ຂໍ້ມູນການຣະເມີດສິດທິມະນຸດ ຢູ່ລາວ

ຈໍາປາທອງ
2014.05.26
F-DR-Bounthone ດຣ. ບຸນທອນ ຈັນທະລາວົງ ວິເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ ກ່າວເຖິງ ຂໍ້ມູນ ຫລັກຖານ ຫລາຍຢ່າງ ໃນກອງປະຊຸມ
RFA

 

ກອງປະຊຸມ ຮິບໂຮມ ຂໍ້ມູນ ຫລັກຖານ ການ ຣະເມີດ ສິດທິມະນຸດ ຢູ່ ສປປລາວ ເພື່ອ ຍື່ນຕໍ່ ກອງປະຊຸມ ໃຫຍ່ ດ້ານ ສິດທິມະນຸດ ຂອງ ສະຫະປະຊາດ ຊຶ່ງ ຈັດຂຶ້ນ ຢູ່ Atlanta ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ໃນ ວັນທີ 24 ພຶສພາ 2014 ສໍາເຣັດ ລົງແລ້ວ.

ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຍຣະມັນ ຊຶ່ງ ເປັນເຈົ້າພາບ ກອງ ປະຊຸມ ໄດ້ຮິບໂຮມ ຂໍ້ມູນ ຫລັກຖານ ຫລາຍຢ່າງ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ລາວ ຈາກ ຜູ້ເຂົ້າຮ່ວມ ທີ່ ມາຈາກ ຣັຖຕ່າງໆ ທົ່ວ ສະຫະຣັຖ.

ດຣ. ບຸນທອນ ຈັນທະລາວົງ ວິເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ ກ່າວເຖິງ ຂໍ້ມູນ ຫລັກຖານ ຫລາຍຢ່າງ ທີ່ ຮິບໂຮມ ໄດ້ ຊຶ່ງ ໃນນັ້ນ ຮວມທັງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເມື່ອ ວັນທີ 15 ທັນວາ 2012. ການຈັບກຸມ ແລະ ທໍຣະມານ ປະຊາຊົນ ຢູ່ ແຂວງ ເຊກອງ ຈົນ ເສັຍ ຊີວິດ, ການ ຍຶດເອົາ ທີ່ດິນ ຂອງ ປະຊາຊົນ ຢູ່ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ການຈັບ ແລະ ທໍຣະມານ ຄະນະ ນໍາ ຂະບວນ ນັກສຶກສາ 26 ຕຸລາ, ການ ປາບປາມ ປະຊາຊົນ ທີ່ ນັບຖື ສາສນາ ຄຣິສຈຽນ ແລະ ຫລັກຖານ ອື່ນໆ ອີກ ຫລາຍຢ່າງ ທັງການ ຄ້າມະນຸດ ແລະ ບັນຫາ ຢາເສບຕິດ:

"ພວກເຮົາ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ພ້ອມທັງ ບັນດາ ອົງການ ຈັດຕັ້ງ ຕ່າງໆ ຂອງລາວ ແລະ ປະຊາຊົນ ລາວ ທີ່ ຢູ່ພາຍໃນ ແລະ ນອກປະເທສ ໃນ ທົ່ວໂລກ ທີ່ ເຄື່ອນໄຫວ ຕໍ່ສູ້ ເພື່ອ ອິສຣະພາບ ແລະ ປະຊາທິປະຕັຍ ຂອງ ປະຊາຊົນ ລາວ".

ຜູ້ເຂົ້າຮ່ວມ ກອງປະຊຸມ ຊຶ່ງ ຮວມທັງ ຜູ້ຊົງ ຄຸນນະວຸດທິ, ນັກ ການເມືອງ, ນັກຮຽນຮູ້ ປັນຍາຊົນ ປະຊາທິປະໄຕ ໄດ້ແລກປ່ຽນ ຄວາມຄິດ ຄວາມເຫັນ ຊຶ່ງກັນ ແລະກັນ ໃນບັນຫາ ດັ່ງກ່າວ ຢ່າງ ເລິກເຊິ່ງ ເຮັດໃຫ້ ກອງປະຊຸມ ສໍາເຣັດ ລົງເປັນ ຢ່າງດີ ດັ່ງທ່ານ ບຸນເຫລື່ອມ ບົວລະພັນ ປະທານ ອົງການ ສິດທິມະນຸດ ແລະ ປະຊາທິປະໄຕ ລາວ ທີ່ ສະຫະຣັຖ ອະເມຣິກາ ກ່າວເຖິງ ຜົລສໍາເຣັດ ນັ້ນ ຕອນນຶ່ງວ່າ:

"ການປະຊຸມ ເທື່ອນີ້ ແມ່ນວ່າ ຜົນສໍາເຣັດ ສງ່າງາມ ໄດ້ຮັບຜົນດີ ບ່ອນວ່າ ອັນນຶ່ງ ເຮົາໄດ້ ເຮັດປະທ້ວງ ອັນທີ່ສອງ ເຣື່ອງ ການ ປະຊຸມນີ້ ແມ່ນວ່າ ເຮົາເວົ້າ ເຣື້ອງ ຮຸຍແມັນໄຣສ. ຄໍາຖາມ ຂອງ ແຕ່ລະຄົນ ຫັ້ນເຂົາເຈາະ ຈົງໃສ່".

ພ້ອມກັນ ນັ້ນ ຜູ້ເຂົ້າຮ່ວມ ກອງປະຊຸມ ທັງ ໃນນາມ ການຈັດຕັ້ງ ແລະ ໃນນາມ ສ່ວນຕົວ ຕ່າງກໍວ່າມີ ຄວາມດີໃຈ ດັ່ງຍານາງ ແສງໃສ ຈາກຣັຖ ນໍ ຄາໂຣດີນາ ກ່າວ ເຖິງ ຄວາມຮູ້ສຶກ ຂອງ ຕົນວ່າ:

"ມາສນັບສນູນ ເພີ່ນ ເພີ່ນເຮັດໄດ້ ກະດີໃຈ ນໍາ ເສັຍສລະ ເວລາມາ ມາຮ່ວມນໍາ ເພີ່ນ ກະດີໃຈ".

ຂໍ້ມູນ ຫລັກຖານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ຊຶ່ງ ກອງປະຊຸມ ຮິບໂຮມ ໄດ້ຄັ້ງນີ້ ເປັນ ພາກສ່ວນ ນຶ່ງ ທີ່ສໍາຄັນ ຊຶ່ງ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ຈະຍື່ນ ຕໍ່ ກອງປະຊຸມ ໃຫຍ່ ດ້ານ ສິດທິມະນຸດ ຂອງ ສະຫະປະຊາດ ຊຶ່ງ ຈະຈັດຂຶ້ນ ທີ່ ນະຄອນ ເຈນີວາ ປະເທສ ສວິດເຊີແລັນ ໃນຕົ້ນປີ 2015 ແລະ ເພື່ອສເນີ ໃຫ້ ອົງການ ຈັດຕັ້ງ ສາກົນ ແລະ ປະເທສ ຕ່າງໆ ໃນໂລກ ຮັບຊາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.