ມາຟັງນໍາກັນ 08/04/19

ໄຊຍາ ແລະ ພູວົງສ໌
2019.08.04
"ມາ​ຟັງ​ນຳ​ກັນ" ແມ່ນ​ຣາຍ​ການສົນ​ທະ​ນາ ບັນ​ຫາສັງ​ຄົມ ທີ່​ຕ້ອງ​ການ ພາກ​ສ່ວນ​ກ່ຽວ​ຂ້ອງ ເອົາ​ໃຈ​ໃສ່​ແກ້​ໄຂ, ອອກ​ອາ​ກາດ ທຸກໆວັນອາທິດ ເວ​ລາ 6:00 ແລງ ແລະ ເຊົ້າ​ວັນ​ຈັນ ເວ​ລາ 7:00 (ພູວົງສ໌ (ຊ້າຍ) ແລະ ໄຊຍາ).
RFA

ປະຊາຊົນ ທີ່​ໄດ​ຮັບ​ຜົ​ລ​ກະ​ທົບ ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ ກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໃນວັນທີ 31 ກໍຣະກະດາວ່າ: ມີ 4 ບ້ານ ທີ່ໄດ້ຮັບ ເຊິ່ງເປັນການຈ່າຍ ຄ່າຊົດເຊີຍເຄິ່ງນຶ່ງ ຂອງສິ່ງຂອງ ທີ່ເສັຽຫາຍ ໃນຄົວເຮືອນ ສ່ວນອີກເຄິ່ງນຶ່ງ ເພິ່ນກໍຍັງ ບໍ່ໝັ້ນໃຈວ່າ ຈະໄດ້ເມື່ອໃດ.

“ຄ່າຊົດເຊີຍ ເຄື່ອງຂອງພໍ່ແມ່ ປະຊາຊົນໄດ້ 4 ບ້ານຕິ້ ໄດ້ບ້ານໂຄກກ່ອງ, ສະໝອງໃຕ້, ບ້ານແສງຈັນ ແລະ ບ້ານທ່າຫີນໃຕ້ ແມ່ນໆ ສົມມຸດວ່າ ໄດ້ 200 ລ້ານເພິ່ນໃຫ້ 100 ລ້ານ ທີ່ເຫຼືອ ເພີ່ນຍັງບໍ່ໄດ້ຄິດໄລ່ ເຄື່ອງນີ້ ມັນກາມີ ຣົຖຖີບຣົຖຈັກ ຣົຖໄຖນາ ທຸກສິ່ງທຸກຢ່າງ ຢູ່ໃນຫັ້ນ ເພິ່ນເອີ້ນພາຫະນະ ລວມໝົດເດະ ລະກາບວກກັບ ເຄື່ອງຄົວເຮືອນ ລະກາ ວິສາຫະກິດຄົວເຮືອນ ລະກາ ສັດລ້ຽງ ເປັນງົວ, ເປັນຄວາຍ, ເປັນເປັດ, ເປັນໄກ່, ເປັນແບ້, ເປັນໝູ, ເປັນແບ້ ເປັນສະບຽງອາຫານ ໃນ 5 ຢ່າງຫັ້ນ ສົມມຸດວ່າ ມັນອອກມາ 500 ລ້ານ ກາຈ່າຍ 250 ລ້ານກ່ອນ.”

ຊາວບ້ານ ອີກ​ທ່ານ​ນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຈົ່ມວ່າ ຍັງຢູ່ ຢ່າງຍາກລຳບາກ.

“ໂອ້ຍ… ຍາມຝົນ ມັນກະອຶດອັດຫັ້ນແຫຼະ ມັນປຽກມັນເໝັນຫັ້ນແຫຼະ ລູກເອີຍ. ມັນເໝັນແຫຼະ ມັນອຶດອັດ ມັນຕ່ຳ ມັນຫຼາຍຄົນ, ມັນເໝັນ ສ່ວນຫຼາຍເໝັນ ຫ້ອງນ້ຳລູກເອີຍ. ລະກະ ເໝັນຫຼາຍຢ່າງ ຫັ້ນແຫຼະ ແນວຄົນສ່ວນຫຼາຍ ຢູ່ນຳກັນເນາະ, ຜູ້ນຶ່ງ ມັນກະມີ ເຄື່ອງເສດອັນນັ້ນ ຜູ້ນີ້ ກະມີເຄື່ອງເສດອັນນີ້ ປະໃນຖົງ ໃນຫຍັງຫັ້ນນ່າ. ບໍ່ຄ່ອນສະດວກສະບາຍດອກ ລູກເອີຍ ຈົນວ່າ ຄົນໃນບ້ານແມ່ນີ້ ເປັນພະຍາດ ຫຼາຍດຽວນີ້ ສ່ວນຫຼາຍຫັ້ນ, ບໍ່ຄືເກົ່າ. ບໍ່ຈັກ ເປັນເບົາຫວານ, ບໍ່ຈັກ ເປັນກະເພາະ ລະກະ ເປັນແບບເປັນລ່ອຍ ເປັນມຶນຫັ້ນນ່າ ລູກເອີຍ. ເປັນແບບ ບໍ່ມີແຮງຂາ ເປັນແບບວ່າ ເປັນລ່ອຍເປັນເມື່ອຍ ບໍ່ສຸຂະພາບ ບໍ່ແຂງແຮງນ່າ, ແຕ່ເປັນປະສົພພັຍມານີ້ ໃຜກະເປັນແນວນັ້ນ.”

ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງ ແຂວງອັຕປື ໄດ້ຖແລງຂ່າວ ຕໍ່ສື່ມວນຊົນ ໃນວາຣະຄົບຮອບ 1 ປີ ເຫຕການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ທ່ານໄດ້ກ່າວເຖິງ ແຜນການຟື້ນຟູ ແລະ ຊ່ອຍເຫຼືອ ປະຊາຊົນຜູ້ປະສົພພັຍ ໃນໄລຍະ 1 ປີທ່ານຜ່ານມາ, ເຊິ່ງເພິ່ນ ກໍໄດ້ຢືນຢັນວ່າ ໄດ້ຊ່ອຍເຫຼືອ ປະຊາຊົນ ຢ່າງເຕັມທີ່ ແລະ ທົ່ວເຖິງແລ້ວ.

ຍານາງ ເປຣມຣຶດີ ດາວເຣືອງ ກ່າວໃນມື້ຄົບຮອບນຶ່ງປີ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ພິທີຖແລງຂ່າວ ໃນຫ້ອງການສະໂມສອນ ນັກຂ່າວຕ່າງປະເທສ ປະຈຳນະຄອນຫຼວງບາງກອກ, ປະເທສໄທ.

“ເວລາ 1 ປີ ກໍຜ່ານໄປຢ່າງໄວວາ. ພວກເຮົາ ກໍເຮັດວຽກມາ ຕັ້ງແຕ່ຕົ້ນ ຫຼັງຈາກ ເຂື່ອນແຕກ ກໍໄດ້ຮຽນຮູ້ ຫຼາຍເຣື້ອງ ກ່ຽວກັບ ຂບວນການທັງຫຼາຍ. ຄວາມຍາກລຳບາກ ໃນການຮຽກຮ້ອງ ແລະ ສິ່ງທີ່ຍັງບໍ່ໄດ້ເກີດຂຶ້ນ, ໂດຍສະເພາະ ຄວາມຮັບຜິດຊອບ ຂອງບໍຣິສັດ. ຄືຕາມທີ່ ພວກເຮົາຕິດຕາມ ຈາກກຸ່ມຕ່າງໆ ທີ່ມີໂອກາດ ໄປຢ້ຽມຢາມ ຊາວບ້ານ ລວມທັງ ກຸ່ມໝູ່ເພື່ອນ ຂອງພວກເຮົາ ທີ່ເຮັດວຽກຢູ່ນຳກັນ ກໍພົບວ່າ ຊາວບ້ານ ກໍສແດງຄວາມບໍ່ພໍໃຈ ກັບສິ່ງ ທີ່ໄດ້ຮັບໃນຂນະນີ້.”

ຜູ້ຕາງໜ້າ ກຸ່ມອົງການຈັດຕັ້ງ ພາກປະຊາສັງຄົມ ເກົາຫຼີໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 23 ກໍຣະກະດາ ວ່າ ກຸ່ມພວກຕົນ ກໍໄດ້ມີ ການຈັດກິຈກັມ ຢູ່ຕໍ່ໜ້າ ສຳນັກງານໃຫຍ່ ບໍຣິສັດ SK E&C ເພື່ອສແດງຄວາມເສົ້າສລົດໃຈ ຕໍ່ເຫຕການ ຄົບຮອບ 1 ປີ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ມີຜູ້ເສັຽຊີວິຕ 40 ປາຍຄົນ ແລະ ຫາຍສາບສູນອີກ 30 ປາຍຄົນ.

“ກຸ່ມຂອງພວກເຮົາ ຫຼືປະຊາຊົນເກົາຫຼີໃຕ້ ຈື່ຈຳເຫຕການນີ້ ແລະ ປະຊາຊົນເກົາຫຼີໃຕ້ ກໍຮັບຮູ້ດີວ່າ ບໍຣິສັດ ແລະ ຣັຖບານເກົາຫຼີໃຕ້ ມີຄວາມຮັບຜິດຊອບຕໍ່ເຫຕການນີ້.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.