ກົດໝາຍວ່າດ້ວຍການກວດກາ ບັນຊີ
2014.07.23

ສະພາ ແຫ່ງຊາດລາວ ໄດ້ໂຕ້ຖຽງກັນ ກ່ຽວກັບ ຮ່າງກົດຫມາຍ ການກວດກາ ບັນຊີ ທີ່ ເປັນພາກສ່ວນ ຈາກ ເອກກະຊົນ ຊື່ງ ທາງການລາວ ໄດ້ເນັ້ນເຖິງ ຄວາມສຳຄັນ ຂອງ ກົດຫມາຍ ເພື່ອ ຍົກຣະດັບ ຄວາມເຊື່ອຖື ຂອງ ນັກລົງທຶນ ແລະ ການເຂົ້າຮ່ວມ ປະຊາຄົມ ເສຖກິດ ໃນຂົງເຂດ ແລະ ກັບໂລກ.
ໃນການສເນີ ຮ່າງກົດຫມາຍ ວ່າດ້ວຍ ການກວດກາ ບັນຊີ ທີ່ ເປັນໜ່ວຍງານ ບໍ່ສັງກັດ ຣັຖບານ ຕໍ່ສະພາ ເພື່ອ ການໂຕະຖຽງ. ທ່ານ ບຸນຈອມ ອຸບົນປະເສີດ ຣັຖມົນຕຣີ ຊ່ອຍວ່າການ ກະຊວງ ການເງິນ ຂອງລາວ ກ່າວຕໍ່ ສະມາຊິກ ສະພາ ວ່າຖ້າ ກົດໝາຍ ນີ້ ຫາກ ຜ່ານສະພາ ມັນຈະເປັນ ສິ່ງຊີ້ແນະ ແລະ ຈະຊ່ອຍພັທນາ ການກວດກາ ບັນຊີ ຂອງລາວ ໃຫ້ມີ ປະສິດທິພາບ ແລະ ເປັນ ໄປຕາມ ມາຕຖານ ຂອງປະເທດ ໃນຂົງເຂດ ແລະ ສາກົນ.
ຮ່າງ ກົດຫມາຍນີ້ ຈະ ອະທິບາຍ ຢ່າງຈະແຈ້ງ ກ່ຽວກັບ ຫລັກການ ກົດຣະບຽບ ແລະ ມາຕຖານ ການ ດຳເນີນງານ ຂອງຫນ່ວຍງານ ກວດກາ ແລະ ກິຈກັມ ໃນການ ປະຕິບັດງານ ຂອງ ພວກຂະເຈົ້າ ຊື່ງ ທັງຫມົດນີ້ ມີຄວາມຈຳເປັນ ເພື່ອ ຍົກຣະດັບ ຄວາມເຂັ້ມແຂງ ຂອງ ຜແນກກວດກາ ບັນຊີ ໃນລາວ.
ທີ່ຜ່ານມາ ຣັຖບານລາວ ກໍມີກົດຫມາຍ ວ່າດ້ວຍການ ກວດກາບັນຊີ ແຕ່ ໜ່ວຍງານ ແລະ ຫ້ອງການ ຍັງຖືກ ຄວບຄຸມ ໂດຍຣັຖບານ ຈຶ່ງມີການ ສໍ້ຣາສ ບັງຫລວງ ເກີດຂື້ນ ເຮັດໃຫ້ ນັກລົງທຶນ ຕ່າງຊາດ ຂາດ ຄວາມເຊື່ອຖື ທີ່ ຈະມາລົງທຶນ ໃນລາວ.