NGO ລາວ ບໍ່ມີຄວາມເຫັນເຣື້ອງ ທ.ສົມບັດ

ເຈົ້າໜ້າທີ່ ອົງການ ບໍ່ຂຶ້ນກັບ ຣັຖບານ ຫລື NGO ໃນລາວ ບໍ່ມີ ຄວາມເຫັນ ກ່ຽວກັບ ເຣື່ອງ ທ່ານ ສົມບັດ ສົມພອນ.
ມະນີຈັນ
2013.01.18
f-ngo ເຈົ້າໜ້າທີ່ ອົງການ ບໍ່ຂື້ນກັບຣັຖບານ ໃນລາວ
NGO_Lao

ເຈົ້າໜ້າທີ່ ອົງການຈັດຕັ້ງ ບໍ່ຂຶ້ນກັບ ຣັຖບານ ໃນລາວ ບໍ່ມີຄວາມເຫັນ ຫຍັງກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຄົນສໍາຄັນ ຂອງລາວ ຂະນະທີ່ທາງ ຣັຖບານລາວ ໄດ້ອອກມາຊີ້ແຈ້ງ ແລ້ວວ່າ ບໍ່ມີສ່ວນ ກ່ຽວຂ້ອງ ກັບເຣື່ອງນີ້ ແລະ ສື່ມວນຊົນ ຕ່າງໆ ກໍອອກຂ່າວ ຢູ່ຕລອດມາ. ເຈົ້າໜ້າທີ່ NGO ໃນນະຄອນຫລວງ ວຽງຈັນ ເວົ້າວ່າ:

"ອອກຂ່າວ ໜັງສືພິມ ພໍດີເຮົາ ບໍ່ຮູ້ຂໍ້ມູນ ກ່ຽວກັບໂຕນີ້ນະ ບໍ່ແມ່ນວ່າອັນອື່ນ ເຮົາບໍ່ມີຂໍ້ມູນ ຫັ້ນນະ ເພາະວ່າເພິ່ນ ກໍບໍ່ໄດ້ມີສ່ວນຮ່ວມ ກັບໂຄງການ ເຮົາເນາະ".

ມີເຈົ້າໜ້າທີ່ NGO ລາວ ອີກທ່ານນຶ່ງ ກໍເວົ້າໃນແບບ ດຽວກັນວ່າ ເຖິງແມ່ນວ່າຈະຮູ້ຈັກ ທ່ານ ສົມບັດ ສົມພອນ ແຕ່ກໍບໍ່ສາມາດ ເວົ້າຫຍັງໄດ້ ກ່ຽວກັບ ການຫາຍສາບສູນ ຂອງທ່ານ:

"ເຮົາກະບໍ່ຮູ້ ມີແຕ່ຮູ້ ອ່ານໜັງສືພິມ ຮູ້ຈັກຂ່າວຢູ່ ແຕ່ວ່າບໍ່ຮູ້ເຣື່ອງ ຂອງລາວ ເຮົາບໍ່ໄດ້ກ່ຽວພັນ ເຣື່ອງແງຂໍ້ມູນ ເຣື່ອງໂຄງການ ຂອງຂະເຈົ້າ ເຮົາກໍບໍ່ຮູ້".

ເປັນເວລາ 1 ເດືອນ ກວ່າແລ້ວທີ່ ທ່ານສົມບັດ ສົມພອນ ໄດ້ຖືກລັກ ພາຕົວໄປ ໂດຍເຈົ້າໜ້າທີ່ ກຸ່ມນຶ່ງ ຈົນມາຮອດດຽວນີ້ ກໍຍັງບໍ່ມີ ຂ່າວຄາວໃດໆເລີຍ. ປັດຈຸບັນ ເຖິງຈະມີ ຫລາຍປະເທດ ຮວມທັງອົງການ ຈັດຕັ້ງ ສາກົນຕ່າງໆ ຮຽກຮ້ອງ ໃຫ້ ຣັຖບານລາວ ຮີບເລັ່ງລັດ ສືບສວນ ແຕ່ ຣັຖບານລາວ ກໍຍັງບໍ່ມີ ບົດບາດອັນໃດ ທີ່ຈະເຮັດ ໃຫ້ມີ ຄວາມຄືບໜ້າ ໃນການຊອກຫາ ທ່ານສົມບັດ ນອກຈາກ ອອກຖແລງການ ປະຕິເສດ ວ່າບໍ່ມີສ່ວນ ພົວພັນນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.