ເຮລີຄອບເຕີກອງທັບລາວ ລົງຈອດ ສຸກເສີນ ປອດພັຍ

ຈໍາປາທອງ
2019.08.21
F-Helicopter ສະພາບຄວາມເສັຽຫາຍ ຂອງຍົນ ແຕ່ກໍໂຊກທີ່ ຜູ້ໂດຍສານປອດພັຍ ບໍ່ມີຜູ້ໃດບາດເຈັບ
ຮູບພາບຈາກ : ກະຊວງປ້ອງກັນປະເທດ / ນສພ ວຽງຈັນທາຍ

ກະຊວງປ້ອງກັນປະເທດ ສປປລາວ ຢືນຢັນວ່າ ຍົນເຮລີຄອບເຕີ ຂອງ ທະຫານອາກາດ ກອງພັນໃຫຍ່ 703 ທີ່ກຳລັງປະຕິບັດ ພາຣະກິດ ທາງທະຫານ ຢູ່ແຂວງໄຊສົມບູນ ໃນມື້ວັນທີ 15 ສິງຫາ ນັ້ນໄດ້ລົງຈອດສຸກເສີນ ຢູ່ເທິງພູສູງ ໂດຍທີ່ບໍ່ມີຜູ້ໃດ ບາດເຈັບ -ຕາມຄຳເວົ້າຂອງ ເຈົ້າໜ້າທີ່ກົມໃຫຍ່ ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ສິງຫາ ນີ້:

"ມັນບໍ່ໄດ້ຕົກອັນນີ້ນະ ລົງສຸກເສີນຊື່ໆ ແລ້ວກໍບໍ່ໄດ້ມີຄົນບາດເຈັບ ເພາະວ່າເຂົາເຈົ້າໄປເຮັດວຽກ ແລ້ວອາກາດມັນນ້ຳໝອກຫຼາຍ ແລ້ວເຂົາກໍ ລົງສຸກເສີນ ມັນບໍ່ໄດ້ຕົກ ຖ້າບໍ່ລົງ ບິນໄປອາດຈະບິນໄປຕຳພູຕຳຫຍັງ ເຂົາເຈົ້າເລີຍລົງສຸກເສີນ."

ນາງເວົ້າວ່າມື້ຍົນເຮລີຄອບເຕີ ເກີດເຫດສຸຂເສີນນັ້ນ ສະພາບອາກາດບໍ່ດີ ມີໝອກໜາ ແລະລົມແຮງເຮັດໃຫ້ຍົນບໍ່ສາມາດ ຕ້ານກະແສລົມໄດ້ ແລະເຮັດໃຫ້ນັກບິນ ບໍ່ສາມາດແນມເຫັນເສັ້ນທາງບິນ ໄດ້ຢ່າງຈະແຈ້ງ. ດັ່ງນັ້ນຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງໄດ້ລົງຈອດສຸກເສີນ

ນາງເວົ້າຕື່ມອີກວ່າ ສະພາບອາກາດເປັນຄືແນວນັ້ນ ຖືວ່າເປັນອັນຕະລາຍ ຕໍ່ນັກບິນຫລາຍ ແລະມີຄວາມສ່ຽງທີ່ຈະເຮັດໃຫ້ ຍົນເຮລີຄອບເຕີ ບິນໄປຕຳພູ ແລະຕົກໄດ້. ຍົນເຮລີຄອບເຕີ ຄັນດັ່ງກ່າວ ເປັນຍົນ Mil Mi-17 ສຳລັບລຳລຽງຂົນສົ່ງ, ໃຊ້ບິນມາໄດ້ບໍ່ເຖິງ 5 ປີ, ໄດ້ຮັບ ຄວາມເສັຍຫາຍໜັກ ເປັນຕົ້ນສ່ວນທ້າຍຂອງຍົນ ດັ່ງທີ່ນາງກ່າວວ່າ:

"ຍົນນີ້ເຂົາເຈົ້າກໍອັບເດດຢູ່ຕລອດ ຍົນຖ້າວ່າເກົ່າ ເຂົາເຈົ້າກໍບໍ່ເອົາມາໃຊ້ດອກ ປະມານ 5 ປີລົງມາ ບໍຮອດ 10 ປີດອກ ນັກບິນເຂົາເຈົ້າ ກໍປະສົບການສູງຢູ່." 

ປັດຈຸບັນ ກະຊວງປ້ອງກັນປະເທດ ສປປລາວ ມີຍົນເຮລີຄອບເຕີ ລຸ້ນ Mil Mi-17 ທັງໝົດ 9 ລຳ ທີ່ຣັຖບານລາວ ຊື້ມາຈາກປະເທດ ຣັດເຊັຍ ເພື່ອໃຊ້ລຳລຽງທະຫານ ເປັນຫລັກ ແລະ ໃຊ້ໃນກໍລະນີສຸຂເສີນ ລຳລຽງສະບຽງອາຫານ ຫລືຜູ້ບາດເຈັບ ເຊັ່ນບິນ ບໍຣິການ ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບ ໜັກໜ່ວງທີ່ສຸດ ຈາກພັຍນ້ຳຖ້ວມ ແບບບໍ່ເຄີຍມີມາກ່ອນ ຍ້ອນເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ໃນມື້ວັນທີ 23 ກໍຣະກະດາ ຂອງປີກາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.