ນັກຂ່າວບໍ່ຢາກ ບິດເບືອນຄວາມຈິງ


2013.05.02
F-culture ຫໍວັທນະທັມ ແຫ່ງຊາດ ສປປ ລາວ
LPDR

 

ນັກຂ່າວໃນລາວ ຢາກມີສິດ ເສຣີພາບ ໃນການສເນີ ຂ່າວ ຫລາຍຂື້ນ ແລະ ຢາກສເນີ ຂ່າວ ທີ່ ເປັນຄວາມຈິງ ທຸກຢ່າງ. ນັກຂ່າວລາວ ຄົນນຶ່ງ ທີ່ບໍ່ປະສົງ ບອກຊື່ເວົ້າວ່າ:

“ຢາກໃຫ້ນຳສເນີ ຄວາມຈິງ ເຣື່ອງລາວຄວາມຈິງ ທີ່ເກີດຂື້ນ ໃຫ້ ປະຊາຊົນ ໄດ້ຮັບຊາບ ທັນເຫດການ ຂ່າວ ການເມືອງ ມັນກໍຄືວ່າ ຍັງມີການ ປົກປິດຢູ່ ກໍຂື້ນກັບ ບາງຄົນ ແຕ່ສຳລັບ ຂ້າພະເຈົ້າ ຂ້າພະເຈົ້າ ຍັງບໍ່ທັນມີ ເສຣີພາບ ພຽງພໍ ໃນການນຳ ສເນີຂ່າວຕ່າງໆ ແລະ ການນຳສເນີຂ່າວ ທີ່ຈຳອອກ ເຜີຍແພ່ ນັ້ນ ກໍຍັງມີ ຂອບເຂດ ທີ່ຈຳກັດຢູ່.”

ນັກຂ່າວລາວ ທ່ານນີ້ ເວົ້າອີກວ່າ ປັດຈຸບັນ ສື່ມວນຊົນລາວ ເປັນພຽງແຕ່ ກະບອກສຽງ ຂອງ ພັກ-ຣັດ ມີແຕ່ ໂຄສະນາ ເພື່ອ ຜົນປະໂຫຍດ ຂອ ງພັກ-ຣັດ. ແມ້ແຕ່ ການເສນີຂ່າວ ກ່ຽວກັບ ປະກົດການ ຫຍໍ້ທໍ້ຕ່າງໆ ເຊັ່ນການ ສໍ້ຣາສ ບັງຫລວງ ຂອງ ເຈົ້າໜ້າທີ່ ກໍຍັງ ຖືກ ຈຳກັດ. ແຕ່ ນັກຂ່າວລາວ ອີກຄົນນຶ່ງ ພັດມີ ຄວາມເຫັນວ່າ:

“ກໍໄດ້ຢູ່ ແຕ່ວ່າມັນ ກໍບໍ່ອັນນັ້ນ ປານໃດ ວ່າແທ້ ພວກເຮົາ ກໍມີເສຣີພາບ ໃນການອອກຂ່າວ ກໍຖືວ່າອີງໃສ່ ຕາມ ຣັຖທັມມະນູນ ຄວາມຈິງເພິ່ນ ກໍເປີດກວ້າງ ຢູ່ແລ້ວ ແຕ່ວ່າ ມາເບິ່ງລວມແລ້ວ ທາງດ້ານ ຣະດັບ ຄວາມຮັບຮູ້ ຫລືວ່າ ຣະດັບ ຂອງ ສື່ມວນຊົນ ລາວ ຂອງ ພວກເຮົາ ຖ້າສົມທຽບໃສ່ ສື່ມວນຊົນ ຂອງ ຕ່າງປະເທດ ພວກເຮົາ ກໍຍັງອ່ອນ ນ້ອຍຫລາຍ ໃນການພັທນາ ຕົນເອງ.”

ຣັຖທັມມະນູນ ສປປລາວ ມາດຕຣາ 31 ບົ່ງໄວ້ວ່າ ພົລເມືອງລາວ ມີສິດ ເສຣີພາບ ໃນການ ປາກເວົ້າ ຂີດຂຽນ ໂຮມຊຸມນຸມ ຈັດຕັ້ງ ສະມາຄົມ ແລະ ເດີນຂະບວນ ປະທ້ວງ. ບໍ່ເທົ່ານັ້ນ ກົດໝາຍ ວ່າດ້ວຍ ສື່ມວນຊົນ ທີ່ຖືກຮັບຜ່ານ ໄປແລ້ວນັ້ນ ກໍຍັງ ຮັບປະກັນ ໃຫ້ ສື່ມວນຊົນ ມີສິດ ເສຣີພາບ ໃນການ ສເນີຂ່າວ; ແຕ່ໃນພາກ ປະຕິບັດ ຕົວຈິງ ການສເນີຂ່າວ ທຸກຢ່າງ ຢູ່ລາວ ຍັງຖືກຈຳກັດ ແລະ ກວດກາ ຈາກ ພັກແລະຣັຖບານ ຢ່າງເຄັ່ງຄັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.