ຜູ້ນໍາລາວສລອງ 60 ປີ ຂອງພັກ

ສົມເນ
2015.03.22
F-Choummaly ທ່ານ ຈຸມມະລີ ໄຊຍະສອນ ປະທານ ປະເທດ ເລຂາທິການ ໃຫຍ່ ຂອງ ພັກ ປະຊາຊົນ ປະຕິວັດ ລາວ
LPDR

ວັນທີ 22 ມິນາ ປີ 2015 ເປັນ ວັນ ຄົບຮອບ 60 ປີ ຂອງ ການ ສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ຊຶ່ງ ເປັນພັກ ກໍາ ອໍານາດ ປົກຄອງ ປະເທດ ສາທາຣະນະຣັດ ປະຊາ ທິປະຕັຍ ລາວ. ການສລອງ ໄດ້ ຈັດຂຶ້ນ ທີ່ ນະຄອນ ຫລວງ ວຽງຈັນ ໃນ ຕອນເຊົ້າ ຂອງ ວັນທີ 21 ມິນາ.

ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ແລະ ເລຂາທິການ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ຮຽກຮ້ອງ ໃຫ້ ສະມາຊິກ ພັກ ທຸກຄົນ ພ້ອມພຽງ ກັນ ປົກປັກ ຮັກສາ ແລະ ເສີມຂຍາຍ ການ ສ້າງສາ ພັກ ໃຫ້ ເຂັ້ມແຂງ ເພື່ອ ນໍາພາ ປະເທດ ຊາຕ ກ້າວຂຶ້ນສູ່ ສັງຄົມ ນິຍົມ ເທື່ອ ລະກ້າວ:

"ເພື່ອ ເຮັດໃຫ້ ຫລ້ອນ ໜ້າທີ່ ພາລະ ກັມການ ນໍາພາ ອັນ ຍິ່ງໃຫຍ່ ແລະ ການ ນໍາພາ ຂອງ ພັກ ນັ້ນ ແມ່ນ ຕ້ອງ ຕັ້ງໜ້າ ດໍາເນີນ ພາລະກິດ ໃນການ ສືບຕໍ່ ປັບປຸງ ໃຫ້ ເຕີບໃຫຍ່ ເຂັ້ມແຂງ ພັກເຮົາ ຕ້ອງ ຢຶດໝັ້ນ ໃນ ບັນດາ ຫລັກການ
ແລະ ທິດນໍາ ແຫ່ງການ ກໍ່ສ້າງ ພັກ ຕັ້ງໜ້າ ປັບປຸງ ແລະ ປົວແປງ ພັກ ໃຫ້ ໜັກແໜ້ນ ເຂັ້ມແຂງ ໃນ ທຸກດ້ານ ພ້ອມ ກັນນັ້ນ ກໍ ຍຶດໝັ້ນ ໃນ ອຸດົມການ ຂອງ ພັກ ເພື່ອສ້າງ ພື້ນຖານ ທັງດ້ານ ທິສດີ ສ້າງ ປະຖົມ ປັດຈັຍ ເພື່ອ ກ້າວຂຶ້ນສູ່ ສັງຄົມ ນິຍົມ ເທື່ອ ລະກ້າວ ໃນ ປະເທດ ເຮົາ".

ສປປ ລາວ ເປັນນຶ່ງ ໃນ ຈໍານວນ 5 ປະເທດ ທີ່ ຍັງຍຶດຖື ຣະບອບ ສັງຄົມ ນິຍົມ ຫລັງຈາກ ຣະບອບ ສັງຄົມ ນິຍົມ  ສະຫະພາບ ໂຊວຽດ ຣັສເຊັຽ ໄດ້ ລົ້ມລະລາຍ ລົງ ເມື່ອ ຕົ້ນ ຊຸ່ມປີ 1990.

ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ຍຶດ ອໍານາດ ຈາກ ຣະບອບ ການ ປົກຄອງ ຣາຊອານາຈັກ ລາວ ແລະ ປ່ຽນການ ປົກຄອງ ໃຫ້ ເປັນ ຣະບອບ ສາທາຣະນະຣັດ ປະຊາທິ ປະຕັຍ ປະຊາຊົນ ລາວ ຢ່າງ ສົມບູນ ໃນປີ 1975. ໃນ ເວລາ ນັ້ນ ປະຊາຊົນ ພົລເມືອງ ລາວ ທີ່ ເຄີຍຢູ່ ພາຍໃຕ້ ຣະບອບ ຣາຊອານາຈັກ ລາວ ແລະ ເຄີຍ ຕໍ່ສູ້ ຕ້ານ ການຂຍາຍ ລັດທິ ຄອມມູຍນິສ ໃນລາວ ຫລາຍກວ່າ ເຄິ່ງ ລ້ານ ຄົນ ໄດ້ ໜີ ອອກຈາກ ປະເທດ ເພື່ອ ຄວາມ ປອດພັຍ ຂອງ ຕົນ ແລະ ຄອບຄົວ ໄປ ຕັ້ງ ຖິ່ນຖານ ຢູ່ ຕ່າງ ປະເທດ ເປັນຕົ້ນ ຢູ່ ສະຫະຣັດ ອະເມຣິກາ ຢູໂຣບ ອອສເຕຣເລັຽ ແລະ ປະເທດ ອື່ນໆ. ການ ປ່ຽນແປງ ທາງ ການເມືອງ ໃນລາວ ໃນ ເກືອບທ້າຍ ສັຕຕະວັຕ ທີ 20 ເປັນ ປະຫວັດສາດ ທີ່ ຄົນລາວ ຢູ່ນອກ ປະເທດ ພາກັນ ຈາຣຶກ ໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.