ວັນກອງທັບ ແຫ່ງ ຣາຊອານາຈັກ ລາວ

ຈໍາປາທອງ
2017.03.27
f-khamthene ທ່ານ ຄຳແຖ່ນ ຈີນຍາວົງ ປະທານ ສະມາຄົມນັກຣົບເກົ່າ ແລະ ຜູ້ປະສົບພັຍສົງຄາມ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ
RFA/PR

ອາດີດນາຍທະຫານລາວ ທີ່ຕ່າງປະເທສ ພາກັນຈັດງານສເລີມສລອງ ວັນສ້າງຕັ້ງກອງທັບແຫ່ງ ຣາຊອານາຈັກລາວ ຄົບຮອບ 67 ປີ ໃນປີ 2017 ນີ້ ຢູ່ຫລາຍປະເທສ ໃນໂລກ ທັງຢູ່ ອະເມຣິກາ ແລະຢູໂຣບ ເພື່ອຣະລຶກເຖິງ ຄຸນງາມຄວາມດີ ທີ່ ບັນພະບູດລາວໄດ້ ເສັຽສຣະ ສ້າງວິຣະກັມ ມາ, ເພື່ອທຳບຸນກິນທານ ອຸທິດສ່ວນກຸສົນ ເຖິງດວງວິນຍານ ຂອງ ບັນພະບູຣຸດ ແລະຜູ້ມີ ຄຸນງາມຄວາມດີ ແລະ ເພື່ອ ເຕົ້າໂຮມ ຄວາມສາມັກຄີ ຄອບຄົວ ນັກຣົບເກົ່າ ແລະ ຜູ້ປະສົບພັຍສົງຄາມ.

ຢູ່ສະຫະຣັຖ ອະເມຣິກາ ກໍມີການສເລີມສລອງ ວັນສຳຄັນດັ່ງກ່າວ ຢູ່ຫລາຍຣັຖ. ໃນນັ້ນສະມາຄົມ ນັກຣົບເກົ່າ ແລະຜູ້ປະສົບພັຍ ສົງຄາມ ແຫ່ງ ຣາຊອານາຈັກລາວ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ກໍໄດ້ຈັດ ພິທີຂຶ້ນ ທີ່ວັດລາວ ເວີຈິເນັຍ, ເມືອງ Lorton ໃນມື້ວັນທີ 25 ມິນາ 2017 ແຕ່ເວລາ 10:00 ເຊົ້າເຖິງບ່າຍ 3:00 ໂມງ.

ໃນງານດັ່ງກ່າວມີທັງພິທີ ທາງສາສນາ ແລະ ພິທີຂອງກອງທັບ ຊຶ່ງໃນນັ້ນ ທ່ານ ຄຳແຖ່ນ ຈິນຍາວົງ ປະທານ ສະມາຄົມ ນັກຣົບເກົ່າ ແລະຜູ້ປະສົບພັຍ ສົງຄາມ ແຫ່ງ ຣາຊອານາຈັກລາວ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ໄດ້ກ່າວ ຄຳປາສັຍ ດັ່ງມີເນື້ອໃນ ຕອນນຶ່ງວ່າ: ສຽງ...

ແລະຜູ້ເຂົ້າຮ່ວມງານທັງຫລາຍ ຕ່າງກໍມີຄວາມດີໃຈ ແລະພາກພູມໃຈ ທີ່ໄດ້ມາ ເຂົ້າຮ່ວມງານຄັ້ງນີ້, ດັ່ງ ຍານາງ ບຸນຈັນ ເສນທະວົງ ກ່າວວ່າ: ສຽງ...

ສຳລັບຢູ່ຣັຖມິນເນໂຊຕາ ສະຫະພັນ ກຳລັງ ປະກອບອາວຸດ ແຫ່ງ ຣາຊອານາຈັກລາວ ແລະ ທະຫານຜ່ານເສິກ ໜ່ວຍຣົບພິເສດ ໃນ ສົງຄາມວຽດນາມ ກໍໄດ້ຈັດງານ ສເລີມສລອງ ວັນສຳຄັນ ຄົບຮອບ 67 ປີນີ້ ຂຶ້ນທີ່ສວນ ສາທາຣະນະ Brooklyn  ແຕ່ເວລາ 6 ໂມງແລງ ເຖິງທ່ຽງຄືນ ຂອງວັນທີ 25 ມິນາ.

ກ່ຽວກັບງານນັ້ນ ທ່ານ ຂາວ ອິນສີຊຽງໃໝ່ ຜູ້ອຳນວຍການ ຝ່າຍບໍຣິຫານ ສະຫະພັນ ກຳລັງປະກອບອາວຸດ ແຫ່ງ ຣາຊອານາຈັກລາວ ແລະ ທະຫານຜ່ານເສິກ ໜ່ວຍຣົບພິເສດ ໃນສົງຄາມວຽດນາມ ກ່າວເຖິງ ຈຸດປະສົງ ຂອງງານນັ້ນວ່າ ມີ 3 ຢ່າງ: ສຽງ...

ການສເລີມສລອງວັນສ້າງຕັ້ງກອງທັບ ແຫ່ງຣາຊອານາຈັກລາວ ຄົບຮອບ 67 ປີ ໃນປີ 2017 ນີ້ ຜູ້ເຂົ້າຮ່ວມງານ ທັງຫລາຍຕ່າງກໍພາກັນ ເວົ້າວ່າ ມີຄວາມໝາຍສຳຄັນ ທັງຕໍ່ບັນພະບູຣຸດ ແລະ ຜູ້ມີຄຸນງາມຄວາມດີ ທີ່ໄດ້ລ່ວງລັບໄປແລ້ວ ແລະຕໍ່ຄອບຄົວ ນັກຣົບເກົ່າ ແລະ ຜູ້ ປະສົບພັຍສົງຄາມ ທີ່ມີຄວາມສາມັກຄີ, ຮັກແພງ ແລະ ຊ່ວຍເຫລືອຊຶ່ງກັນ ແລະ ກັນເປັນຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.