ຣັຖມົນຕຣີອາຊຽນອາຈບໍ່ເວົ້າ ເຣື້ອງ ສິດທິ ມະນຸດ
ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ອາຈບໍ່ເວົ້າ ເຖິງບັນຫາ ສິດທິມະນຸດ ຮວມທັງ ສະພາບການ ສິດທິມະນຸດ ຢູ່ ສປປລາວ.
-
ມະນີຈັນ
2016-07-18 -
-
-
Your browser doesn’t support HTML5 audio
ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຊຶ່ງ ຈະຈັດຂຶ້ນຢູ່ ນະຄອນຫຼວງ ວຽງຈັນ ແຕ່ວັນທີ 19 ຫາ ວັນທີ 26 ກໍຣະກະດາ 2016 ອາຈບໍ່ເວົ້າເຖິງ ສະພາບ ສິດທິມະນຸດ ຮວມທັງ ຢູ່ ສປປລາວ ຍ້ອນວ່າ ທາງການລາວ ຜູ້ເປັນເຈົ້າພາບ ກອງປະຊຸມ ບໍ່ຢາກໃຫ້ມີ ປະເທດໃດ ເວົ້າເຖິງເຣຶ່ອງນີ້. ຕາມຄຳເວົ້າ ຂອງ ທ່ານ ຟີລ ໂຣເບິດເຊິ້ນຮອງ ຜູ້ອຳນວຍການ ອົງການ ສິດທິມະນຸດ ປະຈຳພາກພື້ນ ເອເຊັຽ ໃນ ຕອນນຶ່ງວ່າ:
"ເວົ້າຍາກເນາະ ເພາະວ່າເອີ... ເຈົ້າພາບລາວ ກໍບໍ່ຢາກໃຫ້ ໃຜເວົ້າເຖິງ ສິດທິ ມະນຸດຊົນ ກໍເປັນ ເຈົ້າພາບທີ່ເອີ ບໍ່ຢາກເວົ້າເຖິງ ສິດທິ ມະນຸດຊົນ ມັນເວົ້າກັນຍາກ ເນາະ".
ທ່ານເວົ້າຕື່ມວ່າ ຣັຖມົນຕຣີ ການຕ່າງປະເທດ ຂອງ ປະເທດ ສະມາຊິກ ອາຊຽນ ອາດບໍ່ເວົ້າເຣຶ່ອງ ສິດທິມະນຸດ ຍ້ອນເກງໃຈ ສປປລາວ ທີ່ ເປັນເຈົ້າພາບ ກອງປະຊຸມ. ແຕ່ຖ້າເປັນ ກອງປະຊຸມຣະດັບ ຂັ້ນນຳ ປະເທດ ເປັນຕົ້ນ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ທ່ານ ບາຣັກ ໂອບາມາ ຫລື ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງປະເທດ ກໍມີຄວາມ ເປັນໄປໄດ້ ຫຼາຍກວ່າ ທີ່ຈະຍົກ ບັນຫາ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ຮວມທັງ ບັນຫາ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຂຶ້ນມາ ເວົ້າກັບ ຣັຖບານ ສປປລາວ.
ຕາມຣາຍການ ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຈະມີ ກອງປະຊຸມ ພິເສດ ຂອງ ຄນະກັມມາທິການ ຣະຫວ່າງ ຣັຖບານ ອາຊຽນ ດ້ານ ສິດທິມະນຸດ ຫລື AICHR ໃນ ມື້ວັນທີ 23 ກໍຣະກະດາ 2016. ແຕ່ຍັງ ບໍ່ມີການ ເປີດເຜີຍ ເຖິງບັນຫາ ທີ່ຈະຖືກ ຍົກຂຶ້ນເວົ້າ ຢູ່ໃນ ກອງປະຊຸມ ນັ້ນເທື່ອ.