ການດຳເນີນຄະດີ ກັບເຈ້ທິບ ພາຍຫຼັງ ສົງກັບລາວ

ເປັນເວລາ 1 ເດືອນແລ້ວ ນັບແຕ່ ນາງ ພອນພິບ ໄຊປັນຍາ ອາຍຸ 30 ປີ ຖືກທາງການໄທຍຈັບ ແລະສົ່ງໃຫ້ທາງການລາວ, ມາເຖິງຕອນນີ້ ການດຳເນີນ ຄະດີຂໍ້ຫາ ໂກງເງິນປະຊາຊົນ ກໍຍັງມິດງຽບ ບໍ່ມີຄວາມຄືບໜ້າ ຈາກທາງການລາວ ຂະນະທີ່ ຜູ້ເສັຍຫາຍ ກໍໝົດຫວັງ ຈະໄດ້ເງິນຄືນ.

ນາງ ພອນທິບ ໄຊປັນຍາ ຜູ້ຕ້ອງຫາ ສໍ້ໂກງຊັພພົລເມືອງ ໃຫ້ສັມພາດ ກັບສື່ມວນຊົນ ຂະນະທີ່ຖືກ ຕຳຣວດ ກວດຄົນເຂົ້າເມືອງ (ຕມ) ຂອງໄທຍ ຄຸມໂຕຂຶ້ນຣົຖ ເພື່ອນຳໄປສືບສວນ-ສອບສວນ, ແຂວງປະທຸມທານີ (ປະເທດໄທຍ), ວັນທີ 29 ກໍຣະກະດາ 2022. ຮູບພາບ: Daily News Today

ເປັນ​ເວ​ລາ 1 ເດືອນ​ແລ້ວ ນັບ​ແຕ່​ວັນ​ທີ 29 ກໍ​ຣະ​ກະ​ດາ 2022 ທີ່​ທາງ​ການ​ໄທ​ຍ ຈັບ​ໂຕ ເຈ້​ທິບ ຫຼື ນາງ ພອນ​ພິບ ໄຊ​ປັນ​ຍາ ອາ​ຍຸ 30 ປີ ແລະ ຜົວ​ຂອງ​ລາວ ຄື ທ້າວ ອະ​ນຸ​ສິດ ພຸດ​ທະ​ວົງ ອາ​ຍຸ 34 ສົ່ງ​​ໃຫ້​ທາງ​ການ​ລາວ ໃນ​ຂໍ້​ຫາໂກງ​ເງິນ​ປະ​ຊາ​ຊົນ​ລາວ 5,000 ຄົນ.

ນາງ ພອນ​ທິບ ໄດ້​ລະ​ດົມ​ໃຫ້​ປະ​ຊາ​ຊົນ ເອົາ​ເງິນ​ມາຝາກ ໂດຍສ​ເນີ​ໃຫ້​ດອກ​ເບັ້ຽ 30 ເປີ​ເຊັນ ຕໍ່​ເດືອນ, ແຕ່​ຫຼັກ​ຈາກ​ນັ້ນ ກໍບໍ່​​ຈ່າຍ​ເງິນ​ຄືນ​ໃຫ້​ລູກ​ຄ້າ ແລ້ວ ກໍ​ຫຼົບ​ໜີ​ມາ​ປະ​ເທດ​ໄທ​ຍ ແລະ ໃນ​ວັນ​ທີ 31 ກໍ​ຣະ​ກະ​ດາ 2022 ​ເຈົ້າ​ໜ້າ​ທີ່​ ໄທ​ຍ ກໍ​ຈັບ ນາງ ​ພອນທິບ ​ແລ້ວ​ສົ່ງກັບ​ຄືນ​ໃຫ້​ທາງ​ການ​ລາວ. 

ແຕ່​ມາ​ຮອດ​ປັດ​ຈຸ​ບັນ ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ກໍ​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ ຄວາມ​ຄືບ​ໜ້າການ​ດຳ​ເນີນ​ຄະ​ດີແນວ​ໃດ ແລະ ຜູ້​ເສັຽ​ຫາຍ​ກໍ​ຕ້ອງ​ການ​ ໃຫ້​ເຈົ້າ​ໜ້າ​ທີ່​ດຳ​ເນີນ​ການ​ຢ່າງ​ໂປ່ງ​ໃສ.

ຜູ້​ເສັຽ​ຫາຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 29 ສິງ​ຫາ ວ່າ:

ຮູ້ແຕ່ວ່າ ຢູ່ໄທ ສົ່ງໂຕກັບມາລາວ ແຕ່ວ່າ ພໍແຕ່ມາຮອດລາວ ກະບໍ່ຮູ້ຂ່າວຄາວ. ເອົາໄປໄວ້ໃສ ຫຼືວ່າ ຈັ່ງໃດ ບໍ່ໄດ້ ຊີ້ແຈງຍັງເລີຍ. ເອົາມາແລ້ວ ກະງຽບເລີຍ ຢ້ານບໍ່ມີຄວາມຫວັງຊິໄດ້ຄືນຢູ່ ແນ່ນອນ. ເຂົາເຈົ້າຈົ່ມກັນຢູ່ແລ້ວວ່າ ຢາກໃຫ້ເຈົ້າໜ້າທີ່ ຫັ້ນອອກມາຊີ້ແຈງແດ່ ວ່າຄະດີຄືບໜ້າໄປຮອດໃສແລ້ວ. ຢາກໃຫ້ລາວຮັບຜິດຊອບຫັ້ນນ່າ ໜີ້ທີ່ລາວເຮັດມາຫັ້ນນ່າ.”

ທ່ານ ກ່າວ​ຕື່ມ​ວ່າ ນີ້​ກໍ​ຜ່ານ​ໄປ 1 ເດືອນ​ແລ້ວ ຫຼາຍ​ຄົນ ກໍ​ຢາກ​ໃຫ້​ຕຳ​ຣວດ​ລາວ ເປີດ​ເຜີຍ ຂໍ້​ມູນ​ ຫຼື ​ຖ​ແລງ​ຂ່າວ ໃນ​ການ​ດຳ​ເນີນ​ຄະ​ດີ​ກັບ​ເຈ້​ທິບ ໃຫ້​ທຸກ​ຄົນ​ຮັບ​ຮູ້ ຍ້ອນ​ວ່າ ຫຼາຍ​ຄົນ​ຕ້ອງ​ການ​ເງິນ ​ທີ່​ຖືກ​ໂກງ​ໄປ​ນັ້ນ ຄືນ ແລະ ທີ່​ຜ່ານ​ມາ​ຫຼາຍ​ຄົນ ກໍ​ໄດ້​ນຳ​ຫຼັກ​ຖານ​ໄປ​ຢືນ​ຢັນ ກັບເຈົ້າ​ໜ້າ​ທີ່​ຕຳ​ຣວດ​ແລ້ວ.

ກໍ​ຣະນີ ທີ່ເຈ້ທິບ ຖືກຈັບ ໃນຂໍ້ຫາສໍ້ໂກງເງິນ ຂອງປະຊາຊົນ ມີຄວາມ​ຄ້າຍ​ຄື​ກັນ ​ກັບຄະ​ດີ ບໍ​ຣິ​ສັດ PS ແລະ ສຸດ​ທ້າຍລູກ​ຄ້າ ​ທີ່​ເອົາ​ເງິນ​ໄປ​ຝາກ ​ກໍ​ບໍ່​ໄດ້​ເງິນ​ຄືນ.

ຊາວລາວ​ຄົນນຶ່ງ ທີ່ຮູ້ຈັກກັບຜູ້ເສັຽໄດ້ກ່າວວ່າ:  

ບໍ່ຮູ້ນ່າ ຄືວ່າ ມິດເລີຍ ຍັງບໍ່ໄດ້ວ່າ ຈັ່ງໃດ ຊ້ວງນີ້ ຄື ບໍ່ເຫັນຄືບໜ້າອີ່ຫຍັງ ຕັ້ງແຕ່ລາວມາ ກະຂ່າວປະມານອາທິດນຶ່ງ. ທາງ ເຈ້ທິບ ກະຊິລໍສູ້ສານຢູ່ ຄືວ່າ ງຽບໄປເລີຍ ແຕ່ສ່ວນຫຼາຍເຂົາກໍຊິວ່າ ກະບໍ່ຫວັງຊິໄດ້ຄືນແລ້ວແຫຼະ. ສ່ວນຫຼາຍກະຢ້ານບໍ່ໄດ້ເງິນຄືນດອກ ເພາະວ່າ ມັນມີຄະດີຂອງ PS ຕອນນັ້ນຫັ້ເດ້ ເຄີຍມີຄະດີແບບນີ້ຢູ່ ມິດງຽບ.”

ກ່ຽວ​ກັບ​ການ​ດຳ​ເນີນ​ຄະ​ດີ​ ກັບ​ເຈ້​ທິບນີ້ ທາງ​ການ​ຍັງ​ ກໍ​ຍັງບໍ່​ສາ​ມາດ​ເປີດ​ເຜີຍ​ ຣາຍ​ລະ​ອຽດ​ໄດ້ ເພາະ​ຖ້າ​ເປີດ​ເຜີຍ​ໄປ ​ກໍ​ຈະ​ເສັຽ​ຮູບ​ຄະ​ດີ ຍັງ​ຢູ່​ລະ​ຫວ່າງ​ການ​ດຳ​ເນີນ​ການ ​ຕາມ​ຂັ້ນ​ຕອນ ເຊິ່ງ​ຜູ້​ເສັຽ​ຫາຍ​ຫຼາຍ​ຄົນ ຕ້ອ​ງ​ລໍ​ຖ້າ​ ທາງ​ການ​ຖ​ແລງ​ຂ່າວ​ອີກ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງທ່ານ​ນຶ່ງ ໃນ​ກົມ​ໃຫຍ່​ຕຳ​ຣວດ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ກ່າວ​ໃນ​ວັນ​ທີ 29 ສິງ​ຫາ​ ວ່າ:

ອັນນີ້ນ່າ. ມີກົມວິຊາເພາະ ເຮັດຕ່າງຫາກນ່າ. ຄະດີມັນກໍຍັງບໍ່ທັນໄດ້ແລ້ວ ຫັ້ນນ່າ. ເພິ່ນກໍຍັງບໍ່ທັນໄດ້ໃຫ້ຢາກເປີດເຜີຍເທື່ອຫັ້ນນ່າ, ເພິ່ນກຳລັງດໍເນີນຢູ່ ຍັງສະຣຸບບໍ່ໄດ້ ມີແຕ່ລໍຖ້າຟັງຂ່າວຫັ້ນແຫຼະ.”

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ທີ່​ກ່ຽວ​ຂ້ອງ​ອີກ​ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ກ່າວ​ວ່າ ທາງ​ການ​ຍັງ​ດຳ​ເນີນ​ການ​ຕາມ​ຂັ້ນ​ຕອນ ແລະ​ ບໍ່​ສາ​ມາດ​ຕອບ​ໄດ້:  

ຕອນນີ້ ເພິ່ນຍັງບໍ່ທັນຮູ້ເນາະ ເພິ່ນຈະມີຂັ້ນຕອນຂອງເພິ່ນເນາະ. ເບິ່ງຕາມຂັ້ນຕອນຕໍ່ໄປ ເຮົາດຳເນີນຕາມລະບຽບຫັ້ນແຫຼະ ມີແຕ່ຕິດຕາມເບິ່ງຂ່າວທາງການ ເພິ່ນຈະມີແລງຂ່າວຕາມຫຼັງ.” ​

ຂັ້ນ​ຕອນ​ການ​ໂອນ​ເງິນ​ຂອງ​ເຈ້​ທິບ ຈາກ​ບັນ​ຊີ​ລູກ​ຄ້າ ມັນ​ມີ​ຫຼາຍ​ຂັ້ນ​ຕອນ​ ທີ່​ເຈົ້າ​ໜ້າ​ທີ່​ ຈະ​ຕ້ອງ​ຈະ​ສືບ​ສວນ.

ນັກ​ກົ​ດ​ໝາຍ ທ່ານ​ນຶ່ງ ໄດ້​ກ່າວ ວ່າ:

ສ່ວນຫຼາຍມັນຈະມີບັນຫາເຣື່ອງນີ້ແຫຼະ ເຂົາໂອນເງິນໄປບໍ່ໄດ້ຜ່ານລາວໂດຍຣົງ ແບບຜ່ານມືລູກຄ້າຂອງລາວຫັ້ນນ່າເນາະ ເພາະວ່າ ເຂົາເອົາໄປສືບສວນ ມັນຕ້ອງຮູ້ລູກທີບເຈົ້າມີຈັກຄົນ ແລ້ວກະມັນຈັ່ງຂຍາຍຜົອອກມາຫັ້ນນ່າ ເຂົາກໍນຳຄືນໄປຕາມໂຕຫັ້ນແຫຼະ.”

ເຖິງຢ່າງ​ໃດ​ກໍ​ຕາມ, ຄະ​ດີ​ເຈ້​ທິບນີ້ ກໍ​ຈະ​ເປັນ​ລັກ​ສະ​ນະ ຄື ກັບ​ຄະ​ດີ​ອື່ນໆ ທີ່​ເກີດ​ຂຶ້ນ​ໃນ​ລາວ ທີ່​ຜູ້​ເສັຽ​ຫາຍບໍ່​ໄດ້​ເງິນ​ຄືນ ເຊັ່ນ ຄະ​ດີ​ແອບ SHBC ທີ່​ລະ​ດົບ​ຮັບ​ຝາກ ສ້າງ​ຄວາມ​ເສັຽ​ຫາຍ ຫຼາຍກວ່າ 2 ຕື້ ກີບ ​ໃນ​ປີ 2021, ຄະ​ດີ Fingo ທີ່​ລົງ​ທະ​ບຽນ​ຮັບ​ເປີ​ເຊັນ ການ​ແນະ​ນຳ​ລູກ​ຄ້າ ສ້າງ​ຄວາມ​ເສັຽ​ຫາຍ ຫຼາຍກວ່າ 500 ລ້ານ​ກີບ ໃນ​ປີ 2020.

ຄະ​ດີ ບໍ​ຣິ​ສັດ PS ທີ່​ລະ​ດົມ​ທຶນ​ຮັບ​ຝາກ​ເງິນ ແລະ ໃຫ້​ດອກ​ເບັ້ຽ 6 ເປີ​ເຊັນ ຕໍ່​ເດືອນ ສ້າງ​ຄວາມ​ເສັຽ​ຫາຍກວ່າ 900 ຕື້ ກີບ ໃນ​ປີ 2017, ຄະ​ດີ​ບໍ​ຣິ​ສັດ ASEAN Face ຮັບ​ຝາກ​ເງິນ ເພື່ອ​ໃຫ້​ດອກ​ເບັ້ຽ 30 ເປີ​ເຊັນ ຕໍ່​ເດືອນ ສ້າ​ງ ຄວາມ​ເສັຽ​ຫາຍ 16 ລ້ານ​ໂດ​ລ້າຣ໌ ໃນ​ປີ 2017, ແລະ ຄະ​ດີ ບໍ​ຣິ​ສັດ ແມ່ກີ້ ຮັບ​ຝາກ​ເງິນ ແລ້ວ​ໃຫ້​ດອກ​ເບັຽ 6 ເປີ​ເຊັນ ຕໍ່​ເດືອນ ສ້າງ​ຄ​ວາມ​ເສັຽ​ຫາຍ 16 ລ້ານ​ໂດ​ລ້າຣ໌ໃນ​ປີ 2015.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org