ນັກສຶກສາລາວໄປຮຽນຕໍ່ ຢູໂຣບ

ສິດນີ
2015.08.25
F-EU ຄນະອາດິດ ນັກສຶກສາລາວ ຈາກ ສະຫະພາບ ຢູໂຣບ ແລະ ນັກສຶກສາ ທີ່ໄດ້ຮັບທຶນໃໝ່ ຈຳນວນ 13 ທ່ານ ໃນ ປີ 2015
EU in Laos

ໃນມື້ວັນ ພະຫັດ ຜ່ານມາ ຕົວແທນ ຈາກ ສະຫາພາບ ຢູໂຣບ ປະຈຳ ລາວ ໄດ້ຈັດພິທີ ລ້ຽງສົ່ງ ບັນດາ ນັກສຶກສາ ລາວ 13 ຄົນ ທີ່ ໄດ້ທຶນ ໄປສຶກສາ ຢູ່ ປະເທດ ສະມາຊິກ ສະຫາພາບ ຢູໂຣບ ໃນ ປີ ນີ້. ກຸ່ມ ດັ່ງກ່າວ ຈະ ໄປສຶກສາ ຢູ່ ຫຼາຍ ປະເທດ ໃນນັ້ນ ຮ່ວມ ດ້ວຍ ປະເທດ ອອສເຕຣັຽ, ເບນຢ້ຽມ, ເຊັກ ຣິພັບບລິກ, ຝຣັ່ງເສສ, ອິຕາລີ, ໂຣມາເນັຽ, ສວິເດັນ ແລະ ອັງກິດ ຈະຮຽນ ໃນຂແນງ ວິຊາ ແຕກຕ່າງ ກັນ ເລີ້ມຈາກ ນັກວິຊາການ ໄປຮອດ ຂັ້ນ ປຣິນຍາເອກ ແລະ ສາຍອາຊີບ.

ສະຫາພາບ ຢູໂຣບ ໄດ້ ຈັດພິທີ ສັ່ງລາ ກຸ່ມ ນັກສຶກສາ ໃຫມ່ ຮ່ວມກັບ ອະດີດ ນັກສຶກສາ ເກົ່າ, ໃນ ວັນພົບປະ ກັນ ປະຈຳປີ ຂອງ ກຸ່ມ ນັກສຶກສາ ເກົ່າ ໃນ ປີ ນີ້. ພິທີ ດັ່ງກ່າວ ເຂົ້າຮ່ວມ ໂດຍ ທ່ານ Michel Goffin ຕົວແທນ ສະຫະພາບ ຢູໂຣບ ປະຈຳ ລາວ, ເຈົ້າຫນ້າທີ່ີ ຣະດັບ ສູງ ຈາກ ກະຊວງ ສຶກສາ ແລະ ການກິລາ, ກະຊວງ ຕ່າງ ປະເທດ, ມະຫາວິທຍາລັຍ ແຫ່ງຊາດ ແລະ ນັກການທູດ ຈາກ ສະມາຊິກ ປະເທດ ສະຫາພາບ ຢູໂຣບ ໃນລາວ, ຮ່ວມທັງ ອະດີດ ນັກສຶກສາ ລາວ ຜູ້ທີ່ໄດ້ ຮັບທຶນ ດັ່ງກ່າວ ມາກ່ອນ.

ໃນປີນີ້ ຢ່າງນ້ອຍ ມີ ນັກສຶກສາ ລາວ 13 ຄົນ ໄດ້ ທຶນ ໃນ ກອງທຶນ 55 ທຶນ ທີ່ ປະກາດ ໃນປີ ທີ່ ຜ່ານມາ ໃນ 6 ໂຄງການ ໃຫ້ທຶນ ແກ່ ນັກສຶກສາ ລາວ ຈາກ ປະເທດ ຢູໂຣບ ແລະ ຍັງມີ ແຜນການ ຈະ ຄັດເລືອກ ເອົາ ນັກສຶກສາ ເພີ້ມ ຫລັງຈາກ ນັກ ສຶກສາ ຊຸດນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.