ຖແລງການຮ່ວມ ສະຫະຣັດ ອາຊຽນ
ກອງປະຊຸມ ສຸດຍອດ ສະຫະຣັດ-ອາຊຽນ ສິ້ນສຸດ ລົງແລ້ວ ແລະ ໄດ້ອອກ ຖແລງການຮ່ວມ ທັງໝົດ 17 ຂໍ້.
-
ອະວາຣີ
2016-02-18 -
-
-
Your browser doesn’t support HTML5 audio
ກອງປະຊຸມ ສຸດຍອດ ສະຫະຣັຖ-ອາຊຽນ ສິ້ນສຸດ ລົງແລ້ວ ແລະ ໄດ້ອອກ ຖແລງການຮ່ວມ ທັງໝົດ 17 ຂໍ້. ຕົວຢ່າງ ຂອງ ຂໍ້ທີ່ສໍາຄັນ ມີດັ່ງນີ້:
ຂໍ້ 1: ຣະບຸວ່າ ອາຊຽນ ແລະ ສະຫະຣັຖ ຈະນັບຖື ອະທິປະໄຕ ເຂດນ້ຳ ແດນດິນ ອັນຄົບຖ້ວນ ຄວາມສເມີພາບ ແລະ ຄວາມເປັນ ເອກກະຣາດ ທາງການເມືອງ ຂອງ ຊຶ່ງກັນແລະກັນ ຕາມທີ່ບົ່ງໄວ້ ໃນກົດ ສະຫະປະຊາຊາດ ກົດບັດ ອາຊຽນ ແລະ ກົດໝາຍ ຣະຫວ່າງ ຊາດ.
ຂໍ້ 2: ອາຊຽນ ແລະ ສະຫະຣັຖ ຈະໃຫ້ ຄວາມສຳຄັນ ແກ່ ການແບ່ງປັນ ຄວາມອຸດົມ ຮັ່ງມີ ການພັທນາ ເສຖກິດ ແບບຍືນຍົງ ແລະ ການສ້າງ ຊາວໜຸ່ມ ວັຍລຸ້ນ ໃຫ້ຮູ້ຈັກ ປົກປັກ ຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ເພື່ອ ຜົນປະໂຫຍດ ຮ່ວມກັນ.
ຂໍ້ 3: ອາຊຽນ ແລະ ສະຫະຣັຖ ຮັບຮູ້ວ່າ ນະໂຍບາຍ ທີ່ເປີດກວ້າງ ແລະ ເສຖກິດ ທີ່ ມີການແຂ່ງຂັນ ຈະສົ່ງເສີມ ໃຫ້ມີການ ເຕີບໃຫຍ່ ຂຍາຍຕົວ ຂອງເສຖກິດ ວຽກງານ ການລົງທຶນ ແລະ ການເຊື່ອມຕໍ່ ຊຶ່ງກັນແລະກັນ ໃຫ້ດີຂຶ້ນ.
ຂໍ້ 4: ພວກເຮົາ ອາຊຽນ ແລະ ສະຫະຣັຖ ຈະຮ່ວມກັນ ສ້າງໂອກາດ ໃຫ້ແກ່ ປະຊາຊົນ ໂດຍ ຈະສ້າງ ຣະບອບ ປະຊາທິປະໄຕ ໃຫ້ເຂັ້ມແຂງ ການປົກຄອງ ທີ່ດີ ປົກຄອງ ດ້ວຍກົດໝາຍ ສົ່ງເສີມ ແລະ ປົກປ້ອງ ສິດທິມະນຸດ ແລະ ສິດ ເສຣີພາບ ພື້ນຖານ ຂອງ ປະຊາຊົນ ພ້ອມທັງ ຈະປົກປັກ ຮັກສາ ສິ່ງແວດລ້ອມ.
ຂໍ້ 8: ອາຊຽນ ແລະ ສະຫະຣັຖ ຈະຮ່ວມກັນ ຮັກສາ ສັນຕິພາບ ຄວາມໝັ້ນຄົງ ໃນພາກພື້ນ ເອເຊັຽ ຕາວັນອອກ ເປັນຕົ້ນ ໃນເຂດ ທະເລ ໃຫ້ມີການ ເດີນເຮືອ ຢ່າງເສຣີ ແລະ ປະຕິບັດ ຕາມກົດໝາຍ ຣະຫວ່າງ ຊາດ.
ແລະ ຂໍ້ສຸດທ້າຍ ອາຊຽນ ແລະ ສະຫະຣັຖ ຈະຈັດໃຫ້ມີ ກອງປະຊຸມ ສຸດຍອດ ຣະຫວ່າງກັນ ປີລະຄັ້ງ.