ລາວ-ໄທ ຈະເຈຣະຈາ ເຣື້ອງເຂດແດນ
2013.07.26
ລາວ ແລະ ໄທ ຈະເປີດ ເຈຣະຈາ ເຣື້ອງ ປັກຫລັກ ໝາຍເຂດແດນ ອີກໄໝ່ ຫລັງຈາກ ຢຸດ ມາໄດ້ 6 ປີ.
ກະຊວງ ການຕ່າງປະເທດ ລາວ ແລະ ໄທ ຈະເປີດ ກອງປະຊຸມ ກັມມາທິການ ຮ່ວມ ຊາຍແດນ ລາວ-ໄທ ຄັ້ງທີ່ 9 ໃນວັນທີ 15-16 ສິງຫາ ທີ່ບາງກອກ ອີກໄໝ່ ຫລັງຈາກ ການເຈຣະຈາ ໄດ້ ຢຸດຊະງັກ ລົງເມື່ອ 6 ປີກ່ອນ. ກອງປະຊຸມ ເທື່ອນີ້ ຈະສືບຕໍ່ ສົນທະນາ ເຣື້ອງບັນຫາ ເຂດແດນ, ແກ້ໄຂ ບັນຫາ ປັກຫລັກ ເຂດແດນ ທີ່ຍັງຄ້າງຄາ ກັນຢູ່. ດັ່ງທີ່ທ່ານ ພັນເອກ ທະນາທິບ ສະຫ່ວາງແສງ ໂຄສົກ ກະຊວງ ປ້ອງກັນ ປະເທດໄທ ໄດ້ກ່າວ ໃນວັນທີ່ 25 ກໍຣະກະດາ ນີ້ວ່າ:
"ທ່ານວ່າ ເຣື້ອງຂອງພື້ນທີ່ ທີ່ເປັນເສັ້ນ ເຂດແດນ ບາງຈຸດ ຈະຕ້ອງ ແກ້ບັນຫາ ດ້ວຍ ກັມມາທິການ ເຂດແດນ ມີເວທີ ຂອງ ກັມມາທິການ ເຂດແດນ ເພິ່ນເບິ່ງແຍງຢູ່ ແຕ່ກໍບໍ່ມີ ຜົນກະທົບ ຫຍັງ ທີ່ຜ່ານມາ ເຮົາຍັງຄົງ ເຮັດວຽກ ຮ່ວມກັນໄດ້ ເປັນຢ່າງດີ".
ໃນກອງປະຊຸມ ຄັ້ງນີ້ ຈະຕິດຕາມ ຜົນຂອງການ ດໍາເນີນງານ ທີ່ ກອງປະຊຸມ ກັມມາທິການ ເຂດແດນຮ່ວມ ລາວ-ໄທ ຄັ້ງທີ່ 8 ໄດ້ລະບຸໄວ້. ຫົວໜ້າ ເຈຣະຈາ ຝ່າຍໄທ ໄດ້ແກ່ ທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງປະເທດ ທີ່ ຈະເປັນ ປະທານຮ່ວມ ກັບ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງປະເທດ ສປປ ລາວ.
ປັດຈຸບັນ ລາວແລະໄທ ສາມາດ ປັກຫລັກ ເຂດໝາຍ ຊາຍແດນ ທາງບົກ ຮ່ວມກັນ ໄດ້ແລ້ວ 204 ຫລັກ ຫລື 96% ໃນ ລະຍະທາງ 676 ກລມ. ສ່ວນ ການສໍາຣວດ ແລະ ປັກຫລັກ ເຂດໝາຍ ຕາມ ແມ່ນໍ້າຂອງ ແລະ ນໍ້າເຫືອງ ນັ້ນ ຍັງຢູ່ໃນ ລະຫ່ວາງ ເຈຣະຈາ ກັນຢູ່. ລາວ ແລະ ໄທ ມີເຂດແດນ ຕິດກັນ ທັງໝົດ 1,810 ກິໂລແມັດ, ທາງນໍ້າ 1,108 ກລມ ແລະ ທາງບົກ 702 ກລມ.