ອົງການລາວເສຣີປະທ້ວງ ຢູ່ ສະຖານທູດ ລາວ
2016.05.10
ອົງການ ລາວເສຣີ ແລະອົງການ ສິດທິມະນຸດລາວ ສາກົນ ຮ່ວມກັນ ຈັດກອງປະຊຸມ ຣາຍງານ ການຣະເມີດ ສິດທິມະນຸດ ຢູ່ລາວ ແລະ ການຍຶດຄອງ ຂອງ ວຽດນາມ ທີ່ຕຶກຂອງ ຣັຖສະພາ, ກຸງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນຕອນເຊົ້າ ຂອງ ວັນທີ 9 ພຶສພາ 2016 ນີ້.
ແລະໃນຕອນບ່າຍ ຂອງ ວັນດຽວກັນ ນັ້ນ ທັງສອງ ອົງການ ກໍໄປຊຸມນຸມ ປະທ້ວງ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ແລະ ຣັຖບາລ ສປປລາວ ທີ່ຍັງຮັບໃຊ້ ແຜນການ ຍຶດຄອງລາວ ຂອງພວກ ຄອມມິວນິສ ວຽດນາມ ເຮັດໃຫ້ ປະເທສຊາດ ຂາດຄວາມເປັນ ເອກກະຣາດ ແລະ ອະທິປະຕັຍ, ປະຊາຊົນ ຂາດ ສິດ ເສຣີພາບ ແລະ ປະຊາທິປະຕັຍ.
ເວົ້າເຖິງການ ຣາຍງານ, ໃນນາມ ປະທານ ກອງປະຊຸມ ທ່ານ ໂຈ ຣັດຕະນະຄົມ ປະທານ ອົງການ ລາວເສຣີ ໄດ້ກ່າວເຖິງ ຫຼາຍບັນຫາ ຂອງລາວ ເພື່ອສເນີຕໍ່ ຣັຖສະພາ ສະຫະຣັຖ ໃຫ້ຊ່ວຍ ພິຈະຣະນາ ແກ້ໄຂ:
"ພວກເຮົາຣາຍງານ ສະພາບການ ຢູ່ເມືອງລາວ ເປັນແນວໃດ ແລ້ວເຮົາ ກໍຮຽກຮ້ອງໃຫ້ ສະພານີ້ ຊ່ວຍພວກເຮົາ ຍົກບັນຫາ ໂຕນີ້ຂຶ້ນ ໄປຫາ ຣັຖບາລລາວ ໃຫ້ເພິ່ນຊ່ວຍເຮົາ ແກ້ໄຂ ບັນຫາ ແນວໃດ ເພາະບັນຫາ ໂຕນີ້ ມັນແມ່ນ ບັນຫາ ຂອງຊາດ ແລະ ລາວເຮົານີ້ນະ ລາວກັບລາວ ຕ້ອງ ແກ້ບັນຫາກັນ ນີ້ແຫຼະ ສິ່ງທີ່ເຮົາຕ້ອງການ ເພາະວ່າ ປີນີ້ ກໍປີ 2016 ນໍ ໂລກມັນ ກະປ່ຽນໄປ ເປັນຫຍັງວ່າ ຣັຖບາລລາວ ຍັງບໍ່ຢາກປ່ຽນ ເພື່ອໃຫ້ ປະເທສຊາດ ປອງດອງ ເຮັດໃຫ້ບ້ານເມືອງ ມັນກ້າວໜ້າ ແລະ ໃຫ້ ປະຊາຊົນ ມີຢູ່ມີກິນ ແລະ ກະມີສິດ ເສຣີພາບ ປະຊາທິປະຕັຍ ອັນນີ້ມັນ ສຳຄັນ".
ຜູ້ເຂົ້າຮ່ວມ ໃນ ກອງປະຊຸມ ຣາຍງານ ບັນຫາລາວ ຕໍ່ ຣັຖສະພາ ສະຫະຣັຖ ຄັ້ງນີ້ ນອກຈາກ ຝ່າຍລາວແລ້ວ ກໍມີ ຍານາງ Rachel Wagley ທີ່ ປຶກສາ ດ້ານ ນະໂຍບາຍ ການ ຕ່າງປະເທສ ປະຈໍາ ຫ້ອງການ ຂອງ ຍານາງ Ann Wagner ສະມາຊິກ ຣັຖສະພາ ຈາກ ຣັຖ Missouri, ຍານາງ Dan Aum, Esq. ເຈົ້າໜ້າທີ່ ກັມມະການ ພົວພັນ ຕ່່າງປະເທສ ຂອງສະພາ ຕໍ່າ ແລະ ຍານາງ Courtney J. Brode ເຈົ້າໜ້າທີ່ ໂຄງການ ພົວພັນ ກັບ ຕ່າງປະເທສ ໃນເຂດ ເອເຊັຽ ຕາເວັນອອກ ປະຈໍາ ສະຖານບັນ ເພື່ອການ ມີສ່ວນຮ່ວມ ໃນໂລກ ຂອງ ສະຫະຣັຖ ອະເມຣິກາ.
ແລະໃນຣະຫວ່າງ ການໂຮມ ຊຸມນຸມ ປະທ້ວງ ທາງການ ສປປລາວ ແລະ ວຽດນາມ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ ກຸງ ວໍຊິງຕັນ ດີຊີ ຜູ້ເຂົ້າຮ່ວມ ຫຼາຍຄົນ ກໍທວງໃຫ້ ຜູ້ກໍາ ອໍານາດ ທັງສອງປະເທສ ລົບລ້າງ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ທີ່ ໄດ້ລົງນາມ ກັນ ເມື່ອປີ 1977 ແລະ ທວງໃຫ້ ຍຸຕິ ການຣະເມີດ ສິດທິມະນຸດ:
"ການບໍຣິຫານ ປະເທດຊາດ ຂອງພວກທ່ານ ມັນຜິດ ຜິດຕໍ່ສິດ ເສຮີພາບ ຂອງ ປະຊາຊົນລາວ. ປະຊາຊົນລາວ ເປັນຄົນ ທີ່ມີຄວາມ ຍຸຕິທັມ ທີ່ສຸດ ເມື່ອໃດ ກໍຕ້ອງການ ຄວາມສງົບ ແຕ່ວ່າ ພວກທ່ານຫັ້ນ ມາປີ້ນ ປີ້ນຣະບອບ ຍຸຕິທັມ ໄປສູ່ ຣະບອບ ທີ່ຫາຍຍະນະ ຕໍ່ຊາດ ເຊັ້ນສັນຍາ 77 ນີ້ເປັນການ ເຊັນສັນຍາ ຂ້າຊາດ ເຊັນສັນຍາ ທີ່ຫາຍຍະນະ ຂອງຊາດ".
ແລະ ຜູ້ເຂົ້າຮ່ວມ ການປະທ້ວງ ຄົນອື່ນໆ ກໍເວົ້າວ່າ:
"ເຮົາຕ້ອງການໃຫ້ຄົນລາວ ມີສິດ ເສຣີພາບ ໃຫ້ມີຄວາມ ຍຸຕິທັມ ເມືອງລາວນີ້ ຂາດຄວາມ ຍຸຕິທັມ ແຕ່ແກວນີ້ ເຂົ້າມາ ປະເທດລາວ ຢາກໃຫ້ ຢຸດການ ສໍ້ຣາສ ບັງຫລວງ ໂກງບ້ານ ກິນເມືອງ ແລະ ກະຢ່າ ປະຫັດປະຫານ ຫລືວ່າ ຈັບ ປະຊາຊົນ ລາວ ເປັນຕົ້ນແມ່ນ ລູກລາວ ຫລານລາວ ປ່ອຍເຂົາດຽວນີ້ ເພາະວ່າ ປະຊາຊົນ ຕ້ອງການ ສິດ ເສຣີພາບ ສິ່ງທີ່ຫາວ່າ ເອົາລູກຫລານ ໄປຂາຍ ເປັນແມ່ຈ້າງ ນາງເລງ ຢູ່ປະເທດໄທ ຢຸດສະ ອັນນີ້ນະ ມັນບໍ່ດີ ສິເປັນ ລູກທ່ານ ກໍບໍ່ດີ ເມັຽທ່ານ ກໍບໍ່ດີເດີ ຍຸຕິ ສາເດີ".
ອົງການ ລາວເສຣີ ຫລື Free Laos campaign ແລະ ອົງການ ສິດທິມະນຸດ ລາວສາກົນ ຫລື Lao Human Rights International ເປັນ ອົງການ ຈັດຕັ້ງ ຂອງ ລາວ-ອະເມຣິກັນ ລຸ້ນໃໝ່ ທີ່ເຄື່ອນໄຫວ ຕໍ່ສູ້ ເພື່ອ ສິດເສຣີພາບ ແລະ ປະຊາ ທິປະຕັຍ ໃນລາວ.