ສິດທິມະນຸດໃນລາວບໍ່ຄວນ ຖືກຝ່າຝືນ

ອົງການ ສິດທິ ມະນຸດ ຂອງລາວ ໃນ ຕ່າງປະເທດ ຮຽກຮ້ອງ ໃຫ້ ສະຫະຣັຖ ກົດດັນ ຣັຖບານ ລາວ ໃຫ້ ເຄົາຣົບ ສິດທິມະນຸດ.

ຜູ້ສື່ຂ່າວ ເອເຊັຍເສຣີ ສັມພາດ ທ່ານ ຣິຊາດ ໄຊສົມມອນ ຜູ້ຕາງໜ້າ ໃຫ້ ຄະນະກັມມາທິການ ສະພາ ສິດທິມະນຸດຊົນ ຊາວລາວ ຢູ່ທີ່ຕຶກ ຣັຖສະພາ ສະຫະຣັດ ວໍຊິງຕັນ ດີ ຊີ ໃນວັນທີ 9 ກໍຣະກະດາ 2014 RFA

 

ຄະນະ ກັມມາທິການ ສະພາ ສິດທິມະນຸດ ຊົນຊາວລາວ ຢູ່ ສະຫະຣັດ ອະເມຣິກາ ສະແດງ ຄວາມເປັນຫ່ວງ ໃນເຣື້ອງ ການຣະເມີດ ສິດທິມະນຸດ ຢູ່ ສປປ ລາວ ຈຶ່ງໄດ້ຈັດ ກອງປະຊຸມ ຂຶ້ນຢູ່ ຕຶກ ຣັຖສະພາ ສະຫະຣັຖ ໃນວັນທີ 9 ກໍຣະກະດາ ເພື່ອຮຽກຮ້ອງ ໃຫ້ ສະມາຊິກ ຣັຖສະພາ ແລະ ຣັຖບານ ອະເມຣິກັນ ເພີ້ມການ ກວດກາ ຕິດຕາມ ການ ຣະເມີດ ສິດທິມະນຸດ ຫລື ສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນລາວ.

ກໍຣະນີ ທີ່ເດັ່ນ ກວ່າໝູ່ ທີ່ ກອງປະຊຸມ ໄດ້ຍົກ ຂຶ້ນມາກໍຄື ເຣຶ້ອງ ການສູນຫາຍ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ແລະ ບໍ່ເຫັນພ້ອມ ກັບ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ. ທ່ານ ຣິຊາດ ໄຊສົມມອນ ຜູ້ຕາງໜ້າ ໃຫ້ ຄະນະ ກັມມາທິການ ສະພາ ສິດທິມະນຸດຊົນ ຊາວລາວ ກ່າວວ່າ:

"ການຣະເມີດ ສິດທິມະນຸດຊົນ ຢູ່ ປະເທດລາວ ຫັ້ນ ແມ່ນພວກເຮົາ ຫັ້ນ ແມ່ນ ບໍ່ເຫັນພ້ອມ ກ່ຽກັບ ເຣື້ອງ ຣັຖບານລາວ ເຮັດແບບ ນັ້ນ ຕົວຢ່າງ ເຣື້ອງທີ່ ເກີດຂຶ້ນ ຄືເປັນຕົ້ນ ທ່ານ ສົມບັດ ສົມພອນ ແລະ ໃນຕອນນີ້ ບອກວ່າ ບໍ່ເຫັນ ຫລື ບໍ່ຮູ້ ແລະ ໃນຕອນນີ້ ຣັຖບານ ລາວ ຕ້ອງມີ ຄຳຕອບ ໃຫ້ຊາວໂລກ ຢ່າງແຈ້ງຂາວ ວ່າດຽວນີ້ ທ່ານ ສົມບັດ ສົມພອນ ໄດ້ຢູ່ໃສ".

ນອກຈາກ ນີ້ ກອງປະຊຸມ ຍັງໄດ້ ຍົກເອົາ ກໍຣະນີ ການຈັບຕົວ ບັນດາ ນັກສຶກສາ ທີ່ ພາກັນ ປະທ້ວງ ໃນ ວັນທີ 26 ຕຸລາ ປີ 1999 ແລະ ກໍຣະນີ ບັນດາ ນັກໂທດ ການເມືອງ ທີ່ ຖືກກັກຂັງ. ກອງປະຊຸມ ໄດ້ ຢືນຢັນ ວ່າ ສິດທິມະນຸດ ຫລື ສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນ ລາວ ຈະຕ້ອງໄດ້ ຮັບການ ເຄົາຣົບ ນັບຖື ແລະ ຄົນລາວ ຄວນມີ ສິດທິ ໃນການ ປາກເວົ້າ ແລະ ມີສິດທິ ການໂຮມ ຊຸມນຸມ ປະທ້ວງ. ຄະນະ ກັມມາທິການ ສິດທິມະນຸດຊົນ ຊາວລາວ ປະກອບ ດ້ວຍ ອົງການ ລາວຍຸກໃໝ່ ເພື່ອ ປະຊາທິປະໄຕ, ອົງການ ພະລັງ ຮ່ວມຊາດລາວ, ສະພາ ສິດທິມະນຸດຊົນ ຊາວລາວ, ອົງການ ລາວຮ່ວມສັມພັນ, ຂະບວນການ ລາວເປັນລາວ ຍຸກໃໝ່ ແລະ ຂະບວນການ ນັກສຶກສາ ເພື່ອ ປະຊາທິປະໄຕ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org