ລາວຄຣິສຕຽນໄດ້ອິສຣະ ຊີວິດ ຈົບ
2015.09.23
ທ້າວ ຕຽນ ຫວຽນທຽນທອງ ຊາວ ຄຣິສຕຽນລາວ ຢູ່ ບ້ານຫ້ວຍ ເມືອງ ອາສພັງທອງ ແຂວງ ສວັນນະເຂດ ທີ່ ຖືກ ຈໍາຄຸກ ເປັນ ເວລາ 9 ເດືອນ ຍ້ອນ ໄຫວ້ພຣະ ສວດມົນ ໃຫ້ ຄົນເຈັບ, ໄດ້ ເສັຽຊີວີດ ແລ້ວ ຫລັງຈາກ ຖືກ ປ່ອຍຕົວ ອອກຈາກ ຄຸກ, ຍ້ອນວ່າ ບໍ່ໄດ້ ຮັບການ ປີ່ນປົວ ພຍາດ ປະຈໍາຕົວ ເວລາ ຢູ່ ໃນຄຸກ. ແຕ່ ເຈົ້າຫນ້າທີ່ ລາວ ເວົ້າວ່າ ເປັນຍ້ອນ ໂຣຄ ປະຈຳຕົວ ຂອງ ຜູ້ກ່ຽວເອງ. ດັ່ງ ທ່ານ ກ່າວວ່າ:
"ປ່ອຍໂຕແລ້ວ ດົນແລ້ວ ຕັ້ງແຕ່ ເດືອນ ຫົກ ພຸ້ນ, ເພິ່ນ ກັບບ້ານແລ້ວ ເພິ່ນ ເສັຽຊີວິດ ແລ້ວ ດຽວນີ້, ມື້ວັນທີ 17 ນີ້ແຫລະ ພຍາດ ນີ້ແຫລະ ເບົາຫວານ ນີ້ແຫລະ".
ເຈົ້າຫນ້າທີ່ ທ່ານນີ້ ກ່າວຕື່ມວ່າ ທ້າວຕຽນ ເປັນພຍາດ ເບົາຫວານ ມາດົນແລ້ວ ກ່ອນ ຖືກກັກຂັງ ລາວ ເຄີຍໄດ້ຮັບ ການປິ່ນປົວ ມາຕຣອດ, ປັດຈຸບັນ ຍາດພີ່ນ້ອງ ຂອງ ຜູ້ກ່ຽວ ໄດ້ ທຳພິທີ ຝັງສົບ ຂອງລາວ ແລ້ວ, ແລະວ່າ ໂຣຄ ເບົາຫວານ ເປັນໂຣຄ ທີ່ ປົວຍາກ, ຄົນສ່ວນໃຫຍ່ ທີ່ເປັນ ເບົາຫວານ ມັກ ເສັຽຊີວິດ.
ແຕ່ ອົງການ ສິ້ງຊອມ ດ້ານ ສິດເສຣີພາບ ທາງ ສາສນາ ໃນລາວ ໄດ້ກ່າວ ຕໍ່ ຫນັງສືພີມ BOSnewsLIFE ວ່າ ການຕາຍ ຂອງ ນາຍຕຽນ ນັ້ນ ຍ້ອນລາວ ບໍ່ໄດ້ຮັບ ການ ປິ່ນປົວ ໃນຄຸກ ເປັນ ເວລາ 9 ເດືອນ ເຮັດໃຫ້ ໂຣຄ ແຜ່ລາມໄປ, ຈົນເຮັດໃຫ້ ຜູ້ກ່ຽວ ເສັຽຊີວິດ ຫລັງຈາກ ປ່ອຍ ອອກຈາກ ຄຸກ.
ອົງການ ດັ່ງກ່າວ ຕ້ອງການ ຄຳ ອະທິບາຍ ຈາກ ເຈົ້າຫນ້າທີ່ ຄຸກ ທີ່ ແຂວງ ສວັນນະເຂດ ກ່ຽວກັບ ການຕາຍ ຂອງລາວ. ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ໄປ ຫາ ຄຸກ ທີ່ ແຂວງ ສວັນນະເຂດ ເພື່ອຂໍ ຣາຍລະອຽດ ແຕ່ ບໍ່ມີ ເຈົ້າຫນ້າທີ່ ຄົນໃດ ໃຫ້ ຄຳຕອບ ໄດ້.
ໃນ ປີ ທີ່ຜ່ານມາ ສານ ສຸງສຸດ ແຂວງ ສວັນນະເຂດ ໄດ້ ຕັດສິນ ລົງໂທດ ຂັງຄຸກ ທ້າວ ຕຽນ ແລະ ຊາວ ຄຣິສຕຽນລາວ ອີກ 4 ຄົນ ໃນຖານ ເປັນ ຫມໍເຖື່ອນ ທີ່ ເຮັດໃຫ້ ຜູ້ຍິງ ປ່ວຍ ຄົນນຶ່ງ ເສັຽຊີວີດ. ຊຶ່ງ ໃນຄະດີ ນີ້ ຊາວບ້ານ ຫຼາຍໆຄົນ ໃນ ທ້ອງຖິ່ນ ກໍເຫັນວ່າ, ຜູ້ປ່ວຍ ທີ່ ເສັຽຊີວິດ ນັ້ນ ແມ່ນ ຍ້ອນໂຣຄ ປະຈຳຕົວ ລາວ ເອງ.