ອົງການເສຣີພາບຣາຍງານ ສປປລາວ “ບໍ່ມີເສຣີພາບ”
2018.01.18

ອົງການເສຣີພາບ Freedom House ຊຶ່ງເປັນອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບາລ ຢູ່ສະຫະຣັຖອາເມຣິກາ ໄດ້ເຜີຍແພ່ ບົດຣາຍງານ ປະຈໍາປີ 2017 ເມື່ອວັນທີ 16 ມົກກະຣາ 2018 ກ່ຽວກັບເສຣີພາບ ຂອງປະຊາຊົນ ໃນປະເທສຕ່າງໆທົ່ວໂລກ ໄດ້ຈັດ ສປປລາວ ເປັນ ປະເທສ “ບໍ່ມີເສຣີພາບ” ຄືໄດ້ຄະແນນ 6.5 ຈາກ 7 ຄະແນນ ຊຶ່ງເປັນຄະແນນ ທີ່ບໍ່ມີເສຣີພາບທີ່ສຸດນັ້ນ.
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ກະຊວງສຶກສາທິການແລະກິລາ ສປປລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ມົກກະຣາ ນີ້ວ່າ ຣັຖບາລ ສປປລາວ ຍັງມີຂໍ້ຈໍາກັດຫລາຍຢ່າງ ທີ່ປະຊາຊົນ ຍັງບໍ່ສາມາດອອກຄວາມຄິດຄວາມເຫັນໄດ້ ໂດຍສະເພາະ ໃນເຣຶ່ອງສິດ ເສຣີພາບ ທາງການເມືອງ ເປັນຕົ້ນການວິພາກວິຈານ ການປະຕິບັດງານ ຂອງເຈົ້າໜ້າທີ່ຣັຖ ຫຼືຣັຖກອນ. ພ້ອມດຽວກັນນັ້ນ ທ່ານກໍວ່າ ຣະຍະນີ້ ທາງການລາວເປີດໂອກາດ ໃຫ້ສິດປະຊາຊົນຫລາຍແລ້ວ ມີທັງເປີດໂທຣະສັບສາຍດ່ວນໃຫ້ ດັ່ງທີ່ທ່ານກ່າວວ່າ:
"ຊ່ວງນີ້ເພິ່ນກໍເປີດໂອກາດ ແຕ່ວ່າຜ່ານມາຕາມຄະແນນທີ່ຂະເຈົ້າໂຫວດຫັ້ນແຫຼະ ຂະເຈົ້າໃຫ້ນັ້ນແຫຼະ ແຕ່ດຽວນີ້ເພິ່ນປັບປ່ຽນເພິ່ນໃຫ້ສິດ ຫລາຍແລ້ວເດ ເພິ່ນກໍເປີດໂທຣະສັບສາຍດ່ວນ ສາມາດຂຽນໜັງສື ໄປເວົ້າເຣຶ່ອງຄວາມທຸກ ຄວາມຍາກນີ້ແຫລະ ສາມາດເວົ້າໄດ້ອີກ ດຽວນີ້ນະ ແຕ່ວ່າມັນກໍຍັງມີຂອບເຂດຢູ່ ມັນກໍຍັງຢູ່ໃນກົດໝາຍຫັ້ນແຫລະ."
ກ່ຽວກັບເຣຶ່ອງນີ້ທ່ານ Edwin Wiek ນັກວິຊາການອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບາລຫຼື NGO ຊັພຍາກອນທັມມະຊາດແລະສິ່ງແວດລ້ອມ ຢູ່ເອເຊັຍ ທີ່ໄດ້ເຮັດວຽກຢູ່ ສປປລາວ ເວົ້າວ່າ ເຣຶ່ອງສິດທິມະນຸດໃນ ສປປລາວ ຍັງມີຄວາມຫຍຸ້ງຍາກຫລາຍ, ດັ່ງທີ່ທ່ານກ່າວວ່າ:
"ໃນຖານະເປັນ NGO ດ້ານສິ່ງແວດລ້ອມ ຊັພຍາກອນທັມຊາດ ກໍເຮົາສາມາດພູດໄດ້ ແຕ່ກໍຕ້ອງຣະວັງຕົວໄວ້ຕລອດ ໄມ້ຢ່າງນັ້ນອາຈມີ ຜົນກະທົບຕໍ່ຊີວິດ ເຮົາແນ່ນອນ ຜົມຄິດວ່າເປັນຄົນຕ່າງຊາດ ພູດແລ້ວອາຈມີຜົລກະທົບນ້ອຍກວ່າ ເພາະວ່າຖ້າພູດ ເຖິງຄົນລາວເອງ ຜົມມີຄວາມຮູ້ສຶກວ່າ ຄົນທີ່ທໍາງານ ດ້ານອະນຸຮັກ ບໍ່ສາມາດພູດໄດ້ ຕ້ອງຣະວັງ ແຕ່ບັນຫາທີ່ເຮົາເຈິ ນັກອະນຸລັກ ແລະຄົນທີ່ສູ້ເຣຶ່ອງ ສິດທິມະນຸດຊົນ ຄົນກໍຫາຍໄປ ກໍໆໜ້າເປັນຫ່ວງ."
ອົງການເສຣີພາບ Freedom House ຣາຍງານໂດຍຈັດອັນດັບເສຣີພາບ ຂອງປະຊາຊົນໃນໂລກ ທັງໝົດ 195 ປະເທສ ຊຶ່ງໃນ ຣາຍງານນັ້ນຣະບຸວ່າ 88 ປະເທສ ໄດ້ຖືກຈັດອັນດັບ ໃຫ້ເປັນປະເທສ ທີ່ມີເສຣີພາບ ໂດຍໃຫ້ຄະແນນ 1 ຫາ 3, 58 ປະເທສ ເປັນປະເທສ ທີ່ມີເສຣີພາບ ບາງສ່ວນ ແລະ 49 ປະເທສ ເປັນປະເທສທີ່ “ບໍ່ມີເສຣີພາບ” ຊຶ່ງຮວມທັງ ສປປລາວ ນໍາດ້ວຍ.