ເປີດຝຶກອົບຮົມ ວຽກງານ ຕ້ານການສໍ້ຣາສບັງຫຼວງ
ອົງການກວດກາ ແຫ່ງຣັຖ ແລະ ອົງການ ສະຫະປະຊາຊາຕ ເພື່ຶອຕ້ານຢາເສບຕິດ ແລະອາຊຍາກັມ ເປີດການອົບຮົມ ໃຫ້ເຈົ້າໜ້າທີ່ ຕ້ານການສໍ້ຣາສບັງຫຼວງ ຍ້ອນວ່າ ສປປ ລາວ ມີບັນຫານີ້ຫຼາຍທີ່ສຸດ ແລະ ສະເພາະໃນປະເທດອາຊ້ຽນ ລາວ ຖືວ່າມີຄວາມໂປ່ງໃສໜ້ອຍທີ່ສຸດ.
-
ຈຳປາທອງ
2023-06-20 -
-
-
Your browser doesn’t support HTML5 audio
ອົງການກວດກາແຫ່ງຣັຖ ຮ່ວມກັບອົງການ ສະຫະປະຊາຊາຕ ຕ້ານຢາເສບຕິດ ແລະອາຊຍາກັມ ຫລື UNODC ໄດ້ຈັດການຝຶກອົບຮົມ ໃຫ້ເຈົ້າໜ້າທີ່ ຕ້ານການສໍ້ຣາສ ບັງຫລວງ ທີ່ຂຶ້ນກັບອົງການກວດກາແຫ່ງຣັຖ ຕັ້ງແຕ່ມື້ວັນທີ 13 ຫາວັນທີ 16 ມິຖຸນານີ້. ບົດຮຽນທີ່ໃຊ້ໃນການຝຶກອົບຮົມຄັ້ງນີ້ ມີຫລາຍເຣື່ອງ ເປັນຕົ້ນ ເຣື່ອງການສືບສວນ-ສອບສວນ ທາງການເງິນ, ການສືບສວນ-ສອບສວນ ບັນດາບໍຣິສັດ ແລະກອງທຶນ, ການກວດສອບການປະຕິບັດໂຄງການ ແລະການປະເມີນໂຄງການ, ການກວດກາ ການສໍ້ໂກງ, ການເກັບກູ້ຊັບສິນ ຈາກການສໍ້ຣາສບັງຫຼວງ ໃນໂຄງການກັບຄືນ ແລະອື່ນໆ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ອົງການກວດກາ ແຫ່ງຣັຖ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ມິຖຸນານີ້.
“ໂຕເຂົ້າຮ່ວມຫັ້ນ ອົງການກວດກາ ແຫ່ງຣັຖແນ່ ແລ້ວກະພາກສ່ວນພາຍນອກແນ່ ມີ 12 ພາກສ່ວນ ເທື່ອນີ້ ຊິແມ່ນຢູ່ນະຄອນຫລວງ ແລ້ວກະແຂວງສວັນນະເຂດ.”
ກ່ຽວກັບບັນຫາ ການສໍ້ຣາສບັງຫລວງ ຢູ່ລາວ ປະຊາຊົນລາວຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ ເປັນບັນຫາສໍຄັນ ທີ່ຊາວລາວເປັນຫ່ວງທີ່ສຸດ ຍ້ອນມັນເປັນສາເຫດທີ່ຂັດຂວາງການ ພັທນາປະເທດ ຊຶ່ງຫລາຍຄົນກໍຫວັງວ່າ ການຝຶກອົບຮົມຄັ້ງນີ້ ຈະຊ່ອຍຍົກລະດັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລາວ ໃນການຕ້ານການສໍ້ຣາສບັງຫລວງ, ຈະມີການປະຕິບັດຢ່່ງເຂັ້ມງວດ ແລະເຮັດໃຫ້ບັນຫາດັ່ງກ່າວຫລຸດລົງ.
“ກະເຫັນຢູ່ແກ້ໄຂແນວໃດນີ້ ໂອ ເຮັດແທ້ທໍາຈິງກະໄດ້ດີແຫລະເນາະ ມີແຕ່ເວົ້າແລ້ວບໍ່ຢາກເຮັດ ເຮັດແທ້ກໍດີ ໜີ້ສິນກໍຈະຫລຸດລົງຕື່ມຫລາຍເຕີບ ຜູ້ໃດກະຢາກໃຫ້ແກ້ໄຂຫັ້ນແຫລະ ເຫັນແຕ່ເພິ່ນເຮັດລົງເຟສ ໜ້ອຍນຶ່ງ. ເຮົາກະບໍ່ເຂົ້າໃຈ ເຮົາຢູ່ນອກນ່າ.”
ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າເຖິງການແກ້ໄຂບັນຫາ ການສໍ້ຣາສບັງຫລວງ ຢູ່ລາວ ວ່າ ເປັນບັນຫາທີ່ຈະຕ້ອງໄດ້ໃຊ້ເວລາດົນ ກ່ອນທີ່ຈະແກ້ໄຂໄດ້ ເນື່ອງຈາກຍັງມີເຈົ້າໜ້າທີ່ ຈໍານວນນຶ່ງ ສວຍໂອກາດສໍ້ຣາສບັງຫລວງ ໃນຮູບແບບຕ່າງໆຫລາຍຢູ່ ເຖິງແມ່ນພາກສ່ວນທີ່ກ່ຽວຂ້ອງ ຈະບັງຄັບໃຊ້ກົດໝາຍ ໃນການຕ້ານການສໍ້ຣາສບັງຫລວງ ແຕ່ກໍຍັງເຫັນວ່າຍັງບໍ່ທັນເຂັ້ມແຂງພຽງພໍ.
“ເຣື່ອງກົດໝາຍນີ້ມັນກະຮັດກຸມ ແຕ່ວ່າການຈັດຕັ້ງປະຕິບັດເຮົານີ້ ໃນບາງອັນມັນກໍຍັງບໍ່ຄົບຊຸດໝົດນີ້ນ່າ ຄືວ່າຫັ້ນແຫລະ ຄວາມເຂັ້ມແຂງ ເຮົາກະຍັງບໍ່ທັນພຽງພໍ ໃນການແກ້ໄຂບັນຫາ ແລ້ວກະສະພາບການມັນກະຫລາຍ ຜູ້ໃດເຮັດບັນຫານີ້ ຕ້ອງໄດ້ໃສ່ໂທດຕາມລະບຽບກົດໝາຍຫັ້ນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ອະດີດເຈົ້າໜ້າທີ່ລາວທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ມິຖຸນານີ້ວ່າ ເຣີ່ມແຕ່ຕົ້ນປີ 2023 ນີ້ມາ ທາງພາກສ່ວນທີ່ກ່ຽວຂ້ອງ ປາບປາມການສໍ້ຣາສບັງຫລວງ ຢ່າງໜັກຢູ່ໃນຫລາຍຂແນງການ ໂດຍມີທັງການໄລ່ພະນັກງານ ແລະເຈົ້າໜ້າທີ່ ທີ່ກະທໍາຜິດ ອອກຈາກຕໍາແໜ່ງ ຊຶ່ງທ່ານກໍເຫັນວ່າ ເປັນສັນຍານທີ່ດີ ໃນການແກ້ໄຂບັນຫານີ້ຢູ່ລາວ.
“ດຽວ ນີ້ນ່າ ຈ້ອນພະນັກງານອອກແລ້ວ ພວກຕໍາຣວດກໍມີ, ພວກພາສີແດ່, ການເງິນກໍມີ, ພວກບໍ່ແຮ່. ພວກຫຍັງແດ່ ມັນຫລາຍມັນເປັນຂະບວນການ ແນວໃດບໍ່ຮູ້ແຫລະ.”
ພ້ອມດຽວກັນນັ້ນ ນັກກົດໝາຍລາວທ່ານນຶ່ງ ກໍເວົ້າເຖິງເຣື່ອງການດໍາເນີນຄະດີ ຕໍ່ອະດີດພະນັກງານ ທີ່ສໍ້ຣາສບັງຫລວງວ່າ ມີໃຫ້ເຫັນຢູ່ເລື້ອຍໆຢູ່ຫລາຍແຂວງ ແລະຜູ້ທີ່ຖືກກ່າວຫານັ້ນ ກໍມີສິດທີ່ຈະອຸທອນໃນຂັ້ນສານ ແຕ່ສ່ວນໃຫຍ່ແລ້ວ ການອຸທອນນັ້ນ ແມ່ນບໍ່ໄດ້ຜົລ ເນື່ອງຈາກມີຫລັກຖານ ຢ່າງໜາແໜ້ນ.
“ກະເປັນກົດໝາຍສໍາລັບຄຸ້ມຄອງ ການສໍ້ຣາສບັງຫລວງ ຫັ້ນແຫລະ ມັນກະຂຶ້ນກັບຄະດີຫັ້ນແຫລະ ການຕັດສິນມີແຕ່ຕັດສິນຊັ້ນຕົ້ນ ຊັ້ນອຸທອນແລ້ວກະຊັ້ນລົບລ້າງເນາະ ຄັນແມ່ນວ່າຢູ່ຊັ້ນຕົ້ນ ຈໍາເລີຍຜູ້ຖືກກ່າວຫາຫັ້ນ ບໍ່ເຫັນດີຕາມຄໍາຕັດສິນ ກະສາມາດອຸທອນໄດ້ພາຍໃນ 20 ວັນ."
ນອກຈາກນັ້ນແລ້ວ ອົງການກວດສອບແຫ່ງຣັຖ ຊຶ່ງເປັນອົງການນຶ່ງທີ່ກວດສອບ ດ້ານການສໍ້ຣາສບັງຫລວງຢູ່ລາວ ກໍມີແຜນເຄື່ອນໄຫວກວດສອບ ການສໍ້ຣາສບັງຫລວງໃນ 103 ເປົ້າໝາຍ. ໃນນັ້ນມີອົງການຈັດຕັ້ງ ຂອງຣັຖ 24 ເປົ້າໝາຍ, ທະນາຄານ 7 ເປົ້າໝາຍ, ຣັຖວິສາຫະກິຈ 11 ເປົ້າໝາຍ, ໂຄງການພັທນາ 21 ເປົ້າໝາຍ ແລະອື່ນໆ, ອີງຕາມຣາຍງານຂອງ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບ ແຫ່ງຣັຖ ຕໍ່ກອງປະຊຸມວຽກງານກວດສອບ ແຫ່ງຣັຖໃນມື້ວັນທີ 1 ແລະ ວັນທີ 2 ມິຖຸນານີ້ ແລະອີງຕາມຂໍ້ມູນ ຈາກອົງການເພື່ອຄວາມໂປ່ງໃສສາກົລ (Transparency International) ປະຈໍາປີ 2022 ແລ້ວແມ່ນວ່າ ປະເທດລາວ ຖືກຈັດໃຫ້ຢູ່ໃນອັນດັບທີ 126 ຈາກທັງໝົດ 180 ປະເທດ, ເປັນປະເທດນຶ່ງ ທີ່ບໍ່ມີຄວາມໂປ່ງໃສຫລາຍທີ່ສຸດ ໃນໂລກ ຊຶ່ງເມື່ອປີ 2021 ຢູ່ໃນອັນດັບທີ 128. ເວົ້າສະເພາະ ຢູ່ໃນຂົງເຂດອາຊ້ຽນ, ສປປ ລາວ ເປັນປະເທດທີ່ບໍ່ມີຄວາມໂປ່ງໃສຫລາຍທີ່ສຸດ ເປັນອັນດັບ 3 ຮອງລົງມາ ຈາກປະເທດພະມ້າ ແລະກັມພູຊາ.