ສະພາແຫ່ງຊາດຊຸດທີ 8 ປະຊຸມ ຄັ້ງທີ 2

ມະນີຈັນ
2016.10.24
f-bounyung ທ່ານ ບຸນຍັງ ວໍຣະຈິດ ປະທານປະເທດ ສປປລາວ ກ່າວເປີດກອງຊຸມ ສະພາແຫ່ງຊາດຊຸດທີ 8 ວັນທີ 24 ຕຸລາ 2016
Screen captured from Vientiane Times Video

ກອງປະຊຸມ ເທື່ອທີ 2 ຂອງ ສະພາແຫ່ງຊາດ ສປປລາວ ຊຸດທີ 8 ເປີດຂຶ້ນ ເມື່ອວັນທີ 24 ຕຸລາ ແລະ ຈະປິດລົງ ໃນວັນທີ 18 ພຶສຈິກາ 2016. ໃນວາຣະ ກອງປະຊຸມ ເທື່ອນີ້ ຈະໄດ້ມີການ ພິຈາຣະນາ ແລະ ຮັບຮອງເອົາ ຫຼາຍບັນຫາ ເປັນຕົ້ນແມ່ນ ແຜນພັທນາ ເສຖກິດ -ສັງຄົມ ແຫ່ງຊາດ, ງົບປະມານ ແຫ່ງຣັຖ, ນະໂຍບາຍ ການເງິນ ສໍາລັບປີ 2015-2016, ຜົນການກວດສອບ, ວຽກງານ ຂອງ ອັຍການ ແລະ ຜູ້ພິພາກສາ ແລະ ການຮັບຮອງ ເອົາ ນິຕິກັມ ຕ່າງໆ.

ກອງປະຊຸມ ຈະຮັບຟັງ ຣາຍງານ ກ່ຽວກັບ ການດັດແກ້ ງົບປະມານ ແຫ່ງຣັຖ ສໍາລັບ 4 ປີ ຕໍ່ໄປຄື ແຕ່ປີ 2017 ຫາ 2020, ຈະ ພິຈາຣະນາ ຣາຍງານ ຂອງ ຄນະກວດສອບ ຣັຖບາລ ກ່ຽວກັບ ຜົລຂອງການ ກວດສອບ ກິຈກັມ ການເງິນ ຂອງ ງົບປະມານ ສົກປີ 2013-2014, ຈະມີການ ຣາຍງານ ກ່ຽວກັບ ແຜນການ ແລະ ນະໂຍບາຍ ສໍາລັບ ປີ 2016 ນໍາດ້ວຍ.

ໃນຣະຫວ່າງ ກອງປະຊຸມ ສະພາແຫ່ງຊາດ ດໍາເນີນຢູ່ນັ້ນ ຄນະເລຂາ ສະພາແຫ່ງຊາດ ຈະຮັບ ຄວາມຄິດເຫັນ ຂອງ ປະຊາຊົນ. ຜູ້ທີ່ສົນໃຈ ສາມາດ ສົ່ງ ຄວາມຄິດເຫັນ ແລະ ຄໍາຮ້ອງຮຽນ ຫຼື ຄວາມຂັດຂ້ອງ ໝອງໃຈ ຂອງຕົນ ທາງ ໂທຣະສັບ ສາຍດ່ວນ ຫຼື ທາງ Fax ໄປຫາໄດ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 21 ຕຸລາ ນີ້.

"ເພີ່ນປະຊຸມ ມາເທື່ອນຶ່ງແລ້ວ ກ່າກະກຽມ ໝົດແລ້ວ ທາງແຂວງ ກະໄດ້ລະອຽດ ໝົດແລ້ວ ຫັ້ນນະ ນອກຈາກນີ້ ກະບັນດາ ປະຊາຊົນ ຜູ້ມີຄວາມ ຂັດຂ້ອງໝອງໃຈ ແນວໃດ ເພີ່ນກະເປີດ ໃຫ້ມີການ ໂທຣະສັບ ຖາມເດ້".

ຂ່າວຣາຍງານວ່າ ໃນກອງປະຊຸມ ເທື່ອນີ້ ສິ່ງນຶ່ງ ທີ່ໜ້າສົນໃຈ ຄື ຈະມີການ ຣາຍງານ ຜົລຂອງການ ຕິດຕາມ ກວດກາ ການນໍາໃຊ້ ສານເຄມີ ໃນການປູກຝັງ ຢູ່ ຫຼາຍແຂວງ ຂອງລາວ ຊຶ່ງໄດ້ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ, ຕໍ່ສຸພາບ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໂດຍສະເພາະ ແມ່ນ ການໃຊ້ ສານເຄມີ ໃນສວນກ້ວຍ ແລະ ສວນ ຢາງພາລາ ທີ່ ທາງການລາວ ບໍ່ສາມາດ ຄວບຄຸມໄດ້ ຢູ່ຫຼາຍເຂດ ຂອງປະເທສ.

ກ່ຽວກັບເຣຶ່ອງນີ້ ທາງ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງວຽງຈັນ, ກໍໄດ້ຮັບ ຄໍາຕອບວ່າ ການທີ່ຈະ ມີການນໍາ ເຣຶ່ອງ ດັ່ງກ່າວ ມາຣາຍງານ ໃນ ກອງປະຊຸມ ສະພານັ໊ນ ເປັນເຣຶ່ອງ ທີ່ດີຫຼາຍ ຊຶ່ງ ຈະເຮັດໃຫ້ ເຈົ້າໜ້າທີ່ ແຕ່ລະ ທ້ອງຖິ່ນ ຮູ້ຈັກ ການນໍາໃຊ້ ສານເຄມີ ໃນທົ່ວ ປະເທສ ລະອຽດຂຶ້ນ ເພື່ອ ເປັນປະໂຫຍດ ໃນການແກ້ໄຂ.

"ກະມີຜົລ ຄືກັນເນາະ ຜົລທີ່ວ່າ ບໍ່ໄດ້ຮັບຂໍ້ມູນ ລະອຽດ ວ່າເຂົາໄດ້ໃຊ້ ຫຍັງແທ້ ຫັ້ນນະ ມັນໃຊ້ຢາ ຖືກຕ້ອງ ຕາມກົດໝາຍ ລະບຽບ ໄດ້ ອະນຸຍາດບໍ ສອງມາ ການນໍາໃຊ້ ມັນເກີນ ມາຕຖານບໍ ຫລືວ່າ ນໍາໃຊ້ ຕາມຂອບເຂດນໍ".

ນອກຈາກ ບັນຫາຕ່າງໆ ທີ່ວ່າມານັ້ນ ກອງປະຊຸມ ສະພາ ເທື່ອນີ້ ຍັງຈະໄດ້ ຮັບຟັງ ຣາຍງານ ຂອງ ອະທິອັຍການ ແລະ ສານສູງສຸດ ແລະ ຈະມີການ ປຶກສາຫາລື ແລະ ອາຈ ຮັບຮອງເອົາ ຮ່າງກົດໝາຍ 16 ສະບັບ ທັງ ຮ່າງກົດໝາຍ ໃໝ່ 4 ສະບັບ ແລະ ຮ່າງກົດໝາຍ ສະບັບ ດັດແກ້ 12 ສະບັບ ເພື່ອ ປະກາດໃຊ້ ແລະ ບັນຫາອື່ນໆ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.