ກອງປະຊຸມຮ່ວມມື ລາວ-ໄທຍ໌


2013.07.18
F-Lao-Thai ທ່ານ ນາຍພົນໂທ ດວງໃຈ ພິຈິດ (ຂວາ) ພົນເອກ ຍຸທທະສັກ ສະສິປະພາ ຮອງ ຣັຖມົນຕຣີ ປ້ອງກັນ ປະເທສ ຂອງໄທຍ໌ ປະທານຮ່ວມ ກອງປະຊຸມ
VT Times

 

ກະຊວງ ປ້ອງກັນ ປະເທສ ຂອງ ສປປລາວ ແລະ ໄທຍ໌ ຮ່ວມກັນຈັດ ກອງປະຊຸມ ຄະນະ ກັມການ ຮ່ວມມື ຮັກສາ ຄວາມສງົບ ຮຽບຮ້ອຍ ຕາມແນວ ຊາຍແດນ ລາວ-ໄທຍ໌ ທີ່ ນະຄອນຫລວງ ວຽງຈັນ ໃນວັນທີ 18 ກໍຣະກະດາ 2013 ໂດຍການ ເປັນປະທານ ຂອງ ພົນໂທ ດວງໃຈ ພິຈິດ ຣັຖມົນຕຣີ ປ້ອງກັນ ປະເທສ ຂອງລາວ ແລະ ພົນເອກ ຍຸດທະສັກ ສະສິປະພາ ຮອງ ຣັຖມົນຕຣີ ປ້ອງກັນ ປະເທສ ຂອງໄທຍ໌.

ກອງປະຊຸມ ຄັ້ງນີ້ ມີການ ປຶກສາຫາລຶ ກ່ຽວກັບ ບັນຫາຕ່າງໆ ທີ່ພົວພັນ ຄວາຮ່ວມມື ຮັກສາ ຄວາມສງົບ ຮຽບຮ້ອຍ ຕາມແນວ ຊາຍແດນ ທົ່ວໄປ. ດັ່ງພັນເອກ ທະນາທິບ ສະຫວ່າງ ແສງ ໂຄສົກ ກະຊວງ ປ້ອງກັນ ປະເທສໄທຍ໌ ເວົ້າວ່າ:

"ທ່ານວ່າ ການປະຊຸມ ຈະເວົ້າເຖິງ ຫລາຍບັນຫາ. ເຊັ່ນການ ຮ່ວມມື ຮັກສາ ຄວາມສງົບ ຮຽບຮ້ອຍ ຕາມຊາຍແດນ ທົ່ວໄປ ໄທຍ໌-ລາວ. ບັນຫາ ທີສອງ ກໍແມ່ນ ການພົວພັນ ແລະ ການຮ່ວມມື ຊ່ວຍເຫຼືອ ຣະຫວ່າງ ກອງທັບ ແລະ ຕໍາຣວດ ຂອງ ທັງສອງ ປະເທສ".

ທ່ານເວົ້າ ຕໍ່ໄປວ່າ 2 ຝ່າຍ ຈະປຶກສາກັນ ເຣື້ອງ ການ ລາດຕະເວນ ຕາມແນວ ຊາຍແດນ ຣະຫວ່າງ ແຂວງອຸບົນ ກັບແຂວງ ຈໍາປາສັກ, ບໍ່ໃຫ້ ເຈົ້າໜ້າທີ່ ຝ່າຍໃດ ຝ່າຍນຶ່ງ ລ່ວງລໍ້າ ເຂດແດນ ຂອງ ອີກຝ່າຍນຶ່ງ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ ຍົກເວັ້ນແຕ່ວ່າ ເຂົ້າໄປ ຊ່ວຍເຫລືອ ຜູ້ປະສົບພັຍ ຕາມລໍາ ແມ່ນໍ້າຂອງ. ຈະປຶກສາ ຫາທາງແກ້ໄຂ ບັນຫາ ການລັກຄ້າ ຄົນງານ ຂ້າມຊາຍແດນ ແລະ ບັນຫາ ບຸກຄົນ 2 ສັນຊາດ ນໍາດ້ວຍ.

ກອງປະຊຸມ ເທື່ອນີ້ ມີການທົບທວນ ເຖິງການ ພົວພັນ ລາວ-ໄທຍ໌ ທີ່ມີມາ ຍາວນານ ຮວມທັງ ຈະແລກປ່ຽນ ຂໍ້ມູນ ຂ່າວສານ ແລະ ທັງ ເຈົ້າໜ້າທີ່ 2 ຝ່າຍ ເພື່ອຄວາມ ສະດວກ ໃນການ ປະສານງານ ກັນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.