ນັກຮຽນຈົບຊັ້ນມັທຍົມ ຂ.ຫົວພັນ

ສິດນີ
2017.06.18
F-EDU ກະຊວງສຶກສາທິການ ແລະ ກິລາ ທີ່ ນະຄອນຫຼວງວຽງຈັນ
RFA/LX

ເຈົ້າຫນ້າທີ່ ສຶກສາທິການ ທີ່ແຂວງຫົວພັນ ທ່ານນຶ່ງເວົ້າວ່າ ການຮຽນຕໍ່ ຂັ້ນສູງ ຫລັງຈາກຈົບ ມ 7 ຂອງນັກຮຽນ ທີ່ແຂວງຫົວພັນ ຫນ້ອຍຫລາຍ ຍ້ອນວ່າ ພາຍໃນແຂວງ ບໍ່ມີໂຮງຮຽນ ອາຊີວະສຶກສາ ຫລື ວິທຍາລັຍ ບັນດາ ນັກຮຽນ ຜູ້ທີ່ຕ້ອງການ ຮຽນຕໍ່ ຕ້ອງໄດ້ ໄປຮຽນຢູ່ ຕ່າງແຂວງ ຫລື ນະຄອນຫລວງວຽງຈັນ ດ້ວຍທຶນ ຕົນເອງ ຍ້ອນທາງການແຂວງ ມີທຶນ ການສຶກສາ ພຽງແຕ່ 30 ເປີເຊັນ ເທົ່ານັ້ນ ຕໍ່ປີ ສຳລັບນັກຮຽນ ທີ່ຮຽນເກັ່ງ. ດັ່ງທ່ານກ່າວໃນ ຕອນນຶ່ງວ່າ:

"ຫນ້ອຍ ຫນ້ອຍຫລາຍປະມານ ສາມສິບເປີເຊັນ ນີ້ແຫລ້ວ ເພິ່ນບໍ່ໄດ້ ຍ້ອນວ່າ ເຮົາບໍ່ມີ ໂຮງຮຽນ ອາຊີວະ ຢູ່ແຂວງ ແລ້ວບັດດຽວນີ້ ເຮົາຕ້ອງໄປ ຮຽນຢູ່ວຽງ ໄປຮຽນຢູ່ວຽງ ແລ້ວບາງຄອບຄົວ ມັນທຸກຍາກ ກໍໄປບໍ່ໄດ້".

ທ່ານວ່າ ໃນສົກສຶກສາປີນີ້ ຈະມີນັກຮຽນຈົບຊັ້ນ ມ.7 ທົ່ວແຂວງຫົວພັນປະມານ 5 ພັນຄົນ ທາງການແຂວງ ມີທຶນໃຫ້ນັກຮຽນ ທີ່ຮຽນດີ ໄປຮຽນຕໍ່ ຂັ້ນສູງ ຢູ່ຕ່າງແຂວງ ໄດ້ພຽງແຕ່ 30% ຂອງຈຳນວນ ນັກຮຽນ ທັງຫມົດ ສ່ວນເຫລືອ ບໍ່ໄດ້ຮຽນຕໍ່ ຕ້ອງໄດ້ອອກ ໄປເຮັດວຽກ ກຳມະກອນ ຫລື ໄປຊອກຫາ ວຽກເຮັດງານທຳ ໃນຕ່າງແຂວງ ຫລື ຕ່າງປະເທດ ເປັນຕົ້ນ ປະເທດໄທ.

ທ່ານກ່າວຕື່ມວ່າ ໃນປັດຈຸບັນ ທາງການແຂວງ ມີຄວາມສຳພັນ ທາງດ້ານ ການສຶກສາ ກັບແຂວງ ຊາຍແດນ ຕິດກັບວຽດນາມ ເປັນຢ່າງດີ ຊຶ່ງນັກຮຽນ ຈຳນວນນຶ່ງ ກໍໄປຮຽນຕໍ່ ທີ່ວຽດນາມ:

"ມາດຽວນີ້ ປີ 2017 2017 ນີ້ເນາະ ໄດ້ມີການພົວພັນ ຮ່ວມມື ກັບວຽດນາມ ໄດ້ສົ່ງໄປຮຽນ ຢູ່ທາງວຽດນາມ ແຕ່ສ່ວນຫລາຍ ກໍໄດ້ດ້ວຍ ທຶນສ່ວນຕົວ ອາດຈະເພີ້ມ ປະມານ ສິບເປີເຊັນ ຂອງ ສາມສິບ ຫັ້ນເນາະ".

ໃນປີນີ້ ທົ່ວສປປລາວ ຈະມີນັກຮຽນ ເສັງຈົບຊັ້ນ ມ.7 ກວ່າ 62 ພັນຄົນ ແລະ ໃນເດືອນນີ້ ຈະມີການ ສອບເສັງ ຈົບຊັ້ນ ມ.7 ໃນທົ່ວ ປະເທດ ຈະມີການ ປະກາດ ຜົລສອບເສັງ ໃນວັນທີ 30 ມິຖຸນາ ຄາດວ່າ ຈະມີຜູ້ຜ່ານ ການສອບເສັງ ອີກຫລາຍພັນຄົນ ທີ່ຈະບໍ່ໄດ້ ຮຽນຕໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.