ສວັດດີການຂອງແຮງງານ ຍິງລາວ ຍັງບົກຜ່ອງ

ສຸພັດຕາ
2021.06.16
ສວັດດີການຂອງແຮງງານ ຍິງລາວ ຍັງບົກຜ່ອງ ແມ່ຍິງລາວມີອາຊີບເປັນ ແມ່ບ້ານ ທັງຢູ່ລາວ ແລະຢູ່ໄທຍ ແຕ່ສິດທິ ແລະສວັດດີການ ຍັງປະຕິບັດບໍ່ສົມກັບວຽກງານ ໃນໜ້າທີ່ອື່ນໆ.
International Labour Organization

ແມ່ຍິງລາວ ຈໍານວນຫຼາຍ ທີ່ມີອາຊີບເປັນແມ່ບ້ານ ເຮັດວຽກພາຍໃນເຮືອນ ຂອງນາຍຈ້າງ ທັງຢູ່ລາວ ແລະ ໄທຍ ແຕ່ສິດທິ ແລະ ສວັດດີການ ຂອງພວກເຂົາເຈົ້ານັ້ນ ຍັງມີການ ປະຕິບັດບໍ່ຄືກັບວຽກງານ ໃນໜ້າທີ່ອື່ນໆ.

ກ່ຽວກັບເຣື່ອງນີ້ ແມ່ບ້ານ ຢູ່ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ ໂຕເອງ ເປັນຄົນມາຈາກແຂວງອຸດົມໄຊ ມາເຮັດວຽກເປັນ ແມ່ບ້ານ ໃຫ້ກັບນາຍຈ້າງຄົນວຽດນາມ ໄດ້ 2 ເດືອນກັບ 6 ມື້ແລ້ວ ແລະ ຍ້ອນ ໂຄວິດ-19 ຣະບາດ ຈຶ່ງເຮັດໃຫ້ຊອກວຽກເຮັດ ຢູ່ພາຍໃນພູມລໍາເນົາ ຂອງຕົນບໍ່ໄດ້, ແຕ່ພໍໄດ້ມາເປັນ ແມ່ບ້ານ ຢູ່ ນະຄອນຫຼວງ ວຽງຈັນ ໂຕເອງຄິດວ່າ ເມື່ອທຽບໃສ່ເງິນເດືອນ ເດືອນລະ 1 ລ້ານກີບ ກັບຊີວິດການເປັນຢູ່ ແລະ ສວັດດີການນັ້ນ ຖືວ່າບໍ່ຍຸຕິທັມ ເນື່ອງຈາກເງິນເດືອນຂັ້ນຕໍ່າ ທີ່ທາງການລາວ ກໍານົດ ຕ້ອງໄດ້ 1 ລ້ານ 1 ແສນກີບ ຕໍ່ຄົນຕໍ່ເດືອນ ອີກທັງໂຕເອງ ຕ້ອງຕຽມໂຕ ເຮັດວຽກຕລອດ 24 ຊົ່ວໂມງ ບໍ່ໄດ້ມີມື້ພັກ ແລະ ບໍ່ມີປະກັນສັງຄົມ ຄືແມ່ບ້ານທີ່ເຮັດ ຕາມບໍຣິສັດໃຫຍ່ ຫຼື ໂຮງແຮມ ອີກທັງຍັງ ເຮັດວຽກ ຫຼາຍຢ່າງນໍາດ້ວຍ:

“ມັນບໍ່ຍຸຕິທັມ ເງິນເດືອນເຮົາ ກະຍັງໜ້ອຍໄປ ເຮົາເຮັດວຽກຫຼາຍກວ່າ ວຽກຫຍັງເຮັດໝົດ ຊັກເຄື່ອງ, ກວາດເຮືອນ, ຖູເຮືອນມີຫຍັງ ເຮັດໝົດທຸກຢ່າງ, ເດັກນ້ອຍເຮົາກະຢູ່ນໍາ ຖ້າມີວຽກຍາມໃດ ກະເຮັດຕລອດ 24 ຊົ່ວໂມງ ຢູ່ນໍາເຂົາ ກິນນໍາເຂົາ ມິຫຍັງກໍຂຶ້ນກັບ ເຂົາໝົດ ປະເພດແຊມພູ, ສະບູຊັກ ປະເພດຂອງກິນນີ້ ຂຶ້ນກັບເຂົາໝົດ ເຮົາມີແຕ່ເຮົາຊື້ບັດ ເຕີມເງິນ ໂທຫາອີ່ພໍ່ອີ່ແມ່ ໂທຣະສັບ ເຮົາກໍເຊື່ອມ ວາຍຟາຍເຂົານໍາ.”

Lao-women-(2).jpg

ແມ່ບ້ານ ຢູ່ນະຄອນຫຼວງວຽງຈັນ ອີກນາງນຶ່ງ ກໍເວົ້າວ່າ ໂຕເອງໄດ້ມາເຮັດວຽກເປັນແມ່ບ້ານ ໃຫ້ກັບນາຍຈ້າງຄົນລາວ ຮອດປັດຈຸບັນ ກໍໄດ້ 4 ເດືອນແລ້ວ ໂດຍໄດ້ເງິນເດືອນ ເດືອນລະ 2 ລ້ານກີບ, ແຕ່ບໍ່ມີປະກັນສັງຄົມ ເນື່ອງຈາກນາຍຈ້າງ ບໍ່ໄດ້ພາໄປຂຶ້ນເປັນ ທະບຽນແຮງງານ ເຂົ້າຣະບົບປະກັນສັງຄົມ ຄືແມ່ບ້ານທີ່ມີບໍຣິສັດ ຈັດຫາງານເຮັດໃຫ້ ອີກທັງ ເຮັດວຽກບ່ອນນີ້ 1 ເດືອນ ມີມື້ພັກ ພຽງ 1 ມື້ ແລະກໍເຮັດວຽກຫຼາຍ ຢ່າງຕລອດ 24 ຊົ່ວໂມງ, ແຕ່ກໍມີຂໍ້ສະດວກຢູ່ຄືວ່າ ກິນຢູ່ແລະພັກເຊົາ ກັບນາຍຈ້າງ ບໍ່ໄດ້ເສັຽຄ່າ ພັກເຊົາ ແຕ່ຢ່າງໃດ:

“ນອນກິນຢູ່ຫັ້ນກັບເຂົາເລີຍ ກໍເຮັດອະນາມັຍຈັ່ງຊັ້ນແຫຼະ ລະກະຫຼາຍຢ່າງ ເດືອນນຶ່ງພັກເທື່ອນຶ່ງ ເພາະວ່າ ມັນບໍ່ຄືແມ່ບ້ານທົ່ວໄປ ມັນກໍຄືແມ່ບ້ານແບບທີ່ວ່າເພິ່ນ (ບໍຣິສັດຈັດຫາງານ) ຕາມມາ (ໃຫ້ເຮັດວຽກ )ຫັ້ນນ່າ.”

ຄົນງານລາວທີ່ໄປເຮັດວຽກເປັນແມ່ບ້ານ ຢູ່ປະເທດໄທຍຄົນນຶ່ງ ຊຶ່ງເປັນຄົນງານທີ່ຖືກກົດໝາຍ ເວົ້າວ່າການມີອາຊີບເປັນແມ່ບ້ານ ເຮັດວຽກພາຍໃນເຮືອນ ຂອງນາຍຈ້າງນີ້ ຖືວ່າ ມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ. ຂໍ້ສະດວກແມ່ນ ການກິນຢູ່ພັກເຊົາ ແມ່ນຢູ່ນໍາ ນາຍຈ້າງເລີຍ ໂຕເອງສາມາດປະຢັດຣາຍຈ່າຍ ໃນສ່ວນນີ້ໄດ້, ສ່ວນຂໍ້ຫຍຸ້ງຍາກນັ້ນ ແມ່ນເປັນ ອາຊີບ ທີ່ບໍ່ມີອິສຣະ ຕ້ອງໄດ້ເຮັດ ວຽກ 24 ຊົ່ວໂມງ ບໍ່ມີມື້ພັກ ອີກທັງບໍ່ມີປະກັນສັງຄົມ, ແຕ່ຫາກເຈັບປ່ວຍ ນາຍຈ້າງກໍຈະອອກຄ່າປິ່ນປົວໃຫ້ ແລະ ຖ້າໂຕເອງຢາກ ກັບເມືອຢາມ ຄອບຄົວ ຢູ່ລາວ ເດືອນ 2 ເດືອນ ນາຍຈ້າງກໍຈະອະນຸຍາດ ໃຫ້ກັບໄດ້ ໂດຍໃຫ້ເງິນເດືອນ ຕາມປົກກະຕິ:

“ຂໍ້ສະດວກກະແບບ ການພັກພາອາສັຍ ແບບກິນຢູ່ອິສັງນໍາເຂົາຫັ້ນນ່າ ຫຍຸ້ງຍາກກະຄືແບບ ມັນບໍ່ເປັນອິສຣະຫັ່ນນະ ແບບເຮົາ ຕ້ອງຢູ່ໃນຂອບເຂດຂອງເຂົາ ໄປນອກໄປນັ້ນໄປນີ້ ບໍ່ໄດ້ຫັ່ນນ່າ, ຖ້າວ່າເຮົາເມືອບ້ານເດືອນນຶ່ງ ຫຼືວ່າສອງເດືອນ ແຕ່ວ່າເພິ່ນກະຍັງ ໃຫ້ເງິນເດືອນເຕັມ ແຕ່ບໍ່ໄດ້ພັກ ມີແຕ່ເຮັດວຽກຕລອດເລື້ອຍໆ ຄັນເຮັດເມື່ອຍ ເຮົາກະພັກຜ່ອນ ເຮົາກະຂໍເພິ່ນພັກຜ່ອນ.”

ຄົນງານລາວ ທີ່ເຮັດວຽກເປັນແມ່ບ້ານ ຢູ່ປະເທດໄທຍ ອີກຄົນນຶ່ງ ເວົ້າວ່kໂຕເອງມາເຮັດວຽກເປັນແມ່ບ້ານ ໃຫ້ກັບນາຍຈ້າງຄົນ ໄທຍ ແບບຖືກກົດໝາຍ ໂດຍນາຍຈ້າງເຮັດປະກັນ ສັງຄົມໃຫ້ ແລະ ຢູ່ກິນກັບນາຍຈ້າງ, ແຕ່ຂນະດຽວກັນ ໂຕເອງກໍບໍ່ສະດວກທີ່ຈະເຮັດ ຫຍັງຕາມໃຈໄດ້ ອີກທັງວຽກແມ່ບ້ານນີ້ ເປັນອາຊີບທີ່ບໍ່ມີມື້ພັກ ບາງເທື່ອເດືອນນຶ່ງ ອາຈໄດ້ພັກ ວຽກ 1 ມື້, ດັ່ງແມ່ບ້ານຜູ້ນີ້ ເວົ້າກັບ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ງານບ້ານມັນກະດີຢູ່ ຢ່າງນຶ່ງ ຫ້ອງບໍ່ໄດ້ເຊົ່າ ເຂົ້າບໍ່ໄດ້ຊື້ ຢູ່ກັບເຂົາ ກິນຢູ່ກັບເຂົາ ມັນກະສະດວກ ໄດ້ເງິນມາເຕັມທີ່ ແບບເຮົາບໍ່ ຕ້ອງໄດ້ຈ່າຍຫຍັງເລີຍຫັ້ນນ່າ ຂໍ້ຫຍຸ້ງຍາກກໍອາຈ ບໍ່ໄດ້ເຮັດ ອິຫຍັງຕາມໃຈ ສະດວກຮ້ອຍເປີເຊັນຫັ້ນນ່າ ເຮັດຫຍັງກໍຕ້ອງເກງໃຈເຂົາ ຢູ່ບ້ານເຂົາຈັ່ງຊີ້ນ່າ ທີ່ມາຢູ່ນີ້ ແມ່ນບໍ່ໄດ້ມີວັນຢຸດອິຫຍັງໃຫ້ເລີຍ ຄືແບບຢາກຢຸດດົນໆໄດ້ຢູ່ ເທື່ອນຶ່ງ ຫຼືວ່າເດືອນນຶ່ງ ໄດ້ຢຸດເທື່ອນຶ່ງ ແບບນັ້ນເລີຍ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ເຮັດວຽກໃນການສົ່ງເສີມ ສິດທິຄົນງານລາວ ຢູ່ໃນລາວ ທີ່ບໍ່ປະສົງອອກຊື່ແລະສຽງ ທ່ານນຶ່ງກ່າວວ່າ ອາຊີບແມ່ບ້ານ ພາຍໃນປະເທດລາວ ຍັງເປັນອາຊີບ ທີ່ສັງຄົມເບິ່ງບໍ່ເຫັນຄຸນຄ່າ ຈຶ່ງເຮັດໃຫ້ເປັນອາຊີບ ທີ່ບໍ່ມີສິດໃນປະກັນສັງຄົມ ເນື່ອງຈາກອາຊີບແມ່ບ້ານໃນລາວ ສ່ວນໃຫຍ່ຈະບໍ່ໄດ້ຈົດທະບຽນ ເປັນຄົນງານຄັກແນ່.

ຂນະທີ່ ຜ່ານມາ ທາງໜ່ວຍງານທີ່ກ່ຽວຂ້ອງ ພາກປະຊາສັງຄົມ ກໍໄດ້ມີໂຄງການຮ່ວມກັບ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ສົມທົບ ກັບນາຍຈ້າງ ເພື່ອທີ່ຈະເຮັດໃຫ້ຄົນງານ ທີ່ເຮັດວຽກອາຊີບແມ່ບ້ານນັ້ນ ໄປຂຶ້ນທະບຽນແຮງງານ ເພື່ອເຂົ້າເຖິງສິດ ປະກັນສັງຄົມ ຢ່າງເທົ່າທຽມກັບອາຊີບອື່ນໆ, ດັ່ງທ່່ານກ່າວວ່າ:

“ກໍເປັນສ່ວນນຶ່ງ ທີ່ຈະພຍາຍາມເຮັດວຽກ ຮ່ວມກັບ ກະຊວງແຮງງານຂອງບ່ອນນີ້ ໃຫ້ແຮງງານກຸ່ມ (ແມ່ບ້ານ) ນີ້ ເຂົ້າເຖິງຣັຖ ສວັດດີການນໍາ ຄົນຈ້າງເຂົາເຈົ້າເຂົ້າມາ ຕ້ອງໄດ້ພາ ໄປຈົດທະບຽນ ຂຶ້ນທະບຽນ ກັບປະກັນສັງຄົມ ເພື່ອໃຫ້ເຂົາເຈົ້າມີສິດທິ ເທົ່າທຽມກັບຜູ້ໃຊ້ແຮງງານອື່ນໆ.”

ທ່ານກ່າວຕື່ມວ່າ ສ່ວນຈໍານວນຄົນງານ ແມ່ຍິງລາວ ທີ່ເຮັດວຽກເປັນແມ່ບ້ານ ທັງຢູ່ ລາວ ແລະໄທຍ ມີຈໍານວນຫຼາຍປານໃດນັ້ນຍັງ ບໍ່ມີຂໍ້ມູນເທື່ອ, ແຕ່ສະພາບໂຕຈິງ ຈະມີແມ່ຍິງ ລາວ ຈາກຕ່າງແຂວງ ມາເຮັດວຽກເປັນແມ່ບ້ານ ຢູ່ພາຍໃນນະຄອນຫຼວງວຽງຈັນ ເປັນຈໍານວນຫຼາຍ.

ເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກ່າວວ່າ ອາຊີບແມ່ບ້ານ ທີ່ເຮັດວຽກຢູ່ເຮືອນຂອງນາຍຈ້າງນັ້ນ ຖືວ່າເປັນອາຊີບນຶ່ງ ທີ່ທາງການໃຫ້ຄວາມສໍາຄັນ ສະເພາະຢູ່ເມືອງໄຊເສດຖາ ກໍມີໂຄງການຝຶກອົບຮົມ ວິຊາແມ່ບ້ານການເຮືອນ ໃຫ້ແມ່ບ້ານ ພ້ອມທັງອອກໃບ ຢັ້ງຢືນໃຫ້ຄັກແນ່ ເພື່ອໃຫ້ແມ່ບ້ານສາມາດເອົາໄປເພີ້ມເງິນເດືອນ ແລະ ເພີ້ມຄວາມກ້າວໜ້າ ໃນອາຊີບໄດ້, ດັ່ງທ່ານກ່າວວ່າ:

“ມັນຈະຜ່ານການຝຶກອົບຮົມ ເຣື່ອງວິຊາແມ່ບ້ານ ການເຮືອນນີ້ແຫຼະ ເຂົາເຈົ້າຈະມີການ ຝຶກໄລຍະສັ້ນຫັ້ນນ່າ ຜູ້ໃດທີ່ມີອັນນີ້ ຖ້າຫາກ ຂະເຈົ້າໄປເຮັດວຽກ ຢູ່ໃນຣັຖວິສາຫະກິຈ ເຖິງແມ່ນວ່າ ເຂົາເຈົ້າຈະບໍ່ໄດ້ມີ (ປະກັນສັງຄົມ) ແຕ່ເຂົາເຈົ້າຈະມີການທຽບເງິນເດືອນໃຫ້.”

ທ່ານກ່າວຕື່ມວ່າ ສ່ວນໃຫຍ່ແລ້ວ ອາຊີບແມ່ບ້ານ ພາຍໃນນະຄອນຫຼວງວຽງຈັນ ນັ້ນກໍຕ້ອງຍອມຮັບວ່າ ເປັນອາຊີບທີ່ເປັນແຮງງານ ນອກຣະບົບ ຫາກຄິດສເລັ່ຽເປັນໂຕເລຂ ກໍມີພຽງ 1 ໃນ 4 ເທົ່ານັ້ນ ທີ່ອາຊີບແມ່ບ້ານ ຈະໄດ້ເຂົ້າໃນຣະບົບ ປະກັນສັງຄົມ ເຊິ່ງ ສ່ວນໃຫຍ່ ຈະເປັນແມ່ບ້ານຂອງບໍຣິສັດໃຫຍ່, ສ່ວນທີ່ເຫຼືອ 3 ໃນ 4 ແມ່ນຈະບໍ່ມີປະກັນສັງຄົມ, ອີກທັງທີ່ ຜ່ານມາ ພາຍໃນເມືອງ ໄຊເສດຖາ ບໍ່ເຄີຍມີກໍຣະນີການຟ້ອງຮ້ອງ ຣະຫວ່າງແມ່ບ້ານ ກັບນາຍຈ້າງ ຈຶ່ງເຮັດໃຫ້ນະໂຍບາຍ ສົ່ງເສີມດ້ານສິດທິ ຂອງແມ່ບ້ານ ທີ່ຈະຕ້ອງມີປະກັນ ສັງຄົມ ຫຼືສິດທິໃນດ້ານຕ່າງໆ ຂອງແມ່ບ້ານ ຈະເປັນໄປໄດ້ຊ້າ.

ເຖິງຢ່າງໃດກໍຕາມ ອີງຕາມຄວາມເວົ້າ ຂອງທ່ານ ຊິໂຮໂກະ ມິຢາກາວ້າ ຜູ້ຊ່ວຍຫົວໜ້າກົມ ແລະ ອຳນວຍການ ປະຈຳພາກພື້ນ ອາຊີປາຊີຟິກ ຣະບຸວ່າ ປີ 2011 ປະເທດລາວ ເປັນ 1 ປະເທດ ທີ່ໄດ້ຮັບຮອງເອົາສົນທິສັນຍາ 189 ຂອງອົງການແຮງງານສາກົລ ວ່າດ້ວຍແຮງງານ ທີ່ເຮັດວຽກໃນຄົວເຮືອນນັ້ນ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ປັບປຸງເງື່ອນໄຂ ຄົນງານ ທີ່ເຮັດວຽກໃນຄົວເຮືອນ ໄດ້ຮັບເງິນເດືອນຕໍ່າ, ເຮັດວຽກຫຼາຍເກີນໄປ, ຖືກຂົ່ມເຫັງ ແລະ ຖືກກົດຂີ່ຂູດຮີດ ເພື່ອໃຫ້ມີໂອກາດ ການຈ້າງງານໃນກຸ່ມແມ່ຍິງ ແລະເພື່ອ ຄວາມຍຸຕິທັມ ໃນການເຮັດວຽກຄືກັບວຽກອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.