ປະມົງລາວ 11 ຄົນ ກັບຈາກ ມາເລເຊັຽ
2021.06.30

ຄົນງານປະມົງລາວ ທີ່ຕົກຄ້າງ ຢູ່ປະເທດມາເລເຊັຽ 11 ຄົນ ໄດ້ເດີນທາງ ມາຮອດ ປະເທດລາວ ເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນທີ 13 ມິຖຸນາ 2021, ແລະ ທາງເຈົ້າໜ້າທີ່ ກໍໄດ້ນໍາໄປກັກໂຕ ຢູ່ສູນຫຼັກ 27 ຕາມມາຕການ ຄວບຄຸມ ແລະ ປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19.
ເມື່ອຮູ້ຂ່າວ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຫາຜູ້ເປັນແມ່ ຂອງຄົນງານ ຜູ້ນຶ່ງ, ຊຶ່ງເພິ່ນ ໄດ້ເລົ່າສູ່ຟັງວ່າ:
“ໂທ ຫາລູກຫາຫຍັງລະ ເອື້ອຍກະ ດີໃຈແທ້ດີໃຈວ່າແຫຼະ ໄດ້ຍິນຂ່າວລູກມາ ຢ້ານເພິ່ນເລື່ອນອີກ ພໍດີຮອດ ມື້ວັນທີ 13 ເພິ່ນກະວ່າເອີ່ ຂຶ້ນຍົນເດີ້ ເພິ່ນຂຶ້ນຍົນແລ້ວ ຮອດ 10:45 ນາທີ ຮອດລາວ ວ່າຊັ້ນ, ກະດີໃຈແທ້ດີໃຈວ່າ ພໍດີມາຮອດລາວ ພໍດີ 11 ໂມງ ລູກກະໂທຫາ ໂທຫາ ເອື້ອຍກະດີໃຈ ຈົນໄຫ້ພຸ້ນແຫຼະ ດີໃຈຫຼາຍ ເພິ່ນມາສົ່ງ ເຂົ້າສູນຫຼັກ 27 ເລີຍ.”
ສ່ວນຜູ້ເປັນພໍ່ ຂອງຄົນງານລາວ ອີກຄົນນຶ່ງ ທີ່ຮູ້ຂ່າວວ່າ ລູກຊາຍ ຂອງຕົນ ໄດ້ມາຮອດລາວແລ້ວ ເວົ້າວ່າ ດີໃຈຫຼາຍ ຈົນເຮັດຫຍັງກໍບໍ່ຖືກ:
“ຮູ້ສຶກນໍ້າຕາຕົກ ພຸ້ນແຫຼະ ໄດ້ຍິນຂ່າວເນາະ ລູກມາຮອດມາເຖິງ ລະກະດີໃຈ ຫຼາຍແຫຼະ ຂອບໝົກຂອບໃຈ ນໍາສະຖານທູດເພິ່ນ ຂອບໝົກຂອບໃຈ ທັງນັກຂ່າວເຮົາ ທີ່ວ່າ ນໍາສຸດກົກສຸດປາຍ ແຕ່ຕົ້ນຈົນຮອດປາຍນະ ໄດ້ຫຼົບລ້າວ ຕ່າວຄືມາ ຫາລູກຫາເມັຽ, ຫາພໍ່ຫາແມ່, ພໍ່ແມ່ທາງນີ້ ໂອ້, ດີໃຈ ໝົດທຸກຄົນພຸ້ນແຫຼະ ບໍ່ຈັກຄວາມສິຕອບ ວ່າຊັ້ນຊະ ດີໃຈແບບໃດ ປານຕາຍເກີດໃໝ່ພຸ້ນ ລູກກະດາຍນະ.”
ກ່ຽວກັບເຫດການ ທີ່ຄົນງານປະມົງລາວ 11 ຄົນ ຈາກຄອງບ້ານໃຕ້ ຖືກເຈົ້າໜ້າທີ່ ຕໍາຣວດ ຕ.ມ. ຢູ່ສນາມບິນ ມາເລເຊັຽ ຈັບກັກຂັງໄວ້ ເມື່ອວັນທີ 24 ກຸມພາ 2021 ຍ້ອນວ່າ ເອກກະສານ ບໍ່ຖືກຕ້ອງນັ້ນ ທາງເອເຊັຽເສຣີ ກໍໄດ້ຖາມ ຣາຍລະອຽດ ຈາກຜູ້ຕາງໜ້າ ຄົນງານລາວຜູ້ນຶ່ງ ທີ່ຍັງຖືກກັກໂຕ ຢູ່ສູນຫຼັກ 27 ຕາມມາຕການ ປ້ອງກັນ ພຍາດໂຄວິດ-19, ຊຶ່ງທ່ານ ກໍໄດ້ເລົ່າເຫດການ ທີ່ເກີດຂຶ້ນ ຢູ່ສນາມບິນ ໃນມື້ນັ້ນ ສູ່ຟັງວ່າ:
(ສຽງ ສັມພາດ)
ການກັບມາ ລາວຂອງຄົນງານ ທັງ 11 ຄົນນີ້ ແມ່ນໄດ້ຮັບ ການຊ່ອຍເຫຼືອ ຈາກອົງການສາກົລ ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ຂອງເຈົ້າໜ້າທີ່ ຜູ້ທີ່ຍິນດີ ຫາລືກັບເອເຊັຽເສຣີ ໃນການຊ່ອຍເຫຼືອ ຄົນງານລາວ ທັງ 11 ຄົນນັ້ນວ່າ:
“ເຮົາກະມີການມອບ ກະຄືອໍານວຍຄວາມສະດວກ ໃນການເດີນທາງທັງໝົດເນາະ, ຕັ້ງແຕ່ ການໄປ ກວດໂຄວິດ, ຄ່າທໍານຽມຕ່າງໆ ທີ່ວ່າ ຂະເຈົ້າຢູ່ ສ່ວນທີ່ເຮົາຊ່ອຍເຫຼືອ ລະກະ ຄ່າປີ້ຍົນ ລະກະ ກັບມາລາວ ຕອນຊ່ວງກະລັນທີນ ຂຶ້ນກັບ ລະບຽບ ຂອງຣັຖເນາະ ເຮົາກະໃຫ້ຣັຖ ລະກະ ຫຼັງຈາກນີ້ ເຮົາກະຊິໄດ້ ພາຂະເຈົ້າ ກັບບ້ານ ລະກະ ມີເປັນເງິນ ເງິນຊ່ວຍເຫຼືອ ເລັກໆນ້ອຍໆເນາະ ຄືປະມານ ຜູ້ລະ 250 ໂດລາ ໃນການທີ່ ຈະຊ່ວຍໃຫ້ຂະເຈົ້າ ກັບຄືນມາໃຊ້ ຊີວິດ ຢູ່ລາວໄດ້ ລະກະ ນອກຈາກນີ້ແລ້ວ ເຮົາກະຍັງມີ ການຈະຕ້ອງໄດ້ ສັມພາດ ຂະເຈົ້າ ອີກເທື່ອນຶ່ງວ່າ ຂະເຈົ້າ ມີຄວາມສາມາດ ດ້ານໃດ ລະກະ ມີແຜນແນວໃດ ໃນການກັບມາ ເຮັດວຽກຢູ່ລາວ, ຊ່ວຍຂະເຈົ້າ ຫາວຽກບໍ່ ຊ່ວຍພັທນາ ສີມື ຂະເຈົ້າ ເພື່ອໃຫ້ຂະເຈົ້າ ເຊື່ອມສານ ກັບມາຢູ່ໃນສັງຄົມໄດ້ ຢ່າງກຸ້ມຕົນເອງ ລະກະ ຫາລ້ຽງຊີບໂຕເອງ ໄດ້ເນາະ.”
ເຖິງຢ່າງໃດກໍດີ, ເມື່ອມາຮອດ ຂັ້ນນີ້ແລ້ວ ຄົນງານປະມົງລາວ ທັງ 11 ກໍຂໍຝາກ ຄໍາຂອບໃຈ ໄປຍັງເຈົ້າໜ້າທີ່ ແລະ ອົງການຕ່າງໆ ທີ່ໄດ້ອຸປຖັມ ຊ່ອຍເຫຼືອ ໃຫ້ພວກເຂົາເຈົ້າ ໄດ້ກັບມາ ປະເທດລາວ ຫາຄອບຄົວ ໄດ້ຢ່າງປອດພັຍ.
ອີງຕາມ ຂ່າວຫຼ້າສຸດ ໃນວັນທີ 27 ມິຖຸນານີ້, ຄົນງານລາວ ທັງ 11 ຄົນ ກໍໄດ້ອອກຈາກ ສູນກັກໂຕ ຫຼັກ 27 ນັ້ນແລ້ວ ແລະ ຕ່າງຄົນ ກໍໄດ້ກັບຄືນສູ່ ຄອບຄົວ ຂອງຕົນເອງແລ້ວ.
ສະບາຍດີ…