ສິດທິມະນຸດຢູ່ລາວຍັງເປັນ ບັນຫາ

ສົມເນ
2015.06.26
F-Vientiane ນະຄອນຫລວງວຽງຈັນ
RFA

ທ່ານ Andrea Giorgetta ຜູ້ ອໍານວຍການ ສະຫະພັນ ສິດທິ ມະນຸດ ສາກົນ FIDH, ກ່າວຕໍ່ ເອເຊັຽເສຣີ ເມື່ອ ວັນທີ 24 ມິຖຸນາ ນີ້ວ່າ, ສະຖານະການ ດ້ານ ສິດທິ ມະນຸດ ໃນລາວ ມີຫຼາຍ ດ້ານ ທີ່ ໜ້າ ເປັນຫ່ວງ, ຍ້ອນ ຜູ້ ສະແດງອອກ ຖືກ ຈໍາກັດ. ຄັນເວົ້າ ທົ່ວໄປ ແລ້ວ ແມ່ນ ສິດ ເສຣີພາບ ໃນການ ປາກເວົ້າ, ການ ໂຮມ ຊຸມນຸມ, ແລະ ການອອກ ຄວາມຄິດເຫັນ. ເຊັ່ນ ຕົວຢ່າງ, ເມື່ອ ບໍ່ດົນ ມານີ້, ມີການ ຈໍາກັດ ສິດ ເສຣີພາບ ຂອງ ຜູ້ ສະແດງອອກ ທາງ ສື່ສັງຄົມ. ທ່ານ ກ່າວວ່າ:

"ກໍຣະນີ ທີ່ເກີດຂຶ້ນ ເມື່ອ ບໍ່ດົນ ມານີ້, ມີການ ຈໍາກັດ ຢ່າງ ເຂັ້ມງວດ ໃນສິດ ເສຣີພາບ ຂອງ ຜູ້ທີ່ນໍາ ເອົາ ຂໍ້ຄວາມ ໄປລົງໃນ ສື່ສັງຄົມ ອອນລາຍ (ເຟສບຸກ) ແລະ ສື່ສັງຄົມ ອື່ນໆ ທາງ ອິນເຕີເນັດ. ໃນ ດ້ານອື່ນໆ ກໍເຊັ່ນກັນ, ທ່ານ ວ່າ ໄດ້ຮັບ ຣາຍງານ ບັນຫາ ສະພາບການ ຮ້າຍແຮງ ຂອງ ນັກໂທດ ທີ່ ເຈັບປ່ວຍ ໃນຄຸກ ສປປລາວ ແລະ ການ ປະຕິບັດ ຕໍ່ ຊຸມຊົນ ກຸ່ມນ້ອຍ ແລະ ຜູ້ນັບຖື ສາສນາ ກຸ່ມນ້ອຍ".

ເມື່ອ ເອເຊັຽ ເສຣີ ຖາມວ່າ, ໃນ ລະຍະ ນຶ່ງ ປີ ຜ່ານມາ ນີ້, ສະພາບການ ສິດທິ ມະນຸດ ໃນລາວ ບໍ່ມີການ ປັບປຸງ ເລີຽບໍ, ຫລືວ່າ ມີດ້ານ ໃດແດ່ ທີ່ ໄດ້ຮັບ ການ ປັບປຸງ. ທ່ານ ກໍຕອບວ່າ:

"ສິ່ງທີ່ເຮົາ ໄດ້ຮູ້ ໄດ້ເຫັນ ຢູ່ລາວ, ມັນ ເປັນການ ຍາກຫລາຍ ທີ່ ຈະຮວບຮວມ ເປັນ ລາຍລັກ ອັກສອນ ກ່ຽວກັບ ການ ຣະເມີດ ສິດທິ ມະນຸດ ແລະ ໃນນັ້ນ ເຮົາກໍຍັງ ບໍ່ຮູ້ຄັກ ແນ່ວ່າ ມີ ຣະບຽບການ ຈັກຂໍ້ ທີ່ ຈໍາກັດ ການ ເຄື່ອນໄຫວ ວຽກງານ ຢ່າງ ຖືກຕ້ອງ ຕາມ ຣະບຽບ ກົດໝາຍ ຂອງ ການຈັດຕັ້ງ ທາງ ສັງຄົມ ແລະ ການ ຈັດຕັ້ງ ຂອງ ອົງການ ສິດທິ ມະນຸດ".

ກໍຣະນີ ການ ຣະເມີດ ສິດທິ ມະນຸດ ທີ່ ໂຈ່ງແຈ້ງ ທີ່ສຸດ, ບໍ່ແມ່ນວ່າ ຫາ ກໍເກີດຂຶ້ນ ໃນຕອນ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຖືກ ບັງຄັບ ໃຫ້ ຫາຍ ສາບສູນ, ແຕ່ ຍັງມີ ກໍຣະນີ ຖືກ ບັງຄັບ ໃຫ້ ຫາຍສາບສູນ ຫລາຍໆ ກໍຣະນີ ໃນ 2 ທົສວັດ ຜ່ານມາ, ໂດຍ ທາງການ ລາວ ບໍ່ໄດ້ ສືບສວນ ຢ່າງ ຈິງຈັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.