ກະຊວງ ຮັບຝາກຄົນຂອງຜູ້ນຳ ລະດັບສູງ ເປັນຣັຖກອນ
ມີການຝາກ ລູກ-ຫຼານ ຜູ້ນຳລະດັບສູງ ຂອງລາວ ເຂົ້າເຮັດວຽກ ຢູ່ກະຊວງການເງິນ 6 ຄົນ, ສ່ວນວ່າ ຜູ້ທີ່ເສັງຜ່ານພັດບໍ່ມີລາຍຊື່ ເຂົ້າເປັນຣັຖກອນໃໝ່ ເຫດການດັ່ງກ່າວ ໄດ້ກາຍເປັນປະເດັນ ທີ່ສັງຄົມ ໃຫ້ຄວາມສົນໃຈ ແລະ ມີການວິພາກ-ວິຈານກັນ ໃນສື່ສັງຄົມອອນລາຍນ໌, ແຕ່ກະຊວງການເງິນ ປະຕິເສດເຣື່ອງນີ້.
-
ອຸ່ນແກ້ວ
2022-09-22 -
-
-
Your browser doesn’t support HTML5 audio
ໃນວັນທີ 21 ກັນຍາ 2022 ທີ່ຜ່ານມາ, ມີໃຊ້ເຟສບຸກ ຊື່ວ່າ “Joseph Akaravong” ໄດ້ເຜີຍແຜ່ ເອກສານພາຍໃນ ຂອງກະຊວງການເງິນ ກ່ຽວກັບການສເນີ ພິຈາຣະນາຮັບເອົາລູກ-ຫຼານ ກຸ່ມຜູ້ນຳລະດັບສູງ ເຂົ້າເປັນຣັຖກອນໃໝ່ ຈຳນວນ 6 ຄົນ ທີ່ເສັງບໍ່ຜ່ານ ສ່ວນວ່າ ຜູ້ທີ່ເສັງຜ່ານ ພັດບໍ່ມີລາຍຊື່ເຂົ້າເປັນຣັຖກອນໃໝ່.
ເຫດການດັ່ງກ່າວ ໄດ້ກາຍເປັນປະເດັນທີ່ສັງຄົມ ໃຫ້ຄວາມສົນໃຈ ແລະ ມີການວິພາກ ວິຈານ ກັນໃນສື່ສັງຄົມອອນລາຍນ໌.
ໃນວັນດຽວກັນ, ກະຊວງການເງິນ ກໍໄດ້ອອກໜັງສື ຊີ້ແຈງກ່ຽວກັບເຣື່ອງດັ່ງກ່າວ ໂດຍອະທິບາຍວ່າ ຈຳນວນ 6 ຄົນ ດັ່ງກ່າວ ແມ່ນໄດ້ເຂົ້າຮ່ວມ ການສອບເສັງ ຄັດເລືອກຕາມລະບຽບການ ແລະ ໄດ້ຜ່ານມາຕຖານ ເງື່ອນໄຂ ຂອງກະຊວງ ການເງິນ ຈຶ່ງໄດ້ບັນຈຸເປັນຣັຖກອນ ຂອງກະຊວງການເງິນ.
ຕໍ່ບັນຫາດັ່ງກ່າວ ປະຊາຊົນກໍຮຽກຮ້ອງໃຫ້ ມີການກວດສອບ ຢ່າງຈິງຈັງ.
ຊາວນະຄອນປາກເຊ ແຂວງຈຳປາສັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກັນຍາ ວ່າ:
“ມັນບໍ່ຖືກແລ້ວ, ເອົາແຕ່ລູກເຈົ້າຫຼານນາຍ ເຮັດມັນບໍ່ຖືກຕ້ອງ ບໍ່ວ່າລູກໃຜຫຼານໃຜ ໃຫ້ກວດສອບໃໝ່ເບິ່ງວ່າ ເຂົາເສັງເບາະ ຫຼືວ່າ ໄດ້ເບາະ ລະດັບໃດ ຂັ້ນຕອນໃດເຂົາເຮັດ ຕ້ອງເອົາພວກມີລະດັບ ແລະ ມີວັທນະທັມສູງ.”
ຊາວນະຄອນປາກເຊທ່ານນີ້ ກ່າວຕື່ມວ່າ ຖ້າລູກ-ຫຼານ ຂອງພວກຜູ້ນຳລະດັບສູງ ຕ້ອງການເຂົ້າເປັນຣັຖກອນ ກໍຄວນຈະສມັກສອບເສັງ ໄປຕາມລະບຽບການ ຕັ້ງແຕ່ຮອບການເຂົ້າສມັກສອບເສັງ, ການເສັງຂໍ້ອ່ານ-ຂໍ້ຂຽນ ແລະ ການສັມພາດ ແລະ ຖ້າເສັງຜ່ານໝົດທຸກຂໍ້ ຢ່າງໂປ່ງໄສ ສັງຄົມກໍໃຫ້ການຍອມຮັບ ໂດຍບໍ່ມີຂໍ້ໂຕ້ແຍ້ງໃດໆ.
ການຮັບເອົາລູກ-ຫຼານ ຂອງຜູ້ນຳລະດັບສູງ ເຂົ້າເປັນຣັຖກອນ ເປັນບັນຫາຊຳເຮື້ອມາດົນແລ້ວ. ຊາວນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
“ອັນນີ້ມັນເປັນພະຍາດຊຳເຮື້ອ ມາແຕ່ດົນແລ້ວ ເຖິງວ່າແມ່ນວ່າ ນາຍົກ ເພິ່ນຈະເວົ້າກໍຕາມ ແລ້ວເຣື່ອງການປະຕິບັດໜ້າທີ່ ວຽກງານຫັ້ນ ອັນນີ້ປະຊາຊົນກໍຮູ້ດີແຫຼະ ຜ່ານມາ ມັນໄປບໍ່ລອດ.”
ຜູ້ທີ່ຈະສມັກເຂົ້າ ເປັນຣັຖກອນຈຳນວນນຶ່ງ ຕ້ອງມີການແລ່ນວິ້ງເຕັ້ນ ແລະ ເຂົ້າຫາບຸກຄົນ ທີ່ສາມາດຊ່ວຍ ໃຫ້ເຂົ້າເປັນຣັຖກອນໄດ້.
ຊາວໜຸ່ມຄົນນຶ່ງ ໃນນະຄອນຫລວງວຽງຈັນ ຜູ້ທີ່ມີອ້າຍ ແລະ ເອື້ອຍ ໄດ້ເຂົ້າເປັນຣັຖກອນ ແບບມີເສັ້ນສາຍ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກັນຍາ ວ່າ:
“ຄືກັນ! ອ້າຍຂ້ອຍກະເຂົ້ານຳເສັ້ນ ນຳສາຍ, ເອື້ອຍຂ້ອຍ ກະເຂົ້ານຳເສັ້ນນຳສາຍ. ສມັຍ ເພິ່ນຮຽນຈົບມາໃໝ່ໆ ຄັນບໍ່ມີເສັ້ນສາຍ ແລ່ນເອົາກະຄືຊິຍາກ ຕ້ອງໄດ້ຈອງໄວ້ 2-3 ປີ ກ່ອນລ່ວງໜ້າ. ລູກເຈົ້າຫຼານນາຍທັງຫຼາຍ ຕ້ອງໃຊ້ຄົນແດ່ ຕ້ອງໃຊ້ແບບຄົນຮູ້ຈັກ ຮັກແພງເດ້.”
ຊາວໜຸ່ມຄົນຣຸ້ນໃໝ່ ໃນລາວຫຼາຍຄົນ ກໍບໍ່ຢາກສມັກເຂົ້າເປັນຣັຖກອນ ເພາະຕ້ອງໃຊ້ເວລາຫຼາຍປີ ຈຶ່ງຈະສາມາດສ້າງຖານະຂອງຕົນເອງໃຫ້ໝັ້ນຄົງ.
ຊາວໜຸ່ມຄົນນຶ່ງ ຢູ່ແຂວງສວັນນະເຂດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກັນຍາ ວ່າ:
“ຄົນຣຸ້ນໃໝ່ນີ້ ບໍ່ຄ່ອຍຢາກເຮັດວຽກຣັຖກອນດອກ ເນື່ອງຈາກວ່າ ມັນລາຍໄດ້ໜ້ອຍ ແລ້ວກະມັນບໍ່ກຸ້ມ ມັນກະເປັນປະກົດການທີ່ແບບ ບໍ່ຢາກເຮັດວຽກນຳຣັຖບໍ່ ຊາມຊິໄດ້ເຂົ້າເປັນຣັຖກອນ ມັນກະໃຊ້ເວລາດົນ ກວ່າຊິໄດ້ເກັບເງິນ ມັນກະຫຼາຍໆ ປັດໃຈຫັ້ນແຫຼະ.”
ຜູ້ນຳລະດັບສູງຂອງລາວ ກໍຍອມຮັບວ່າ ຍັງມີການບໍຣິຫານແບບອາຍາສິດ ແລະ ເກື້ອກູນ. ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວໃນກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 13 ມິຖຸນາ 2022 ຕອນນຶ່ງວ່າ:
“ເຊິ່ງເຄີຍເວົ້າກັນຫຼາຍແລ້ວ ເຊັ່ນ ຄວາມຮັບຜິດຊອບບໍ່ສູງ ຄວາມເສັຽສະລະ ເພື່ອຜົລປໂຍດບໍ່ສ່ວນລວມມີໜ້ອຍ ບໍ່ຍອມປ່ຽນແປງ ສູ່ອັນໃໝ່ທີ່ດີກວ່າ ຍ້ອນຕິດພັນກັບຜົລປໂຍດສ່ວນຕົວ ແລະ ພາກສ່ວນກົນລໄກ ການບໍຣິຫານ ອາຍາສິດ ເກື້ອກູນ ແລະ ອື່ນໆ ສິ່ງເຫຼົ່ານີ້ ເປັນທັງຈຸດອ່ອນ ຂໍ້ຄົງຄ້າງ ແລະ ເປັນທັງສາເຫດ ທີ່ພາໃຫ້ສະພາບຄວາມຫຍຸ້ງຍາກ ຂອງປະເທດເຮົາ ບໍ່ໄດ້ຮັບການແກ້ໄຂ ໃຫ້ດີເທົ່າທີ່ຄວນ.”
ອີງຕາມເອກສານພາຍໃນ ຂອງກະຊວງການເງິນ ກ່ຽວກັບການສເນີ ພິຈາລະນາຮັບເອົາລູກ-ຫຼານ ຂອງຜູ້ນຳລະດັບສູງ ເຂົ້າເປັນຣັຖກອນໃໝ່ ຈຳນວນ 6 ຄົນ ເພື່ອສເນີເຖິງ ກະຊວງພາຍໃນ ບັນຈຸເຂົ້າໃນງວດທີ 3 ປີ 2022 ຕາມການຕົກລົງເຫັນດີ ເປັນເອກພາບຂອງກອງປະຊຸມ ຄະນະປະຈຳພັກ ກະຊວງການເງິນ ຄັ້ງວັນທີ 19 ມົກກະຣາ 2022 ໂດຍ ລາຍຊື່ດັ່ງນີ້:
- ທ້າວ ຄຳປະສິດ ນິນສະຫວ່າງ ອາຍຸ 31 ປີ, ຜູ້ສເນີຝາກ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຣີ, ຄະແນນເສັງ30 ຄະແນນ.
- ທ້າວ ທິນນະກອນ ຫລວງລາດ ອາຍຸ 33 ປີ, ຜູ້ສເນີຝາກ ຍານາງ ຄຳເມິງ ວໍລະຈິດ ຄອບຄົວ ທ່ານ ບຸນຍັງ ວໍລະຈິດ ອະດີຕປະທານປະເທດ, ຄະແນນເສັງ10 ຄະແນນ.
- ນາງ ມາລິນີ ກົມມະສິດ ອາຍຸ 25 ປີ, ຜູ້ສເນີຝາກ ທ່ານ ສະເຫລີມໄຊ ກົມມະສິດ ກັມມະການ ກົມການເມືອງສູນກາງພັກ, ຣັຖມົນຕຣີ ກະຊວງການຕ່າງປະເທດ, ຄະແນນເສັງ40 ຄະແນນ.
- ນາງ ຈັນສຸກ ຈິດມະນີ ອາຍຸ 28 ປີ, ຜູ້ສເນີຝາກ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ຄະແນນເສັງ40 ຄະແນນ.
- ນາງ ກະຕ່າຍທອງ ຜາງນິວົງ ອາຍຸ 22 ປີ, ຜູ້ສເນີຝາກ ທ່ານ ບຸນປອນ ວັນນະຈິດ ຮອງຣັຖມົນຕຣີ ກະຊວງການເງິນ, ຄະແນນເສັງ40 ຄະແນນ.
- ທ້າວ ໂພຄຳ ລາດຊະວົງ ອາຍຸ 33 ປີ, ຜູ້ສເນີຝາກ ຍານາງ ນາລີ ສີສຸລິດ ຄອບຄົວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ຄະແນນເສັງ 20 ຄະແນນ.
ອີງຕາມເອກສານດັ່ງກ່າວ ທີ່ເຜີຍແຜ່ອອກໄປ, ຍັງມີອີກ 4 ຄົນ ຄື ນາງ ບຸນປາດຖະໜາ ກັນຍາວົງ, ທ້າວ ຄຳພາ ພົມວິໄຊ, ນາງ ອັກສອນ ແກ້ວຫາວົງ ແລະ ນາງ ຊະໄມພອນ ຫລວງລາດ ທີ່ບໍ່ໄດ້ຜ່ານການສອບເສັງ ແຕ່ ຖືກບັນຈຸເຂົ້າເປັນຣັຖກອນ ກະຊວງການເງິນ ເຊິ່ງແຕ່ລະຄົນ ໄດ້ຈ່າຍເງິນສິບົນ ໃຫ້ເຈົ້າໜ້າທີ່ ກະຊວງການເງິນຈຳນວນ 100,000 ໂດລ້າຣ໌.
ແຕ່ເຈົ້າໜ້າທີ່ ກະຊວງການເງິນ ໄດ້ຊີ້ແຈງວ່າ ທັງ 4 ຄົນ ໄດ້ຈັດຕັ້ງ ປະຕິບັດໃນຮູບແບບ ສັມພາດໂຕຈິງ ຍ້ອນວ່າ ຕ້ອງໄດ້ປະເມີນສະເພາະ ຕາມໜ້າວຽກໂຕຈິງ ທີ່ພວກກ່ຽວ ປະຕິບັດຢູ່ບັນດາກົມ ໃນໄລຍະນຶ່ງ ຖ້າບໍ່ຜ່ານການປະເມີນ ກໍຈະບໍ່ບັນຈຸເຂົ້າເປັນ ຣັຖກອນ ແຕ່ປະກົດວ່າ ຜົລການປະເມີນຂອງທັງ 4 ຄົນ ຜ່ານການປະເມີນຕາມເງື່ອນໄຂ ຂອງກະຊວງການເງິນກຳນົດ ຈຶ່ງຖືກບັນຈຸເຂົ້າເປັນຣັຖກອນ.
ສ່ວນເຣື່ອງການຮັບເອົາເງິນສິນບົນ ຈຳນວນ 100,000 ໂດລ້າຣ໌ ນັ້ນ ເຈົ້າໜ້າທີ່ ກະຊວງການເງິນ ຊີ້ແຈງວ່າ ບໍ່ເປັນຄວາມຈິງ.
ກ່ຽວກັບບັນຫາ ການຮັບເອົາພະນັກງານ ເປັນຣັຖກອນ, ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ເຄີຍກ່າວ ຢູ່ໃນກອງປະຊຸມ ຣັຖບານເປີດກວ້າງ ໃນຕົ້ນປີ 2022 ຕອນນຶ່ງວ່າ “ບາງບ່ອນຍັງມີປະກົດການຫຍໍ້ທໍ້ເກີດຂຶ້ນ ແລະ ບໍ່ໄປຕາມຂະບວນການ ທີ່ກຳນົດ, ຍ້ອນ ຍັງມີບັນຫາເຈັ້ຽນ້ອຍ, ເຈັ້ຽໃຫຍ່ ຫຼື ບັນຫາ ຄົນເຈົ້າ, ຄົນຂ້ອຍເກີດຂຶ້ນ ເຊິ່ງນີ້ ໄດ້ກາຍເປັນບັນຫາສໍາຄັນ ທີ່ຕ້ອງໄດ້ແກ້ໄຂ ໃຫ້ໄດ້ຢ່າງເດັດຂາດໃນຕໍ່ໜ້າ.”