ເປີດກອງປະຊຸມ ສະພາແຫ່ງຊາຕ ທ່າມກາງການຮຽກຮ້ອງ ໃຫ້ແກ້ໄຂບັນຫາເງິນເຟີ້
ສະພາແຫ່ງຊາຕ ເປີດການປະຊຸມ ສະພາແຫ່ງຊາຕ ຊຸດທີ 9 ໄດ້ຖືກໄຂຂຶ້ນ ຢ່າງເປັນທາງການແລ້ວ ແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສຖກິຈ-ການເງິນ, ພິຈາຣະນາ ແລະ ຮັບຮອງເອົາ ຮັບຮອງການອອກ ກົດໝາຍໃໝ່ ແລະ ປັບປຸງກົດໝາຍເກົ່າ ຂະນະທີ່ ບັນຫາຄ່າຄອງຊີບ ຄົງຍັງສືບຕໍ່ສູງຂຶ້ນເລື້ອຍໆ.
-
ໄຊຍາ
2023-06-26 -
-
-
Your browser doesn’t support HTML5 audio
ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ່ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ຖືກໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2023 ເພື່ອຣາຍງານຜົລງານ ຂອງຣັຖບານລາວ ໃນໄລຍະ 6 ເດືອນທຳອິດຂອງປີນີ້ ແລະ ຫາລືແກ້ໄຂບັນຫາຕ່າງໆ ເປັນຕົ້ນການແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສຖກິຈ-ການເງິນ, ການແກ້ໄຂບັນຫາຢາເສບຕິດ, ພິຈາຣະນາ ແລະ ຮັບຮອງເອົາບັນຫາສຳຄັນໂດຍມີ 11 ບົດຣາຍງານ ຂອງຣັຖບານ ແລະຮັບຮອງການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ແລະ ອື່ນໆ ເຊິ່ງຈະດຳເນີນໄປຈົນຮອດວັນທີ 16 ກໍຣະກະດາ ປີ 2023 ນີ້.
ດັ່ງ ດຣ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່າວກ່ຽວກັບ ສະພາບເສຖກິຈຂອງລາວ ເນື່ອງໃນພິທີໄຂກອງປະຊຸມ ສະພາແຫ່ງຊາຕ ໃນຕອນໜຶ່ງວ່າ:
“ການປັບອັດຕຣາ ດອກເບັ້ຍພື້ນຖານເພີ່ມ ຂຶ້ນຂອງທະນາຄານາກາງ ສະຫະຣັຖອາເມຣິກາ ຍິ່ງຊໍ້າເຕີມໄປອີກທັງໝົດນັ້ນໄດ້ສົ່ງຜົລ ກະທົບຕໍ່ພັຍເງິນເຟີ້ ຂອງລາວເພີ່ມສູງຂຶ້ນເພາະປະເທດເຮົາພື້ນ ຖານເສຖກິຈ ຍັງອ່ອນນ້ອຍບອບາງ ແລະເປັນປະເທດນຳເຂົ້ານໍ້າມັນ ຈາກການສຣຸບຂອງ ຂແນງການຄ້າໄດ້ຕີລາຄາວ່າ ພວກເຮົາເກີນດຸນການຄ້າ ໃນປີ 2022, ຈຳນວນ 1.3 ຕື້ ໂດລ້າຣ໌ສະຫະຣັຖ.”
ສ່ວນປະຊາຊົນລາວ ສ່ວນໃຫຍ່ກໍຫວັງວ່າກອງປະຊຸມ ສະພາແຫ່ງຊາຕ ຄັ້ງນີ້ຈະເລັ່ງແກ້ໄຂ ບັນຫາທີ່ສຳຄັນ ຂອງປະເທດ ໂດຍສະເພາະບັນຫາເງິນເຟີ້ ແລະ ຄ່າຄອງຊີບສູງ ເນື່ອງຈາກບັນຫາດັ່ງກ່າວນີ້ ໄດ້ສົ່ງຜົລກະທົບໂດຍຕຣົງຕໍ່ຊີວິດ ການເປັນຢູ່ຂອງຄົນລາວ ໃນທຸກອາຊີບ. ນັບແຕ່ປີ 2023 ເປັນຕົ້ນມາຫຼາຍຄົນ ກໍເຫັນວ່າບັນຫາເງິນເຟີ້ ຍັງເປັນບັນຫາຫຼັກ.
ດັ່ງຊາວບ້ານ ຢູ່ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ມິຖຸນາ ນີ້ວ່າ:
“ແມ່ນ ໆ ໂອເງິນກີບໂຄດເຟີ້ເລີຍ 1,000 ບາທຕໍ່ 550,000 ກີບ 100 ຢວນ ຕໍ່ 270,000 ກີບເງິນກີບເຟີ້ຄ່າຄອງຊີບ ສູງໂອໂຄດສູງເລີຍທົບເຄິ່ງຖືວ່າ 3 ທົບພຸ້ນຈາກແຕ່ກ່ອນຫັ້ນ 10,000 ກີບດຽວນີ້ເປັນ 30,000 ກີບ.”
ຊາວລາວ ຢູ່ແຂວງຫຼວງພຣະບາງ ກໍຢາກໃຫ້ກອງປະຊຸມ ສະພາແຫ່ງຊາຕຄັ້ງນີ້ ເລັ່ງແກ້ໄຂສະພາບເງິນເຟີ້ ແບບຮີບດ່ວນເພາະວ່າ ພັຍເງິນເຟີ້ ໄດ້ສ້າງຜົນກະທົບຕໍ່ການດຳຣົງຊີວິດ ຂອງປະຊາຊົນ ແລະ ກໍຍັງເຮັດໃຫ້ລາຄາສິນຄ້າ ແລະ ອາຫານຕ່າງໆ ມີລາຄາແພງ.
ດັ່ງທ່ານກ່າວວ່າ:
“ແມ່ນຂ້ອງຂ້າງເຟີ້ນແຮງກ່ວາເກົ່າ ແມ່ນເກືອບ 600 ກີບແລ້ວ ອັດຕຣາແລກປ່ຽນອີງໃສ່ ທະນາຄານການຄ້າເລີຍແມ່ນເງິນເຟີ້ ນີ້ອັນຕະຣາຍແຮງ ໂອຍແພງຫຼາຍກາຫຍຸ້ງຍາກເດ້ ຊື້ຢູ່ຊື້ກິນ ອິຫຍັງກໍແພງ.”
ດ້ານພະນັກງານທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນກໍເຫັນວ່າອັດຕຣາ ແລກປ່ຽນລະຫວ່າງເງິນກີບ ກັບເງິນຕ່າງປະເທດ ຍັງຢູ່ໃນລະດັບສູງເຊິ່ງກໍໄດ້ເພີ່ມຜົລ ກະທົບຕໍ່ການດຳຣົງຊີວິດ ຂອງປະຊາຊົນໃນທຸກອາຊີບ ດັ່ງນັ້ນຈຶ່ງເຫັນວ່າ ເປັນບັນຫານີ້ທີ່ຄວນ ໄດ້ຮັບການແກ້ໄຂກ່ອນບັນຫາອື່ນໆ.
ດັ່ງທ່ານກ່າວວ່າ:
“ຈາກຕົ້ນປີຈາກເດືອນ 1 ຜ່ານມານີ້ກາຂ້ອນຂ້າງສູງປະມານຢູ່ຫຼັກ 500 ກີບກາປະສົບບັນຫາເຣື່ອງຄ່າ ຄອງຊີບສ່ວນຫຼາຍ ກາຂ້ອນຂ້າງແພງ ສ່ວນຫຼາຍເຂົາເຈົ້າກາພະຍາຍາມ ປັບຂຶ້ນເພາະວ່າ ນໍ້າມັນມັນແພງເນາະຄ່າຫຍັງເພິ່ນກໍຄ່ອຍອັບຂຶ້ນ.”
ຊາວລາວອີກຈຳນວນໜຶ່ງ ທີ່ຢາກໃຫ້ສະພາແຫ່ງຊາຕ ແກ້ໄຂບັນຫາອື່ນໆ ເປັນຕົ້ນບັນຫາການໃຊ້ເງິນຕຣາຕ່າງປະເທດທີ່ເກີດຂຶ້ນ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວເຊິ່ງເຫັນວ່າ ເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຈິງຈັງ ເພື່ອໃຫ້ບໍ່ໃຫ້ເງິນຢວນເຂົ້າມີບົດບາທຫຼາຍເກີນໄປ.
ດັ່ງຊາວລາວອີກທ່ານນຶ່ງກ່າວວ່າ:
“ບໍ່ເດັດຂາດກາບໍໄດ້ແຫຼະ ເງິນລາວກໍຕົກເຈົ້າມາຢູ່ລາວ ແລ້ວໃຊ້ເງິນລາວແຕ່ວ່າໃຊ້ເງິນ ເງິນຫັ້ນແຫຼະພວກຈີນພວກໃດມັນບໍ່ປະຕິບັດ ມະຕິຄຳສັ່ງກໍໃຫ້ມັນໂຈະສາມຫຼ່ຽມຄຳ ຣັຖບານລາວ ກໍບັງຄັບສຸດຂີດ ໃຫ້ນຳໃຊ້ເງິນລາວໃນການສຳລະສະສາງ.”
ສຳລັບອັດຕຣາເງິນເຟີ້ ປະຈຳເດືອນມິຖຸນາປີ 2023 ນີ້ຢູ່ໃນລະດັບປະມານ 28% ຫຼຸດລົງ ຈາກເດືອນພຶສພາທີ່ຜ່ານມາເຊິ່ງຢູ່ໃນອັດຕຣາປະມານ 38% ເຊິ່ງໝວດສິນຄ້າ ທີ່ມີອັດຕຣາ ເງິນເຟີ້ສູງກ່ວາໝູ່ແມ່ນໝວດ ສະບຽງອາຫານແລະເຄື່ອງດື່ມທີ່ບໍ່ມີທາດເຫຼົ້າເຊິ່ງເພີ່ມຂຶ້ນປະມານ 40% ຮອງລົງມາແມ່ນໝວດອາຫານ ແລະ ໂຮງແຮມເພີ່ມຂຶ້ນປະມານ 49% ອີງຕາມຂໍ້ມູນຂອງສູນສະຖິຕິແຫ່ງຊາຕ ປະຈຳເດືອນມິຖຸນານີ້.
ສ່ວນອັດຕຣາແລກປ່ຽນ ລະຫວ່າງເງິນຕຣາຕ່າງປະເທດ ກັບເງິນກີບກໍຍັງຢູ່ໃນອັດຕຣາ ທີ່ສູງເປັນຕົ້ນເງິນ 1 ບາທໄທຍເທົ່າກັບ 562 ກີບ, ເງິນໂດລ້າຣ໌ ສະຫະຣັຖ ເທົ່າກັບ 19,101 ກີບ ແລະ 1 ຢວນເທົ່າກັບ 2,686 ກີບ. ອີງຕາມອັດຕຣາ ແລກປ່ຽນເງິນຕຣາຕ່າງປະເທດ ຂອງທະນາຄານການຄ້າ ຕ່າງປະເທດລາວ ໃນວັນທີ 26 ມິຖຸນາ ນີ້. ໃນໄລຍະດໍາເນີນ ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ນີ້ທາງສະພາແຫ່ງຊາຕ ກໍໄດ້ເປີດໃຊ້ໂທຣະສັບສາຍດ່ວນ ໝາຍເລຂ 156 ເພື່ອໃຫ້ປະຊາຊົນ ສາມາດໂທຣະສັບ ປະກອບຄຳເຫັນ ແລະ ຂໍ້ສເນີຕ່າງໆ ໄປຍັງກອງປະຊຸມສະພາແຫ່ງຊາຕ ແຕ່ຜູ້ທີ່ໂທຣະສັບ ເຂົ້າມານັ້ນຈະຕ້ອງລະບຸໂຕຕົນ, ຊື່, ນາມສະກຸນ ແລະ ບ່ອນທີ່ຢູ່ຢ່າງຄັກແນ່.