ທາງການລາວຖ່ວງເວລາ ຊອກຫາທ່ານສົມບັດ
2013.04.26

ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫລື NGO ຂອງໄທ ເວົ້າວ່າ ທາງການລາວ ກໍາລັງ ຖ່ວງດຶງ ເວລາ ການສືບຫາ ທ່ານ ສົມບັດ ສົມພອນ.
ເຈົ້າໜ້າທີ່ ຫ້ອງການ ສິດທິມະນຸດ ທີ່ ບໍ່ຂຶ້ນກັບ ຣັຖບານ ຂອງໄທ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 26 ເມສາ 2013 ນີ້ວ່າ ປັຈຈຸບັນ ທາງການລາວ ກໍາລັງ ຖ່ວງເວລາ ເຣື່ອງການສືບສວນ ສອບສວນ ຊອກຫາ ທ່ານ ສົມບັດ ສົມພອນ, ຈຶ່ງບໍ່ມີຫຍັງ ຄືບໜ້າ ໃນເວລາ 4 ເດືອນ ກວ່າຜ່ານໄປແລ້ວ:
"ບັນຫາຄືວ່າ ຕອນນີ້ ຣັຖບານລາວ ເບິ່ງຄືວ່າ ຈະໃຊ້ວິທີ ຖ່ວງເວລາ ໄປເລື້ອຍໆ ໃນການທີ່ຈະ ສອບສວນ ຕາມຫາ ທ່ານສົມບັດ ເວົ້າແຕ່ວ່າ ຂໍ້ມູລທີ່ມີ ມັນບໍ່ພໍ, ເມື່ອຖືກກົດດັນ ຫລາຍ ຕ້ອງໄດ້ ອະທິບາຍ ກໍຈະມີ ຖແລງການ ອອກມາ ສະບັບໜຶ່ງ".
ທ່ານກ່າວ ຕໍ່ໄປວ່າ ການທີ່ ຣັຖບານລາວ ເຮັດຄືກັບວ່າ ຖ່ວງເວລາ ຊຶ່ງ ຕົນກໍບໍ່ ເຂົ້າໃຈເລີຍວ່າ ເພິ່ນເຮັດແບບນັ້ນ ເພື່ອຫຍັງ. ທ່ານວ່າ ເຖິງແມ່ນວ່າ ຣັຖບານລາວ ຈະໄດ້ອອກມາ ຊີ້ແຈງແລ້ວ ວ່າ ທາງການລາວ ບໍ່ມີສ່ວນກ່ຽວຂ້ອງ ກັບການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແຕ່ຄວາມເປັນຈິງ ມັນເປັນໜ້າທີ່ ຂອງ ທາງການລາວ ທີ່ຕ້ອງໃຫ້ ຄວາມສໍາຄັນ ຊອກຫາ ຕົວທ່ານ ແທນທີ່ວ່າ ຈະປ່ອຍໃຫ້ ຈາງຫາຍໄປ.
ແລະວ່າ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ຈະສົ່ງຜົລ ກະທົບໃສ່ ສປປ ລາວ ກ່ອນຈະເກີດ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015. ຖ້າທາງການລາວ ຍັງບໍ່ສາມາດ ແກ້ໄຂ ເຣື່ອງນີ້ໄດ້ ກໍເທົ່າກັບວ່າ ທາງການລາວ ບໍ່ໃຫ້ ຄວາມສໍາຄັນ ເຣື່ອງ ສິດທິມະນຸດ ຂອງຄົນ ໃນປະເທດຕົນ.