ຊາວລາວ-ລາວເຜົ່າມົ້ງສລອງ 40 ປີ

ອະວາຣີ
2015.07.26
F-40-20 ຊາວລາວ ຊາວເຜົ່າມົ້ງລາວ ຊາວວຽດນາມ ກຳພູຊາ ເຂົ້າຮ່ວມ ຈັດພິທີ ສລອງ ວັນສໍາຄັນ ຄົບຮອບ 40 ປີ, ແລະ 20 ປີ ທີ່ ສະຫະຣັດ ຮັບຮູ້ ວ່າ ເຄີຍໄດ້ຮ່ວມ ມືກັນ ສູ້ຣົບ
RFA

ຊາວລາວ ແລະ ລາວເຜົ່າມົ້ງ ຈັດ ພິທີ ສລອງ ວັນ ຄົບຮອບ 40 ປີ ທີ່ໄດ້ ອົພຍົບ ມາຕັ້ງ ຖິ່ນຖານ ຢູ່ ສະຫະຣັຖ ອະເມຣິກາ ແລະ ສລອງ ວັນ ຄົບຮອບ 20 ປີ ທີ່ ທາງການ ສະຫະຣັຖ ຮັບຮູ້ ການສູ້ຣົບ ຮ່ວມກັບ ສະຫະຣັຖ ເພື່ອຕ້ານ ຄອມມຸຍນິສ ໃນລາວ ໃນ ສມັຍ ສົງຄາມ. ດັ່ງ ດຣ.ວົງ ສະວັນ ບຸສວັດ ຊຶ່ງ ເປັນ ບຸກຄົນ ສຳຄັນ ຝ່າຍລາວ ກ່າວວ່າ:

“ງານມື້ນີ້ ແມ່ນງານ ປະຫວັດສາດ ແທ້ໆ ຂອງ ຊາວລາວ ອົພຍົບ ຂອງພວກເຮົາ ຊຶ່ງ ເປັນ ວັນຄົບຮອບ 40 ປີ ຂອງ ຊາວລາວ ເຮົາ ທີ່ ເຕັ້ນໂຕນ ໂຍນໜີ ຈາກ ປະເທດ ໜີຮ້ອນ ມາເພິ່ງ ເຢັນ, ມາຕັ້ງ ຖິ່ນຖານ ໃໝ່ ຢູ່ໃນ ສະຫະຣັຖ ອະເມຣິກາ ແລະ ກໍຖືກ ຕ້ອນຮັບ ເປັນຢ່າງດີ ຈາກ ປະຊາຊົນ ແລະ ຣັຖບານ ອະເມຣິກາ ແລະ ມີພິທີ ທີ 2 ອີກ ຄົບຮອບ 20 ປີ ອັນນັ້ນ ແມ່ນ 20 ປີ ຫຍັງ? ຄົບຮອບ 20 ປີ ນີ້ແມ່ນ ການຮັບຮູ້ ຈາກ ຣັຖບານ ອະເມຣິກາ ໃນ ການສູ້ຣົບ ຕົບຕີ ຮ່ວມມືກັນ ຕ້ານ ສົງຄາມ ຮຸກຮານ ຂອງ ພວກ ວຽດນາມ ເໜືອ ຄອມມຸຍນິສ ທີ່ ພຍາຍາມ ຢາກ ກືນກິນ ລາວ.”

ອົງການ ຊາວລາວ ແລະ ຊາວເຜົ່າມົ້ງ ລາວ ໂດຍມີ ຊາວ ວຽດນາມ ແລະ ກຳພູຊາ ເຂົ້າຮ່ວມນຳ ຈັດພິທີ ທັງສອງຂຶ້ນ ຢູ່ເມືອງ Saint Paul ຣັດ ມິນນີໂຊຕາ ສະຫະຣັຖ ອະເມຣິກາ ໃນ ວັນທີ່ 25 ເດືອນ ກໍຣະກະດາ ປີ 2015 ນີ້, ໂດຍມີຄົນ ເຂົ້າຮ່ວມ ຫລາຍຮ້ອຍ ຄົນ. ຜູ້ເຂົ້າຮ່ວມ ທີ່ ສຳຄັນ ກໍມີ ດຣ.ຢັງດາວ, ແລະ ນາຍ ທະຫານ ສະຫະຣັຖ ທີ່ ເຄີຍ ປະຕິບັດ ໜ້າທີ່ ໃນລາວ ວຽດນາມ ແລະ ກຳພູຊາ.

ເຈົ້າສຸຣິຍະ ວົງສະວ່າງ ແຫ່ງ ສະຖາບັນ ຣາຊວົງ ລ້ານຊ້າງ ຮົ່ມຂາວ ທີ່ ກຸງ ປາຣີ ປະເທດ ຝຣັ່ງ ບໍ່ໄດ້ ສະເດັດ ມາຮ່ວມ ໃນ ພິທີ ແຕ່ໄດ້ ສົ່ງສານ ມາສນັບ ສນູນ ສັລເສີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.