ສະຫະຣັດຮຽກຮ້ອງ ຄວາມປອດພັຍ ຂອງ ທ.ສົມບັດ

ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ອະເມຣິກາ ສະແດງຄວາມ ເປັນຫ່ວງ ກ່ຽວກັບ ຄວາມປອດພັຍ ຂອງ ທ່ານ ສົມບັດ ສົມພອນ ທີ່ ຫາຍສາບສູນໄປ.
ຈະເຣີນສຸກ
2013.01.17
F-Hillary R. Clinton ມາດາມ Hillary R. Clinton ຢ້ຽມຢາມ ວັດພຣະແກ້ວ ທີ່ ນະຄອນຫຼວງ ວຽງຈັນ
us-embassy-laos

ຍານາງ ຮິລຣີ ຄລິນເຕິນ, ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ຮຽກຮ້ອງ ສປປລາວ ໃນມື້ວັນພຸດນີ້ ວ່າ ໃຫ້ຮັບປະກັນ ຄວາມປອດພັຍ ຂອງທ່ານ ສົມບັດ ສົມພອນ, ນັກພັທນາ ທີ່ດີເດັ່ນ ທີ່ຫາຍສາບສູນໄປ ເປັນເວລາ 1 ເດືອນແລ້ວ, ຊຶ່ງໄດ້ສ້າງຄວາມຢ້ານກົວ ໃຫ້ພາກປະຊາຊົນ, ອີງຕາມ ຖແລງການ ຂອງກະຊວງການຕ່າງປະເທດ ສະຫະຣັຖ ໃນມື້ວັນທີ 16 ເດືອນມົກກະຣານີ້.

ຍານາງ ຄລິນເຕິນ, ຜູ່ທີ່ ກາຍເປັນຣັຖມົນຕຣີ ຕ່າງປະເທດ ຄົນທໍາອິດ ທີ່ເດີນທາງໄປ ຢ້ຽມຢາມ ສປປລາວ ເມື່ອເດືອນກໍຣະກະດາ ປີກາຍນີ້ ຕັ້ງແຕ່ ຣັຖບານຄອມມິວນິສ ໄດ້ຮັບໄຊຊະນະ ໃນປີ 1975, ກ່າວວ່າ ສະຫະຣັຖ ເປັນຫ່ວງ ຢ່າງເລິກເຊິ່ງ ກ່ຽວກັບ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ຍານາງ ກ່າວ ໃນຖແລງການວ່າ: "ພວກເຮົາ ຮຽກຮ້ອງ ຣັຖບານລາວ ສືບສວນ ຄວາມໂປ່ງໃສ ຂອງເຫດການ ດັ່ງກ່າວ ແລະ ເຮັດທຸກສິ່ງທຸກຢ່າງ ໃນຄວາມສາມາດ ຂອງຕົນ ເພື່ອນໍາເອົາ ທ່ານ ສົມບັດ ສົມພອນ ກັບຄືນບ້ານ ຫາຄອບຄົວ ຢ່າງຮີບດ່ວນ ແລະ ປອດພັຍ.”

“ການຫາຍສາບສູນ ຂອງທ່ານ ໄດ້ສ້າງຄວາມ ເປັນຫ່ວງ ໃນຄອບຄົວ, ບັນດາໝູ່ເພື່ອນ ແລະ ເພື່ອນຮ່ວມງານ ໃນທົ່ວໂລກ. ພວກເຮົາ ຮຽກຮ້ອງ ໃຫ້ນໍາເອົາທ່ານ ກັບຄືນບ້ານ ຢ່າງຮີບດ່ວນ ແລະ ສົ່ງຄວາມເປັນຫ່ວງ ພ້ອມກັບ ການສວດມົນ ໄປຍັງ ຄອບຄົວ ຂອງທ່ານ."

ແລະວ່າ ພາຍຫລັງສໍາເລັດ ການສຶກສາ ຈາກສະຫະຣັຖ ອະເມຣິກາ, ທ່ານ ສົມບັດ ໄດ້ເຮັດວຽກ ຢ່າງບໍ່ຮູ້ເມື່ອຍ ເພື່ອສົ່ງເສີມ ການພັທນາ ແບບຢືນຢົງ ໃນ ສປປລາວ ແລະ ທ່ານ ເປັນແຮງບັນດານໃຈ ໃຫ້ກັບ ຜູ້ນໍາໜຸ່ມ ໃນຮຸ່ນໃໝ່. ທ່ານ ໄດ້ຈັດຕັ້ງ ສູນຝຶກອົບຮົມ ຮ່ວມພັທນາ, ຊຶ່ງໄດ້ຝຶກຊາວໜຸ່ມ ຍິງສາວ ແລະ ຜູ້ນໍາຣັຖບານ ທ້ອງຖິ່ນ ໃນການພັທນາ ຊຸມຊົນ ແລະ ຫລຸດຜ່ອນຄວາມທຸກຈົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.