ຜົລກະທົບ ຈາກໂຄງການ ສ້າງໂຮງງານປຸງແຕ່ງມັນຕົ້ນ
2022.01.06

ບໍຣິສັດ ເອໄອດີຊີການຄ້າ ຈໍາກັດຜູ້ດຽວຂອງຈີນ ມີໂຄງການຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນ ແລະບ່ອນເກັບຊື້ສິນຄ້າກະສິກໍາ ຢູ່ບ້ານຂັນລາຍ ແລະບ້ານເພັຍລາດ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ມູນຄ່າການລົງທຶນ 70 ລ້ານໂດລາຣ໌ສະຫະຣັຖ, ຄາດວ່າການກໍ່ສ້າງຈະແລ້ວໃນເດືອນສິງຫາ 2023 ຫລືໄວກວ່ານັ້ນ. ໂຄງການຂອງຈີນນີ້ຈະເຮັດໃຫ້ມີຜົລກະທົບຕໍ່ປະຊາຊົນ 2 ບ້ານ 126 ຄອບຄົວ ທີ່ຈະໄດ້ເສັຍບ່ອນຢູ່ອາສັຍ ແລະທີ່ດິນທໍາກິນ.
ດັ່ງປະຊາຊົນຢູ່ບ້ານເພັຍລາດ ທີ່ຈະຖືກຜົລກະທົບຈາກໂຄງການນີ້ໂດຍກົງນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ມົກກະຣານີ້ວ່າ:
“ໂຕນີ້ກໍຍັງບໍ່ຮູ້ວ່າເພິ່ສິໃຫ້ແນວໃດ ແຕ່ວ່າເພິ່ນໃຫ້ມາເຊັນສັນຍາ ແຕ່ລະຄົນໆ ພວກປະຊາຊົນເຂົາບໍ່ຢາກໃຫ້ປານໃດ ເລີຍດິນເນາະ ບໍ່ມີໝ້ອງສິເຮັດຕິ ຖ້າໃຫ້ເຂົາໄປເມິດແລ້ວ ມີກໍປະມານ 100 ປາຍ 100ປາຍຄອບຄົວ ກໍຍັງບໍ່ເຫັນເດ໋ລະ ມີແຕ່ເຂົາໃຫ້ມາເຊັນສັນຍາໄວ້ ກໍຍັງບໍ່ໄດຍິນຂ່າວຄາວວ່າຈັ່ງໃດອີກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ໜັງສືພິມຈໍາປາໃໝ່ ຣາຍງານໃນມື້ວັນທີ 28 ທັນວາ ທີ່ຜ່ານມານີ້ວ່າ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງແຂວງຈໍາປາສັກ ຜູ້ຊີ້ນໍາວຽກງານເສຖກິດ, ຄະນະນໍາແຂວງ ແລະຄະນະພັກ-ອົງການປົກຄອງເມືອງບາຈຽງຈະເລີນສຸກ ໄດ້ຈັດກອງປະຊຸມຮັບຟັງຄໍາເຫັນຂອງປະຊາຊົນ ທີ່ຈະໄດ້ຮັບຜົລກະທົບຈາກໂຄງການດັ່ງກ່າວໃນມື້ວັນທີ 28 ທັນວາ 2021. ໃນໂອກາດດຽວກັນນັ້ນ ຜູ້ຕາງໜ້າບໍຣິສັດຈີນ ກໍໄດ້ສເນີແນວທາງການປະຕິບັດນະໂຍບາຍພັທນາໂຄງການ ແລະການແກ້ໄຂບັນຫາເຣື່ອງຜົລກະທົບຈາກທາງໂຄງການ. ແຕ່ ກໍມີພຽງ 16 ຄອບຄົວໃນຈໍານວນ 126 ຄອບຄົວທີ່ຈະໄດ້ຮັບຜົລກະທົບເຂົ້າຮ່ວມ ຊຶ່ງສ່ວນຫລາຍແມ່ນບໍ່ຕ້ອງການເອົາດິນທໍາກິນຂອງພວກຕົນໃຫ້ນັກລົງ ທຶນຈີນ, ບໍ່ຢາກໂຍກຍ້າຍອອກຈາກພື້ນທີ່ຂອງພວກຕົນ ແລະບໍ່ພໍໃຈຍ້ອນບໍຣິສັດຈະໃຫ້ຄ່າຊົດເຊີຍຄວາມເສັຍຫາຍໜ້ອຍ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:
“ຄືໄດ້ຍິນວ່າປະມານ 15-16 ຄອບຄົວນີ້ລະ ທີ່ວ່າມາປະຊຸມນໍາ ບໍຣິສັດຍັງຢູ່ໃນຊ່ວງຊົດເຊີຍນໍາປະຊາຊົນຢູ່ ມັນຍັງຢູ່ໃນຂັ້ນໄກ່ເກັ່ຽກັນຢູ່ ບາງຄອບຄົວຂະເຈົ້າກໍຍັງບໍ່ທັນພໍໃຈ ຢູ່ໃນມູນຄ່າທີ່ຊົດເຊີຍທີ່ດິນຂະເຈົ້າຫັ້ນນ່າ ບາງຄອບຄົວດິນຂະເຈົ້າກໍຫລາຍແນ່ ຊົດເຊີຍໜ້ອຍ ຂອງຂະເຈົ້າກໍຍັງບໍ່ທັນຕົກລົງຫັ້ນນ່າ ກໍຍັງບໍ່ທັນເຫັນດີກັນຢູ່.”
ທ່ານກ່າວຕື່ມວ່າ ມາເຖິງປັດຈຸບັນ ທາງບໍຣິສັດຈີນກໍຍັງບໍ່ທັນໄດ້ໃຫ້ລາຍລະອຽດວ່າ ໂຮງງານປຸງແຕ່ງມັນຕົ້ນນັ້ນ ຈະກວມເອົາດິນຂອງປະຊາຊົນຢູ່ບ້ານຂັນລາຍ ແລະບ້ານເພັຍລາດຈັກເຮັກຕາ ແລະຈະໃຫ້ຄ່າຊົດເຊີຍຄວາມເສັຍຫາຍ ເຮັກຕາຣ໌ນຶ່ງເທົ່າໃດ. ສ່ວນເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ ທາງບໍຣິສັດຍັງຢູ່ໃນລະຫວ່າງຮິບໂຮມຂໍ້ມູນ ຮ່ວມກັບຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງບາຈຽງຈະເລີນສຸກຢູ່.
ເວົ້າເຖິງເຣື່ອງຜົລກະທົບ ປະຊາຊົນຢູ່ບ້ານຂັນລາຍ ທີ່ຈະໄດ້ຮັບຜົລກະທົບໂດຍກົງ ຈາກໂຄງການຂອງຈີນນີ້ອີກນາງນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 6 ມົກກະຣານີ້ວ່າ ຍັງບໍ່ທັນຮູ້ຄັກເທື່ອ ໄດ້ຍິນແວວໆ.
“ໂອ໋ ໂຕນີ້ກໍຍັງບໍ່ທັນໄດ້ຮູ້ເຣື່ອງນໍາກັນ ຕ້ອງໄດ້ຖາມໝູ່ກ່ອນເດ໋ນໍ ໂຕນີ້ມັນກໍເວົ້າເຣື່ອງຄອບຄົວ ຂອບເຂດໃກ້ຄຽງອີ່ຫຍັງນີ້ແຫລະ ຄັນວ່າສ້າງໄປຫັ້ນນ່າ ມັນກໍຜົລກະທົບ ໂຕນີ້ກໍຍັງບໍ່ຮູ້ຂໍ້ມູນຊັດເຈນ ພາກສ່ວນກ່ຽວຂ້ອງຢູ່ພຸ້ນແຫລະສິລົງສໍາຣວດ ຄັນວ່າມີຜົລກະທົບຫຍັງຫັ້ນນ່າ ຂໍ້ມູນຊັດເຈນເຮົາກໍບໍ່ທັນບອກໄດ້ເນາະ ກໍໄດ້ຍິນແວ໋ວໆຫັ້ນແຫລະ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ທີ່ເຮັດວຽກໄກ່ເກັ່ຍ ບັນຫາຜົລກະທົບຕໍ່ທີ່ດິນທໍາກິນ ແລະບ່ອນຢູ່ຂອງປະຊາຊົນນັ້ນເວົ້າວ່າ ເຣື່ອງຄ່າຊົດເຊີຍຕ້ອງໄດ້ເບິ່ງໂຕຈິງ ໄປແຕ່ລະເຂດ, ມີໜ່ວຍງານຂອງຣັຖ ເປັນຜູ້ປະເມີນ.
“ແລ້ວໃນສ່ວນກໍຣະນີວ່າ ຈະຊົດເຊີຍແນວໃດຫັ້ນ ກໍຕ້ອງເບິ່ງຕາມໃນຂົງເຂດຫັ້ນ ວ່າທີ່ດິນໂຊນນັ້ນມັນເທົ່າໃດ ໂຕນີ້ກໍຕ້ອງມີພາກຣັຖເຂົ້າໄປຊ່ວຍ ກໍຂຶ້ນກັບໜ່ວຍງານຂອງຣັຖທີ່ຂະເຈົ້າປະເມີນອອກ ໂຕນີ້ຂະເຈົ້າມີມາຕການ ອາຈຊົດເຊີຍເປັນເງິນບໍ່ ຫລືວ່າອັນທີ 2 ອາຈເບິ່ງທີ່ດິນສ່ວນໃດສ່ວນນຶ່ງ ໃຫ້ແກ່ປະຊາຊົນບໍ່ຫັ້ນນ່າ.”
ເພື່ອຂໍຮູ້ກ່ຽວກັບພື້ນທີ່ຂອງໂຄງການ, ຜົລກະທົບຕໍ່ປະຊາຊົນ ແລະສິ່ງແວດ ລ້ອມໃນເບື້ອງຕົ້ນ, ຄ່າຊົດເຊີຍຄວາມເສັຍຫາຍ ຂອງປະຊາຊົນ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ໄປຫາ ບໍຣິສັດ ເອໄອດີຊີການຄ້າ ຈໍາກັດຜູ້ດຽວຂອງຈີນ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ອີງຕາມດໍາຣັຖ ນາຍົກຣັຖມົນຕຣີ ເລກທີ 603/ນຍ ແລະ 604/ນຍ ປີ 2021, ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ມອບວຽກງານດ້ານການປຸງແຕ່ງ ຮວມທັງໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງສີເຂົ້າ ແລະອື່ນໆ ໃຫ້ກະຊວງກະສິກໍາ ແລະປ່າໄມ້ ເປັນຜູ້ຄຸ້ມຄອງ.
ເມື່ອກາງປີ 2021 ທີ່ຜ່ານມາ ທ່ານ ພຶດສະພາ ພູມມະສັກ ປະທານບໍຣິສັດ ເອໄອດີຊີ ການຄ້າຈໍາກັດຜູ້ດຽວ ສປປລາວແລະທ່ານ ຈ້າຍເຫວີຍ ປະທານກໍາມະການບໍຣິຫານ ຣັຖວິສາຫະກິດສະບຽງອາຫານຂອງຈີນ ສາຂາເມືອງເຈີງໂຈ ແຂວງເຫີໜານ ໄດ້ລົງນາມໃນບົດບັນທຶກແບບທາງໄກ ຮ່ວມມືດ້ານການຈັດຊື້ສິນຄ້າກະສິກໍາປຸງແຕ່ງ ໂດຍມີທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີກະຊວງອຸຕສາຫະກັມ ແລະການຄ້າ ແລະ ທ່ານ ເພັດ ພົນພິພັກ ຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ ເປັນສັກຂີພະຍານ. ສິນຄ້າກະສິກັມປຸງແຕ່ງທີ່ວ່ານີ້ ມີ 9 ຣາຍການ ຈາກລາວໄປຈີນຫລັງຈາກ 5 ປີຕໍ່ໜ້າ ຮວມທັງ ແປ້ງມັນຕົ້ນ 1 ແສນຕັນ, ກ້ວຍ 1 ແສນຕັນ, ຖົ່ວດິນ 1 ແສນຕັນ, ນໍ້າຕານ 5 ແສນຕັນ.
ປັດຈຸບັນ ຈາກລາວ ມີການສົ່ງພືດ ແລະຜລິຕພັນພືດອອກໄປປະເທດຈີນ 7 ຊນິດຄື: ກ້ວຍ, ມັນຕົ້ນ, ໝາກໂມ, ເຂົ້າສານ, ມັນດ້າງ, ສາລີ ແລະພືດຕະກຸນຖົ່ວ ແລະຍັງຢູ່ໃນລະຫວ່າງ ລໍເຊັນຂໍ້ຕົກລົງສົ່ງພືດ ແລະ ຜລິຕພັນພືດໄປຈີນຕື່ມ ອີກ 6 ຊນິດຄື: ໝາກຜູ, ໝາກກ້ຽງ, ໝາກນາວ, ໝາກໜ໊ອດ, ພືດເປັນຢາ ແລະໃບໝາກຕຸມແຫ້ງ. ແລະຄາດວ່າ ແຕ່ນີ້ຮອດປີ 2025 ຈະມີການເຈລະຈາທາງດ້ານເຕັກນິກ ເປີດຕລາດກັບຈີນຫລາຍກວ່າ 90 ຣາຍການພືດ.