ຊາວລາວບໍ່ເຄີຍຢູ່ ຢ່າງແຈບໃຈ


2013.04.29
F-lao ຊາວລາວ ຜູ້ທີ່ຕ້ອງຫາເຊົ້າກິນຄໍ່າ ດ້ວຍກໍາລັງເຫື່ອແຮງ ຂອງຕົນ
RFA

 

ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເຮັດໃຫ້ ປະຊາຊົນ ຢ້ານກົວ ທີ່ ຈະຮຽນຮູ້ ກ່ຽວກັບ ສິດທິ ຂອງຕົນ.

ນັກວິຊາການ ດ້ານ ສິດທິມະນຸດ ໃນໄທ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນມື້ວັນທີ 29 ເມສາ 2013 ວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຄົນສຳຄັນ ຂອງລາວ ນັ້ນ ເຮັດໃຫ້ ປະຊາຊົນ ຢ້ານກົວ ທີ່ຈະຮຽນຮູ້ ກ່ຽວກັບ ສິດທິ ຂອງຕົນ ໂດຍສະເພາະ ສິດທິ ເຣື້ອງທີ່ດິນ ໃນລາວ ເພາະ ທ່ານສົມບັດ ເປັນຄົນ ໃຫ້ຄວາມຮູ້ ແກ່ຂະເຈົ້າ ກ່ຽວກັບ ເລື້ອງນີ້. ທ່ານກ່າວ ໃນຕອນນຶ່ງ ວ່າ:

"ທ່ານ ສົມບັດ ເຮັດໃຫ້ ປະຊາຊົນ ສາມາດ ຮຽກຮ້ອງ ສອບຖາມ ຄວາມໂປ່ງໃສ ໃນການລົງທຶນ ຕ່າງໆ ທີ່ຊຸມຊົນ ໄດ້ຮັບຜົລ ກະທົບ ເຂົາກໍຮຽກຮ້ອງ ການຢຽວຢາໄດ້ ຮຽກຮ້ອງ ຄວາມເປັນທັມ ໄດ້ ເມື່ອ ທ່ານສົມບັດ ເກີດຊະຕາກັມ ແບບນີ້ ມັນມີ ຜົລກະທົບ ຊັດເຈນ ແລະ ເປັນຜົລກະທົບ ທີ່ ຮ້າຍແຮງ ນຳອີກ".

ທ່ານກ່າວ ຕໍ່ໄປວ່າ ຜ່ານມາ ທ່ານສົມບັດ ເປັນຄືຄຣູ ຊາວບ້ານ ແຕ່ບໍ່ເຄີຍ ຊັກຊວນ ໃຫ້ ປະຊາຊົນ ອອກມາເຄື່ອນໄຫວ ຕໍ່ຕ້ານ ຣັຖບານ. ດ່ັງນັ້ນ ເມື່ອທ່ານສົມບັດ ຫາຍໄປ ກໍບໍ່ມີຜູ້ໃດ ກ້າຫານ ໃຫ້ຄວາມ ຮູ້ດັ່ງກ່າວ ແກ່ ປະຊາຊົນອີກ ການຂາດ ການຊັກຈູງ ຈະເຮັດໃຫ້ ຊາວບ້ານ ໃນລາວ ຖືກເອົາຣັດ ເອົາປຽບ ໃນການຢຶດພື້ນທີ່ ຂອງ ນັກລົງທຶນ ຕ່າງຊາດ ປາສຈາກ ການໃຫ້ຄ່າ ຊົດເຊີຍ ທີ່ເປັນທັມ ຊຶ່ງໃນ ປັດຈຸບັນ ຍັງມີຫລາຍ ໂຄງການ ທີ່ຈະມີການ ໂຍກຍ້າຍ ປະຊາຊົນ.

ສປປລາວ ເປັນປະເທດນຶ່ງ ໃນຂົງເຂດ ທີ່ຈະມີການ ສ້າງເສຖກິດ ພິເສດ ຫລາຍແຫ່ງ ຮ່ວມທັງ ໂຄງການພັທນາ ຕ່າງໆ ດັ່ງການສ້າງ ເຂື່ອນໄຟຟ້າ ການຂຸດຄົ້ນ ແຮ່ທາດ ແລະຫລາຍ ໂຄງການ ເຫລົ່ານີ້ ກໍໄດ້ ໂຍກຍ້າຍ ປະຊາຊົນ ອອກຈາກ ພື້ນທີ່ ແລ້ວ ໂດຍບໍ່ໄດ້ ຮັບຄ່າ ຊົດເຊີຍ ຢ່າງເປັນທັມ ແລະ ຍັງມີອີກ ຫລາຍໂຄງການ ທີ່ມີແຜນ ຕຽມຍ້າຍ ປະຊາຊົນ ຢູຸ່ໃນ ປັດຈຸບັນ.

ນັກວິຊາການ ຫວັງວ່າ ໃນອະນາຄົດ ຣັຖບານລາວ ຈະໃຫ້ຄວາມຮູ້ ກ່ຽວກັບ ສິດທິ ທາງດ້ານທີ່ດິນ ແລະ ສິດທິ ໃນການຮຽກຮ້ອງ ຄວາມເປັນທັມ ຈາກ ນັກລົງທຶນ ແກ່ຊາວບ້ານ ຜູ້ທີ່ເສັຽ ຜົລປະໂຍດ ຈາກການລົງທຶນ ແລະ ໂຄງການ ພັທນາຕ່າງໆ ຂອງ ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.