ຄວາມສງົບຕາມເຂດຊາຍແດນ ລາວ-ໄທ
2013.08.09

ການປະຊຸມ ຄະນະກັມມະການຮ່ວມມື ຮັກສາຄວາມສງົບຮຽບຮ້ອຍ ຕາມເຂດຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 20 ໄດ້ຈັດຂຶ້ນທີ່ນະຄອນ ຫລວງວຽງຈັນ ເມື່ອວັນທີ 18 ກໍຣະກະດາ ຜ່ານມາ, ຊຶ່ງຝ່າຍລາວ ນໍາໂດຍ ພົລໂທ ດວງໃຈພິຈິດ, ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນປະເທດ, ສ່ວນຝ່າຍໄທ ນໍາໂດຍ ພົລເອກ ຍຸທສັກ ສະສິປຣະພາ, ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ປ້ອງກັນປະເທດ ຂອງໄທ.
ການປະຊຸມຄັ້ງນີ້ ໄດ້ມີການຫາລື ແລກປ່ຽນຄວາມຄຶດຄວາມເຫັນ, ທົບທວນ ແລະ ການປະເມີນຜົລການປະຕິບັດວຽກງານ ທີ່ຜ່ານມາ ເພື່ອເພີ້ມຄວາມສັມພັນ ແລະ ການຮ່ວມມື ດ້ານຄວາມໝັ້ນຄົງ ຕາມເຂດຊາຍແດນ ແລະ ເປັນການປູທາງ ໃນການແກ້ໄຂບັນຫາ ຄວາມບໍ່ເຂົ້າໃຈກັນ ຢ່າງສັນຕິ.
ນອກຈາກ ການຫາລື ຫົວຂໍ້ຕ່າງໆ ທີ່ຈັດຢູ່ໃນຣາຍການ ກອງປະຊຸມແລ້ວ, ເຈົ້າໜ້າທີ່ ລາວ ແລະ ໄທ ຍັງໄດ້ເນັ້ນເຖິງ 2 ເຣື້ອງທີ່ສໍາຄັນ ເຊັ່ນ ການເພີ້ມທະວີ ປາບປາມການລັກລອບຢາເສບຕິດ ແລະ ການປະສານງານ ຣະຫວ່າງ ເຈົ້າໜ້າທີ່ ຂອງສອງປະເທດ. ພັນເອກ ທະນາທິບ ສວ່າງແສງ, ໂຄສົກ ກະຊວງປ້ອງກັນ ປະເທດ ຂອງໄທ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:
“ນອກເໜືອຈາກນັ້ນແລ້ວ, ທີ່ປະຊຸມ ຍັງໄດ້ ເນັ້ນຢູ່ 2 ເຣື້ອງຫລັກໆ. ເຣື້ອງທີນຶ່ງ ຄື ເຣື້ອງຂອງ ຄວາມຮ່ວມມື ໃນການປ້ອງກັນ ແລະ ປາບປາມ ຢາເສບຕິດ ໂດຍຈະຜ່ານກົນໄກ ຂອງຄະນະກັມມະການ ຮັກສາຄວາມສງົບຮຽບຮ້ອຍ ຕາມຊາຍແດນ ໄທ-ລາວ ກໍຄື ໃຊ້ຄະນະກັມມະການ ເຂົ້າມາເບິ່ງແຍງ ມັນຈະເຮັດໃຫ້ ຄະນະກັມມະການ ມີຫລາຍເພີ້ມຂຶ້ນ, ຊຶ່ງເຣື້ອງແກ້ໄຂບັນຫາ ຢາເສບຕິດນີ້ ກໍຈະມີການແລກປ່ຽນ ຂໍ້ມູນຂ່າວສານ ຮ່ວມກັນ ແລະ ມີການລາຕເວນ ຊາຍແດນ ທັງສອງປະເທດ ຮ່ວມກັນ.”
ພ້ອມດຽວກັນນັ້ນ, ທີ່ປະຊຸມ ຍັງໄດ້ສະແດງ ຄວາມຍິນດີ ຕໍ່ຜົລສໍາເຣັດ ໃນການໄປສຶກສາ ວຽກງານ ແກ້ໄຂບັນຫາ ຢາເສບຕິດ ຂອງເຈົ້າໜ້າທີ່ ຣະດັບສູງ ຂອງລາວ ທີ່ບາງກອງ, ແຂວງປະທຸມທານີ ແລະ ແຂວງຊົນບູຣີ ເມື່ອຕົ້ນເດືອນ ມິຖຸນາ ປີ 2013 ເພື່ອພິຈາຣະນາ ຫາຊ່ອງທາງ ຮ່ວມກັນ ໃນການແກ້ໄຂບັນຫາ ທີ່ຈະນໍາໄປສູ່ ການພັທນາ ຢ່າງຍືນຍົງ.
ສ່ວນເຣື້ອງທີ 2 ແມ່ນການແລກປ່ຽນ ບັນຊິີຣາຍຊື່ ຜູ້ປະສານງານ ພ້ອມທັງຣະບົບການຕິດຕໍ່ ສື່ສານ ຣະຫວ່າງ ກອງບັນຊາການ ທະຫານແຂວງຂອງລາວ ແລະ ກອງກໍາລັງ ປ້ອງກັນຊາຍແດນ ຂອງໄທ, ຮວມທັງ ໜ່ວຍປະສານງານ ຊາຍແດນ ປະຈໍາພື້ນທີ່ ເພື່ອແລກປ່ຽນ ຂໍ້ມູນ ຂ່າວສານ ຮ່ວມກັນ ຊຶ່ງຈະເປັນປໂຍດ ໃນການແກ້ໄຂ ບັນຫາ ໃຫ້ຍຸຕິລົງ ຢ່າງໄວ.
ການເພີ້ມການຮ່ວມມື ວ່າດ້ວຍການປາບປາມ ຢາເສບຕິດ ຣະຫວ່າງ ເຈົ້າໜ້າທີ່ 2 ປະເທດ ມີຂຶ້ນ ໃນຂະນະທີ່ ຢາເສບຕິດ ໂດຍສະເພາະ ຢາບ້າ ຣະບາດ ຢ່າງຫລວງຫລາຍ ໃນສອງປະເທດ ພ້ອມທັງ ມີການລັກລອບຂົນສົ່ງຢາເສບຕິດ ຜ່ານຊາຍແດນ ກໍມີຢ່າງເປັນຂະບວນ. ຊຶ່ງເຫັນໄດ້ ຈາກການຈັບ ແລະ ຍຶດຢາໄດ້ ຢູ່ເລື້ອຍໆ ເຊັ່ນ ເມື່ອວັນທີ 8 ສິງຫານີ້ ເຈົ້າໜ້າທີ່ໄທ ຈັບຂະບວນການລັກລອບ ຂົນຢາບ້າໃນພື້ນທີ່ ພາກເໜືອໄດ້, ຊຶ່ງຍຶດໄດ້ຂອງກາງ ຢາບ້າ 4 ລ້ານກ່ວາເມັດ. ຜູ້ຕ້ອງຫາ ສາລະພາບ ວ່າ ໄດ້ຮັບຄ່າຈ້າງ ຂົນຢາ ຈາກ ຊາວລາວ. ນອກຈາກນັ້ນ, ເມື່ອວັນທີ 5 ສິງຫາ ເຈົ້າໜ້າທີ່ ຮັກສາຄວາມສງົບຮຽບຮ້ອຍ ຕາມລໍາແມ່ນໍ້າຂອງ ແຂວງອຸບົນ ຂອງໄທ ຈັບແມ່ຍິງຊາວລາວ ທີ່ລັກລອບຂົນສົ່ງຢາບ້າ ຈໍານວນ 18,000 ເມັດ ເຂົ້າໃນປະເທດໄທ. ສ່ວນຢູ່ ສປປລາວ ກໍມີການຈັບພວກລັກລອບ ຂາຍຢາບ້າໄດ້ ເຊັ່ນດຽວກັນ ແຕ່ວ່າ ສ່ວນຫລາຍ ຈະເປັນຣາຍຍ່ອຍ ແຕ່ບໍ່ສາມາດ ຈັບຣາຍໃຫຍ່ ແລະ ນາຍທຶນ ຜູ້ທີ່ຢູ່ເບື້ອງຫລັງໄດ້.
ກ່ຽວກັບ ການຣະບາດ ຂອງຢາບ້າ ດັ່ງກ່າວ ສ້າງຄວາມຢ້ານກົວ ໃຫ້ແກ່ ປະຊາຊົນ ທັງສອງປະເທດ ຢ່າງຫລວງຫລາຍ ເນື່ອງຈາກວ່າພວກຂາຍ ແລະ ເສບຢາ ສ່ວນຫລາຍ ມັກຈະເປັນພວກຊາວໜຸ່ມ. ແລະ ໃນເມື່ອບໍ່ມີເງິນຊື້ຢາເສບແລ້ວ, ພວກຂະເຈົ້າ ຈະໄປຊອກງັດແງະປຸ້ນຈີ້ ຕາມບ້ານເຮືອນຕ່າງໆ. ຊາວລາວ ໃນເຂດພາກໃຕ້ ເວົ້າສູ່ຟັງ ກ່ຽວກັບ ຊາວໜຸ່ມ ຕິດຢາບ້າ ວ່າ:
“ວັຍໜຸ່ມ ບ້ານເຮົາລະ ບໍ່ໄຫວແລ້ວ ທຸກມື້ນີ້ນ໋າ, ຕິດຢາຫຍັງຫລາຍໂພດ ຕິດຢາມ້າ, ໂດຍນອນກະຈົນບໍ່ໄດ້ ໝົດຄືນ ເຂົາທຽວ ເຂົ້າໄປຊື້ຢາ ນະ. ບ້ານຂ້ອຍ ເຂົາຂາຍຫລາຍເດ ຢານະ, ຂາຍຄືຂນົມນີ້, ຂີ່ຣົດຈັກມາລະກະຍື່ນໃຫ້ກັນໂລດ. ບາງເທື່ອ ເຂົາກະໄປຢືນຂາຍ ແຄມທາງພຸ້ນນະ.”
ນອກຈາກການລັກລອບຂົນຢາບ້າ ແລ້ວ, ຍັງມີກິຈກັມອື່ນໆທີ່ຜິດກົດໝາຍ ທີ່ເກີດຂຶ້ນ ຕາມລໍາແມ່ນໍ້າຂອງ ເຊັ່ນການລັກລອບຂົນສັດປ່າ, ການລັກຕັດ ແລະ ຂົນສົ່ງໄມ້ ທີ່ຜິດກົດໝາຍ ເຊັ່ນ ເມື່ອວັນທີ 25 ກໍຣະກະດາ ຜ່ານມາ, ຕໍາຣວດ ແຂວງໄຊຍະພູມ ຂອງໄທ ກໍໄດ້ຈັບ ຊາວລາວ ຄົນນຶ່ງ ແລະ ຊາວໄທ 4 ຄົນ ທີ່ຮ່ວມກັນ ລັກລອບຕັດໄມ້ ຂະຍຸງ ໃນເຂດອຸດທະຍານແຫ່ງຊາດ ຂອງໄທ ເພື່ອຈະຂົນສົ່ງໄມ້ດັ່ງກ່າວ ເຂົ້າໄປລາວ ແລ້ວສົ່ງ ຂາຍຕໍ່ ໄປຍັງປະເທດຈີນ.
ສ່ວນປະເດັນອື່ນໆ ຢູ່ໃນຣາຍການ ທີ່ລາວ ແລະ ໄທ ໄດ້ຫາລືກັນ ໃນກອງປະຊຸມ ຄັ້ງທີ 20 ນີ້ ຮວມມີ ຄວາມຮ່ວມມື ແກ້ໄຂ ບັນຫາ ບຸກຄົນ 2 ສັນຊາດ, ຊຶ່ງລາວ ແລະ ໄທ ໄດ້ກວດກາ ກ່ຽວກັບ ບຸກຄົນ 2 ສັນຊາດ ຢ່າງເຂັ້ມງວດ, ໂດຍໄດ້ແລກປ່ຽນ ຂໍ້ມູນ ກັນທັນທີ ເພື່ອກວດກາ ຂໍ້ມູນ ທີ່ແທ້ຈິງ ແລະ ຂຶ້ນທະບຽນ ປວັດ ຂອງ ບຸກຄົນ ດັ່ງກ່າວ.
ຈາກນັ້ນ ກໍແມ່ນ ການກວດພື້ນທີ່ ຮ່ວມຊາຍແດນ ລາວ-ໄທ, ຊຶ່ງເຈົ້າໜ້າທີ່ ທັງສອງຝ່າຍ ເຫັນພ້ອມນໍາກັນ ໃນການກວດກາ ພື້ນທີ່ຊາຍແດນຮ່ວມກັນ ຢ່າງໜ້ອຍ 1 ປີ, ໃນກໍຣະນີ ມີບັນຫາເກີດຂຶ້ນ ຖ້າຫາກວ່າ ມີຝ່າຍໃດຝ່າຍນຶ່ງ ສເນີ ທັງສອງຝ່າຍ ຈະພ້ອມກັນ ໄປກວດກາ ພື້ນທີ່ ໂດຍທັນທີ.
ຕໍ່ມາ ກໍແມ່ນ ການວາງກໍາລັງ ແລະ ການລາຕເວນ ຂອງເຈົ້າໜ້າທີ່ ລາວ ແລະ ໄທ, ຊຶ່ງທັງສອງປະເທດ ຍັງສືບຕໍ່ ວາງກໍາລັງ ຣະຫວ່າງ ແຂວງຈໍາປາສັກ ແລະ ອຸບົນ ເພື່ອຮັກສາ ແລະ ປ້ອງກັນ ບັນຫາ ທີ່ຈະສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ຊາຍແດນ ລາວ-ໄທ. ພ້ອມກັນນັ້ນ, ສອງຝ່າຍ ບໍ່ໃຫ້ ກໍາລັງທະຫານ ແລະ ຕໍາຣວດ ຂອງຝ່າຍໃດຝ່າຍນຶ່ງ ລາຕເວນ ລ່ວງລໍ້າ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ ຍົກເວັ້ນ ກໍຣະນີ ການຊ່ອຍເຫລືອ ຜູ້ປະສົບ ອຸບັດຕິເຫດ ທາງນໍ້າຂອງ ຕາມຫລັກມະນຸສທັມ.
ນອກຈາກນັ້ນ ກໍແມ່ນ ການປະຕິບັດງານ ຂອງໜ່ວຍເຮືອ ຮັກສາຄວາມສງົບຮຽບຮ້ອຍ ຕາມລໍາແມ່ນໍ້າຂອງ, ຊຶ່ງຝ່າຍໄທ ຍັງໃຫ້ໜ່ວຍເຮືອ ຮັກສາຄວາມສງົບຮຽບຮ້ອຍ ຕາມລໍາແມ່ນໍ້າຂອງ ປະຕິບັດພາລະກິຈ ໂດຍບໍ່ໃຫ້ເກີດຜົລກະທົບ ຕໍ່ການປະກອບອາຊີພ ໂດຍ ສຸຈຣິດ ຂອງປະຊາຊົນ ທັງສອງຝັ່ງ.
ພາຍຫລັງ ທີ່ກອງປະຊຸມ ວ່າດ້ວຍການຮ່ວມມື ຮັກສາຄວາມສງົບຮຽບຮ້ອຍ ຕາມເຂດຊາຍແດນລາວໄທແລ້ວ, ລາວ ແລະ ໄທ ຍັງຈະປະຊຸມກັນ ກ່ຽວກັບ ການປັກຫລັກເຂດແດນ ຄັ້ງທີ 9, ຊຶ່ງກໍານົດ ຈັດຂຶ້ນ ໃນວັນທີ 15 ເດືອນສິງຫານີ້.