ອົງການຈັດຕັ້ງທາງ ສັງຄົມ ຢູ່ລາວ ຖືກຈໍາກັດ
2018.07.16

ອົງການຈັດຕັ້ງທາງສັງຄົມ ແລະສະມະຄົມຕ່າງໆໃນລາວ ຍັງບໍ່ສາມາດເຮັດວຽກ ຢ່າງອິສຣະໄດ້ເທົ່າທີ່ຄວນ ຍ້ອນວ່າຕ້ອງຢູ່ໃນຂອບເຂດ ທີ່ຣັຖກຳນົດ ແລະບໍ່ສາມາດ ສເນີຄຳຄິດຄຳເຫັນ ແບບກົງໄປກົງມາ ຕໍ່ສາທາລະນະໄດ້ ເຮັດໃຫ້ຫຼາຍໆອົງການ ມີຄວາມຫຍຸ້ງຍາກ ໃນການປະຕິບັດວຽກງານ. ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງທາງສັງຄົມ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ໃຫ້ຣາຍລະອຽດ ຕໍ່ວິທຍຸເອເຊັຍເສຣີ ວ່າ:
“ສຳລັບພາກສ່ວນສະມາຄົມ ພາກອົງກອນສາມາດໃຫ້ຄວາມຮູ້ ກັບປະຊາຊົນໄດ້ ແຕ່ວ່າເຮົາອອກສຽງ ຫຼືວ່າເຮົາຢາກໃຫ້ຍຸຕິອັນນັ້ນອັນນີ້ ມັນເປັນໄປບໍ່ໄດ້ ສ່ວນຫຼາຍກໍ່ເປັນແບບກິຈກັມ ໃຫ້ຄວາມຮູ້ ຫຼືວ່າເປັນກິຈກັມ ທີ່ແບບອ້ອມໆ ໄປເຈາະຈົງບໍ່ໄດ້ ຄ້າຍຄືເວົ້າເລື້ອງ ການ ປ່ຽນແປງດິນຟ້າອາກາດ ຖ້າຈະເວົ້າວ່າເກີດມາຈາກ ການສ້າງເຂື່ອນພລັງງານໄຟຟ້າ ແລະການຕັດໄມ້ ຂາຍໄມ້ ມີຫຍັງເຮົາກໍເວົ້າບໍ່ໄດ້ ການປະຕິບັດມັນຕ້ອງ ເປັນໄປຕາມການນຳພາຂອງພັກ ແລະຣັດເທົ່ານັ້ນ.”
ທ່ານກ່າວຕື່ມວ່າ ສຳລັບອົງການຈັດຕັ້ງທາງສັງຄົມໃນລາວ ບໍ່ວ່າຈະວຽກງານດ້ານໃດກໍ່ຕາມ ກໍຈຳເປັນຕ້ອງໄດ້ຮ່ວມວຽກກັບພາກສ່ວນຂອງ ຣັຖ ແລະຕ້ອງເຮັດໄປຕາມຂອບເຂດ ທີ່ຣັຖກຳນົດ ຊຶ່ງເຣື້ອງດັ່ງກ່າວ ກໍເປັນເງື່ອນໄຂອັນນຶ່ງ ທີ່ຈະເຮັດໃຫ້ອົງກອນນັ້ນໆ ບໍ່ສາມາດກໍ່ຕັ້ງ ຫຼືຕັ້ງຢູ່ຕໍ່ໄປ ໃນລາວໄດ້.
ໃນໄລຍະຜ່ານມາ ການລົງເຮັດວຽກ ຂອງອົງການຈັດຕັ້ງທາງສັງຄົມ ຢູ່ຕາມຊຸມຊົນຕ່າງໆໃນລາວ ຂອງເຈົ້າໜ້າທີ່ ຕ່າງກໍມີຄວາມຫຍຸ້ງຍາກ ຫຼາຍ ນອກຈາກຈະບໍ່ສາມາດ ເວົ້າເຖິງຜົນກະທົບ ທີ່ເກີດຂຶ້ນຈາກໂຄງການພັທນາຕ່າງໆ ຫຼືທີ່ເກີດຂຶ້ນຈາກ ຄວາມບົກຜ່ອງຂອງຣັຖບານ ໄດ້ແລ້ວນັ້ນ ກໍຍັງຕ້ອງໄດ້ຊອກວິທີ ໃຫ້ຄວາມຮູ້ແກ່ປະຊາຊົນ ໃນທາງອ້ອມ ອີກດ້ວຍ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ອົງການຈັດຕັ້ງທາງສັງຄົມ ຈາກອີກອົງການນຶ່ງ ທີ່ເຮັດວຽກດ້ານສິ່ງແວດລ້ອມໃນລາວ ກໍເວົ້າວ່າ ການເຮັດວຽກ ທຸກມື້ນີ້ ມີເຈົ້າໜ້າທີ່ຣັຖ ຕິດຕາມເບິ່ງຕລອດ:
“ປັນຫາກໍ່ຄື ການເຮັດວຽກມັນຈະຍາກ ເພາະວ່າເຮົາບໍ່ສາມາດເວົ້າອີຫຍັງທີ່ຂັດ ຍ້ອນວ່າມີເພິ່ນຢູ່ນຳຕລອດເວລາ ສົມມຸດວ່າ ຢູ່ປ່າໄມ້ແມ່ນບໍ່ ຮ່ວມງານຂອງເຈົ້າໜ້າທີ່ ແມ່ນກະຊວງກະສິກັມແລະປ່າໄມ້ ເປັນຜູ້ຕິດຕາມ ເປັນຜູ້ກວດກາຕິດຕາມຫັ້ນນາ ອັນນີ້ນິມັນເປັນບັນຫາທ້າທາຍ ອັນນຶ່ງເລີຍ ຂອງອົງກອນລາວ ທີ່ບໍ່ສາມາດເຮັດເກີນຂອບເຂດ ທີ່ຂະເຈົ້າກຳນົດໄວ້ໃຫ້ ບໍ່ມີອົງກອນໃດເລີຍ ທີ່ວ່າກ້າເຮັດເກີນຂອບເຂດ ທີ່ຂະເຈົ້າກຳນົດ ບໍ່ມີ.”
ກ່ຽວກັບເຣື້ອງດັ່ງກ່າວນີ້ ອົງການສະຫະປະຊາຊາດ ຫຼື UN ກໍໄດ້ເວົ້າໃນກອງປະຊຸມ ເຣື່ອງການນັບຖືສິດທິມະນຸດ ຂອງປະເທດລາວ ໃນມື້ວັນທີ່ 11 ແລະ 12 ກໍຣະກະດາ ທີ່ຜ່ານມາວ່າ ຣັຖບານ ກົດຂີ່ແລະຈຳກັດການເຮັດວຽກ ຂອງອົງຈັດຕັ້ງທາງສັງຄົມ ໃນປະເທດ ຫຼາຍເກີນໄປ.