ສທມນ ຮຽກຮ້ອງລາວ ສືບສວນ ນັກເຄື່ອນໄຫວຊາວໄທຍ
2019.01.23

ຣັຖບານລາວ ຄວນສືບສວນ ການຫາຍສາບສູນ ຂອງ ນັກເຄື່ອນໄຫວ ທາງການເມືອງ ຊາວໄທຍ 3 ຄົນ, ເຊິ່ງພວກຂະເຈົ້າ ໄດ້ປາກົດໂຕ ເທື່ອຫລ້າສຸດ ໃນນະຄອນຫລວງວຽງຈັນ ເມື່ອເດືອນທັນວາ ປີກາຍນີິ້, ອີງຕາມ ການເປີດເຜີຍ ຂອງອົງການສິ້ງຊອມ ດ້ານສິທທິມະນຸສ ເມື່ອວັນທີ 22 ມົກກະຣາ ຜ່ານມາ.
ເຈົ້າໜ້າທີ່ໄທຍ ໄດ້ກ່າວຕໍ່ ອົງການສິ້ງຊອມສິທທິມະນຸສ ເມື່ອວັນທີ 22 ນີ້ວ່າ ໂຕຢ່າງ ດີເອັນເອ (DNA) ຈາກຊາກສົບ ທີ່ພົບເຫັນ ໃນແມ່ນ້ຳຂອງນັ້ນ ກົງກັບ ດີເອັນເອ ຂອງນັກເຄື່ອນໄຫວ ທັງ 2 ຄົນ ທີ່ຫາຍໄປ ຄື ທ່ານ ພູ ຊະນະ ແລະ ທ່ານ ກາສະລອງ.
ນັກເຄື່ອນໄຫວ ທາງການເມືອງ ທັງ 3 ຄົນ, ຄື ທ່ານ ສຸຣະໄຊ ດ່ານວັທນານຸສອນ, ພ້ອມກັບ ຜູ່ຊ່ອຍຂອງທ່ານ ຄື ທ່ານ ພູ ຊະນະ ແລະ ກາສະລອງ, ໄດ້ປາກົດໂຕ ເທື່ອຫລ້າສຸດ ເມື່ອວັນທີ 11 ເດືອນທັນວາ ປີ 2018, ເຊິ່ງເພື່ອນຮ່ວມງານ ຂອງຂະເຈົ້າ ໄດ້ແຈ້ງ ເຈົ້າໜ້າທີ່ລາວ ກ່ຽວກັບ ການຫາຍສາບສູນດັ່ງກ່າວ.
ການພິສູດໃຫ້ເຫັນວ່າ ຊາກສົບ ເປັນຂອງທ່ານ ພູ ຊະນະ ແລະ ກາສະລອງ, ທີ່ພົບເຫັນ ເມື່ອວັນທີ 26-27 ເດືອນທັນວາ ຕິດຕໍ່ກັນນັ້ນ, ກໍ່ໃຫ້ເກີດ ຄວາມເປັນຫ່ວງ ກ່ຽວກັບ ທ່ານ ສຸຣະໄຊ.
ທ່ານ ແບຣດ ອາດັມ, ຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ ໃນຂົງເຂດເອເຊັຽ, ກ່າວວ່າ:
“ຣັຖບານລາວ ເຮັດຄືກັບວ່າ ປິດບັງເຣື່ອງ ການລັກພາໂຕ ແລະ ການສັງຫານໂຫດ ນັກເຄືອນໄຫວນີ້ໄວ້. ເຈົ້າໜ້າທີ່ລາວ ຈຳເປັນຕ້ອງ ດຳເນີນການສືບສວນ ໃຫ້ເປັນໜ້າເຊື່ອຖື ແລະ ດຳເນີຄະດີ ການສັງຫານໂຫດນີ້, ເຊິ່ງເປັນການເຕືອນພັຍ ໃຫ້ແກ່ ນັກເຄື່ອນໄຫວ ຊາວໄທຍ ໃນປະເທດລາວ.”
ທ່ານ ກ່າວຕື່ມວ່າ:
“ຣັຖບານລາວ ມີພັນທະ ໃນການຊອກຫາ ສາເຫດ ທີ່ເກີດຂຶ້ນ ກັບທ່ານ ສຸຣະໄຊ ແລະ ພວກນັກເຄື່ອນໄຫວ ຊາວໄທຍ ຄົນອື່ນໆ ຜູ້ທີ່ຫາຍສາບສູນ ໃນປະເທດລາວ. ບັນດາ ຣັຖບານຕ່າງປະເທດ ແລະ ຜູ້ທີ່ໃຫ້ການຊ່ອຍເຫລືອ ຄວນກົດດັນ ຣັຖບານລາວ ໃຫ້ດຳເນີນການສືບສວນ ຄະດີດັ່ງກ່າວ ແລະ ດຳເນີນຄະດີ ຜູ່ໃດກໍຕາມ ທີ່ມີສ່ວນຮ່ວມ ໃນການກະທໍາດັ່ງກ່າວ.”
ໃນຂນະດຽວກັນ ຍານາງ ປຣານີ ດ່ານວັທນານຸສອນ, ພັລຍາ ຂອງທ່ານ ສຸຣະໄຊ, ອາຍຸ 60 ປີ, ກ່າວຕໍ່ແຫລ່ງຂ່າວ ເບີນາຣ໌ນິວສ ວ່າ ຍານາງ ເຊື່ອວ່າ ສາມີ ຖືກສັງຫານ ເຊັ່ນດຽວກັນ ແຕ່ວ່າ ຊາກສົບ ຂອງລາວ ຖືກທຳລາຍ. ຍານາງ ກ່າວໂດຍອ້າງອິງ ສື່ມວນຊົນທ້ອງຖິ່ນວ່າ ຊາກສົບ ທີ 3 ຄ້າຍຄືກັບ ສາມີ ຂອງຕົນ ທີ່ພົບເຫັນ ໃນມື້ວັນທີ 28 ເດືອນທັນວາ.
“ຂ້າພະເຈົ້າ ຄຶດວ່າ ຊາກສົບ ທີ່ພົບເຫັນ ໃນບ້ານທ່າຈຳປາ ແມ່ນຂອງສາມີ ເພາະວ່າ 2 ສົບກ່ອນໜ້ານັ້ນ ໄດ້ຖືກຣະບຸ ວ່າ ແມ່ນຜູ້ຕິດຕາມລາວ."
ຍານາງ ກ່າວຕື່ມວ່າ ສາມີ ຂອງຕົນ ໄດ້ງຽບໄປ ຢ່າງຜິດປົກກະຕິ ເປັນເວລາ 41 ມື້. ບໍ່ມີຣາຍງານຫຍັງ ອອກມາ, ບໍ່ມີຂ່າວ ແລະ ບໍ່ມີສຽງ ຈາກລາວ - ເພື່ອນຂອງລາວ ຢູ່ປະເທດອະເມຣິກາ ແລະ ຝຣັ່ງ ກໍບໍ່ໄດ້ຮັບຂ່າວ ຈາກລາວ ເຊັ່ນດຽວກັນ.