ກັບບໍລິສັດ SK ຈັດຕຽມໃນການກໍ່ສ້າງເຮືອນຢູ່ ສຳລັບຜູ້ປະສົບພັຍ ໃນຄັ້ງນີ້ ຊຶ່ງພວກເຮົາໄດ້ເລີ້ມມີການປຶກສາ ຫາລື ໄດ້ດຳເນີນການລົງມື ໃນການກໍ່ສ້າງສູນດັ່ງກ່າວນີ້ ຢູ່ສະໜາມເດີ່ນໂຮງຮຽນປະຖົມ ບ້ານຫາດຍາວ ເມືອງສະໜາມໄຊ ເຮົານີ້ ຊື່ງຢູ່ຫ່າງຈາກເມືອງສະໜາມໄຊ ຄືຊິປະມານ 1 ກິໂລແມັດ.”
ທ່ານກ່າວຕື່ມວ່າ ບໍຣິສັດ SK ຂອງເກົາຫຼີໃຕ້ ຄາດການວ່າຈະເຂົ້າພື້ນທີ່ ເພື່ອເຣີ້ມການກໍ່ສ້າງບ່ອນຢູ່ຊົ່ວຄາວ ໃນທ້າຍອາທິດນີ້ ໃນເບື້ອງຕົ້ນ ທາງການລາວ ໄດ້ເລືອກເອົາເດີ່ນໂຮງຮຽນປະຖົມ ບ້ານຫາດຍາວ ເພື່ອສ້າງບ່ອນຢູ່ອາສັຍຊົ່ວຄາວນັ້ນ ແຕ່ລະຫ້ອງ ສາມາດຢູ່ໄດ້ສາມຄົນ ຫຼືຖ້າຫາກເປັນຄອບຄົວໃຫຍ່ ກໍຈະຈັດໃຫ້ເປັນສອງຫ້ອງ ແລະຄາດວ່າ ຈະແລ້ວໃນອີກ 2 ເດືອນ ຕໍ່ໜ້ານີ້.
ດ້ານເຈົ້າໜ້າທີ່ ຄນະຮັບຜິດຊອບແກ້ໄຂສະພາບສຸກເສີນນໍ້າຖ້ວມ ແຂວງອັດຕະປື ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 1 ສິງຫາ ນີ້ວ່າ: ເບື້ອງຕົ້ນ ທາງການລາວ ກໍໄດ້ເລືອກເອົາເດີ່ນໂຮງຮຽນປະຖົມບ້ານຫາດຍາວ, ໂຮງຮຽນປະຖົມມິດສັມພັນ, ໂຮງຮຽນ ປະຖົມສົມບູນ ເມືອງສນາມໄຊ ແລະຫ້ອງການປົກຄອງເມືອງສນາມໄຊ ໃນການກໍ່ສ້າງທີ່ຢູ່ອາສັຍຊົ່ວຄາວ ດັ່ງກ່າວໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບນັ້ນ.
ໃນຂນະດຽວກັນ ໃນຕົ້ນເດືອນໜ້ານີ້ ກໍຈະເປີດສົກຮຽນໃໝ່ແລ້ວ ແຕ່ທາງການລາວ ກໍຍັງບໍ່ມີແຜນປະຕິບັດ ຢ່າງຊັດເຈນເທື່ອວ່າຈະໃຫ້ ເດັກນ້ອຍນັກຮຽນ ປະມານ 500 ຄົນ ທັງ 13 ບ້ານນັ້ນ ໄປຮຽນຢູ່ໂຮງຮຽນໃດແທ້; ດັ່ງທີ່ທ່ານກ່າວວ່າ:
“ມີໂຮງຮຽນຫາດຍາວ ມີໂຮງຮຽນມັທຍົມສົມບູນ ເມືອງສະໜາມໄຊ ປະຖົມມິດສຳພັນ ແລ້ວກໍ່ປົກຄອງເມືອງ 3-4 ບ່ອນ, ຈັ່ງວ່າ ໂຕນີ້ ຍັງບໍ່ທັນຮູ້ ເພາະວ່າເພິ່ນກໍ່ບໍ່ທັນແຈ້ງວ່າຈັ່ງໃດ ໃຫ້ຢູ່ໃກ້ບ້ານມີໂຮງຮຽນ ເພິ່ນກໍ່ສິໃຫ້ຮຽນ ຢູ່ຫັ້ນແຫຼ້ວ ຈັ່ງຊັ້ນເດັກນ້ອຍ ກະຊິບໍ່ໄດ້ເຂົ້າ ໂຮງຮຽນ ຄືບ້ານ 6-7 ບ້ານ ທີ່ຖືກຜົນກະທົບໜັັກ ກໍ່ບໍ່ໄດ້ເຫຼືອຫຍັງ ຈັກຢ່າງ ຄືໂຮງຮຽນກໍ່ໄປໝົດ ກໍ່ຕ້ອງວ່າຫາບ່ອນໃຫ້ນັກຮຽນໄດ້ຮຽນ ເພາະວ່າຄັນບໍ່ໃຫ້ນັກຮຽນໄດ້ຮຽນແລ້ວ ມັນກໍ່ຈະເປັນການຂາດຕອນ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ໂຮງຮຽນທັງໝົດ 10 ປາຍແຫ່ງ ໃນ 13 ບ້ານ ຢູ່ເມືອງສນາມໄຊ ຖືກນໍ້າພັດເພພັງ ເສັຽຫາຍໝົດ ເຮັດໃຫ້ ໂຕະຕັ່ງ, ປຶ້ມແບບຮຽນທຸກຢ່າງ ໃນຫ້ອງຮຽນນັ້ນ ບໍ່ເຫຼືອໃຫ້ເຫັນເລີຍ.