ອະດີດຜູ້ນຳນັກສຶກສາ ຄວນ ໄດ້ຮັບ ອິສຣະພາບ
2016.10.26

ອົງການ ສິດທິມະນຸດ ສາກົນ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວ ອາດີດ ຜູ້ນຳ ນັກສຶກສາ ທີ່ຖືກກັກຂັງ ຍ້ອນກະຕຽມ ປະທ້ວງ ຢູ່ ນະຄອນຫຼວງ ວຽງຈັນ ເມື່ອປີ 1999.
ສະຫະພັນ ເພື່ອ ສິດທິມະນຸດ ອົງການ ປົກປ້ອງ ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ອອກ ຖແລງການ ເມື່ອວັນທີ່ 26 ຕຸລາ 2016 ນີ້ວ່າ, ຣັຖບານລາວ ຕ້ອງປ່ອຍຕົວ ທ່ານ ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລຸນ ແພງພັນ ອາດີດ ຜູ້ນຳ ນັກສຶກສາລາວ ທີ່ຖືກຄຸມຂັງ ຢ່າງບໍ່ຖືກຕ້ອງ ເປັນທັມ ເປັນເວລາ 17 ປີ ແລ້ວນັ້ນ ທັນທີທັນໃດ ແລະ ຢ່າງບໍ່ມີ ເງື່ອນໄຂ.
ພ້ອມດຽວກັນ ກໍຮຽກຮ້ອງ ໃຫ້ ຣັຖບານລາວ ເປີດເຜີຍ ຊະຕາກັມ ຂອງ ທ່ານ ບົວວັນ ຈັນມະນີວົງ ແລະ ທ່ານ ແກ້ວໃຈ ອາດີດຜູ້ນຳ ນັກສຶກສາ ເຊັ່ນກັນນັ້ນວ່າ ປັດຈຸບັນ ພວກເຂົາເຈົ້າ ຢູ່ໃສ ແລະ ໃຫ້ທາງການລາວ ສືບສວນ ການເສັຽຊີວິດ ຢູ່ໃນຄຸກ ຂອງອາດີດ ຜູ້ນຳ ນັກສຶກສາ ອີກຜູ້ນຶ່ງ ທີ່ມີຊື່ວ່າ ທ່ານ ຄຳພູວຽງ ສີສະອາດ.
ອາດີດນັກສຶກສາ ທັງຫ້າຄົນ ຖືກຈັບເມື່ອ ວັນທີ່ 26 ຕຸລາ ປີ 1999 ໃນເວລາ ພວກເຂົາເຈົ້າ ກຳລັງ ກະຕຽມ ຈະປະທ້ວງ ຣັຖບານ ສປປລາວ. ທ່ານ Andrea Giorgetta ຈາກ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ກ່າວກ່ຽວກັບ ເຣື່ອງນີ້ວ່າ:
"ທ່ານກ່າວວ່າ ຣັຖບານລາວ ຄວນປ່ອຍຕົວ ນັກໂທດການເມືອງ ທັງໝົົດ ຢ່າງຮີບດ່ວນ. ຣັຖບານລາວ ຍັງກັກຂັງ ອາດີດຜູ້ນຳ ນັກສຶກສາ ກໍຍ້ອນວ່າ ຣັຖບານລາວ ບໍ່ຍອມປ່ອຍ ໃຫ້ມີການ ປະທ້ວງ ຢ່າງສັນຕິ; ນັກສຶກສາ ເຫລົ່ານີ້ ພຽງແຕ່ຢາກ ໃຊ້ສິດ ຂອງພວກຕົນ ແລະ ຄວາມຈິງແລ້ວ ພວກເຂົາເຈົ້າ ບໍ່ທັນໄດ້ ປະທ້ວງຊ້ຳ ພຽງແຕ່ກະຕຽມ ທີ່ ຈະປະທ້ວງຊື່ໆ.”
ທາງດ້ານ ຍານາງ ວານິດາ ເທບສຸວັນ ຊະນະນີກອນ ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ ກໍໄດ້ກ່າວ ເສີມ ຕອນນຶ່ງວ່າ:
"ການຈັບຂັງ ຜູ້ນໍາຂະບວນການ ນັກສຶກສາ 26 ຕຸລາ 1999 ເປັນກໍຣະນີ ທີ່ສໍາຄັນ ແລະຮ້າຍແຮງຫຼາຍ ສໍາລັບ ຂະບວນການລາວ ເພື່ອສິດທິມະນຸດ ທີ່ໄດ້ນໍາ ເຣື່ອງນີ້ ມາແຕ່ທໍາອິດ ແລະຕິດຕາມ ຢ່າງແສນ ເປັນຫ່ວງ ຕລອດມາ ໄດ້ 17 ປີແລ້ວ".
ເຣື່ອງການຈັບຂັງຄຸກ ຄນະນໍາ ຂະບວນນັກສຶກສາ 26 ຕຸລານີ້ ທາງ RFA ກໍໄດ້ ໂທຣະສັບ ເຖິງ ເຈົ້າໜ້າທີ່ ຂັ້ນສູງ ທ່ານນຶ່ງ ຢູ່ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ຊຶ່ງທ່ານ ໄດ້ເວົ້າ ສັ້ນໆວ່າ:
“ເຮົາບໍ່ເຄີຍໄດ້ຍິນຂ່າວ ເຣື່ອງການຈັບ ນັກສຶກສາ ເມື່ອປີ 1999 ນັ້ນເລີຍ; ສ່ວນເຣື່ອງທີ່ ອົງການ ຕ່າງປະເທດ ອອກຖແລງການ ຮຽກຮ້ອງ ໃຫ້ປ່ອຍຕົວນັ້ນ ທ່ານວ່າທ່ານ ບໍ່ມີຄວາມເຫັນ ໃດໆ".
ໃນລະຍະນີ້ ປາກົດວ່າ ຣັຖບານ ສປປລາວ ປາບປາມ ພວກຂັດຄ້ານ ຣັຖບານ ແຮງຂຶ້ນ, ເມື່ອ ຫົກເດືອນກ່ອນ ກໍຈັບຄົນ ງານລາວ 3 ຄົນ ທີ່ໂຈມຕີ ຣັຖບານ ທາງ ສື່ສັງຄົມ ອອນລາຍ Facebook ແລະ ປັດຈຸບັນ ກໍຍັງຖືກ ກັກຂັງຢູ່ ນະຄອນຫຼວງ ວຽງຈັນ.