ຕ່າງສາສນາບໍ່ເປັນບັນຫາໃນ ສັງຄົມ

ສົມເນ
2015.09.24
F-Church ໂບດຂອງຊາວຄຣິສຕຽນ ຢູ່ ນະຄອນຫຼວງວຽງຈັນ
RFA/LX

ຊາວໜຸ່ມລາວ ທີ່ຖື ສາສນາ ພຸທ ໃນ ນະຄອນຫຼວງ ວຽງຈັນ ໃຫ້ ຄຳເຫັນ ເຣື້ອງການ ນັບຖື ສາສນາ ໃນ ສປປ ລາວ ວ່າ, ການນັບຖື ສາສນາ ທີ່ ແຕກຕ່າງກັນ ບໍ່ໄດ້ ເປັນ ອຸປສັກ ໃນການ ຢູ່ຮ່ວມກັນ ຂອງ ສັງຄົມ ໃນລາວ, ໂດຍສະເພາະ ຜູ້ຖື ສາສນາ ຄຣິສຕຽນ ກັບ ຜູ້ຖື ສາສນາ ພຸທ ຊຶ່ງ ເປັນ ສາສນາ ຂອງ ຊາວລາວ ສ່ວນໃຫຽ່ ແລະ ບໍ່ເຄີຍມີ ການຂັດແຍ້ງ ກັນ, ເຖິງວ່າ ຊາວ ຄຣິສຕຽນລາວ ເປັນຄົນ ຈຳນວນ ນ້ອຍ ໃນ ສັງຄົມ ກໍດີ ແຕ່ການ ນັບຖື ສາສນາ ຄຣິສຕຽນ ກໍມີມາ ແຕ່ ດົນນານ ສືບທອດ ຈາກ ບັນພະບຸຣຸດ ຕັ້ງແຕ່ ສະໄໝ ລາວ ເປັນ ອານານິຄົມ ຂອງ ຊາວ ຢູໂຣບ. ທຸກມື້ນີ້ ຢູ່ ນະຄອນຫຼວງ ວຽງຈັນ ຊາວ ຄຮິສຕຽນ ຍັງ ສາມາດ ປະຕິບັດ ກິຈກັມ ທາງ ສາສນາ ໄດ້ຕາມ ຄວາມ ສະດວກ ຢູ່ຕາມ ໂບດ 3 ແຫ່ງ. ດັ່ງ ທ່ານ ກ່າວວ່າ:

"ກະບໍ່ ກະຊິລໆ ເນາະ ແບບໃຊ້ ຊີວິດ ທີ່ແຕກຕ່າງ ໄປນ້ອຍນຶ່ງ ແຕ່ຍັງຄົງ ຄວາມເປັນ ລາວ ຢູ່, ຖ້າມີ ເທສການ ຫຍັງ ກະມີ ການຊຸມນຸມ ຢູ່ ໂບດ ຄຣິສຕຽນ ຂອງລາວ ເຮົາ ທີ່ໄດ້ ຈັດຕັ້ງກັນ ຂຶ້ນ ເປັນ ສະມາຄົມ, ຕາມທີ່ ນ້ອງຮູ້ຈັກ ກະມີ 3 ແຫ່ງ, ໂບດ ນາຄຳ ອັນນຶ່ງ, ໂບດ ທີສອງ ແມ່ນ ດອນແດງ, ໂບດ ທີສາມ ກະແມ່ນ ແຖວ ເຊັນເຕີພອຍທ ສີຫອມ, ຢູ່ໃກ້ ແມ່ຂອງ ເລີຍ ອັນນີ້ ເປັນ ສູນກາງ ໃຫຍ່ ຂະເຈົ້າ ຮິຕໆ ກັນໄປ ເນາະ".

ກ່ຽວກັບ ເຣື້ອງນີ້ ຊາວ ຄຣິສຕຽນລາວ ໃນ ສະຫະລັດ ອະເມລິກາ ຜູ້ນຶ່ງ ໃຫ້ ຄຳເຫັນ ວ່າ ການນັບຖື ສາສນາ ແມ່ນ ສິດທິ ເສຣີພາບ ຂອງ ຄົນ ທົ່ວໄປ, ຢູ່ ສະຫະຣັຖ ອະເມຣິກາ  ປະຊາຊົນ ສາມາດ ນັບຖື ສາສນາ ໃດກໍໄດ້ ຕາມຄວາມ ເຊື່ອຖື ແລະ ສັດທາ ຂອງ ແຕ່ລະ ບຸກຄົນ.

ສ່ວນ ຊາວລາວ ນັບຖື ສາສນາ ຄຣິສຕຽນ ເຢຊູ, ໃນເຂດ ຊົນນະບົດ ຂອງລາວ, ມີການ ຮ້ອງທຸກ ຢູ່ ເລື້ອຍໆວ່າ ພວກເຂົາເຈົ້າ ຖືກ ອໍານາດ ການປົກຄອງ ທ້ອງຖິ່ນ ຮາວີ ລົບກວນ ການປະກອບ ພິທີ ທາງ ສາສນາ ແລະ ນະມັສການ ພະເຈົ້າ ເຢຊູ ໃນວັນ ສໍາຄັນໆ ຂອງ ສາສນາ, ໂດຍ ອ້າງວ່າ ພວກເຂົາເຈົ້າ ບໍ່ເຄົາຣົບ ຣະບຽບ ກົດໝາຍ, ບໍ່ຂໍ ອະນຸຍາດ ກ່ອນ ປະກອບ ພິທີ ຊຶ່ງ ເຂົາເຫັນວ່າ ບໍ່ມີຄວາມ ເປັນທັມ ແກ່ ເຂົາເຈົ້າ ທັ້ງໆທີ່ ສາສນາ ອື່ນໆ ສາມາດ ປະກອບ ພິທີ ໄດ້ ຢ່າງ ເສຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.