ກອງປະຊຸມສິດທິເດັກນ້ອຍ
2015.05.20
ຄນະ ກັມມະການ ດ້ານ ສິດທິ ເດັກນ້ອຍ ເປີດ ປະຊຸມ ທີ່ ນະຄອນ ເຈນີວາ ປະເທດ ສວິດເຊິແລັນ, ແຕ່ ວັນທີ 18 ພຶສພາ ຫາ ທີ 5 ມິຖຸນາ 2015, ເພື່ອ ທົບທວນ ການ ສົ່ງເສີມ ແລະ ປົກປ້ອງ ສິດທິ ຂອງ ເດັກນ້ອຍ ຕາມ ສົນທິ ສັນຍາ ສາກົລ ວ່າດ້ວຍ ສິດທິ ຂອງ ເດັກນ້ອຍ ແລະ ສັນຍາ ເພີ່ມຕື່ມ ຢູ່ ປະເທດ ອິຣິຕເຕຣັຽ, ແມັກຊິໂກ, ຮົນດູຣັສ, ອິຕິໂອເປັຽ, ນີເດີແລັນ, ສປປລາວ ແລະ ອິສຣາແອັນ.
ຂ່າວຈາກ ນະຄອນ ເຈນີວາ ຣາຍງານ ວ່າ, ສປປລາວ ຢູ່ ຣະຫວ່າງ ການສເນີ ຣາຍງານ ຂອງຕົນ, ຕາມ ສັນຍາ ເພີ້ມຕື່ມ ວ່າດ້ວຍ ເດັກນ້ອຍ ໃນຂໍ້ ຂັດແຍ່ງ ໂດຍໃຊ້ ອາວຸດ ແລະ ສັນຍາ ເພີ້ມຕື່ມ ວ່າດ້ວຍ ການຄ້າ ເດັກນ້ອຍ ໂສເພນີ ເດັກນ້ອຍ ແລະ ການ ກະທໍາ ອະນາຈານ ຕໍ່ ເດັກນ້ອຍ.
ຄນະ ກັມມະການ ດ້ານ ສິດທິ ເດັກນ້ອຍ ເປັນ ອົງການ ຂອງ ບັນດາ ຜູ້ຊ່ຽວຊານ ເອກກະຣາດ, ຕັ້ງຂຶ້ນ ໃນ ປີ 1991 ເພື່ອ ສັງເກດ ການ ປະຕິບັດ ສົນທິ ສັນຍາ ວ່າດ້ວຍ ສິດທິ ເດັກນ້ອຍ ຂອງ ປະເທດ ພາຄີ ຕ່າງໆ. ພ້ອມ ດຽວກັນ ຄນະ ກັມມະການ ຍັງ ສັງເກດ ການ ປະຕິບັດ ສັນຍາ ເພີ່ມຕື່ມ 2 ສະບັບ ນໍາດ້ວຍ ຄື ສະບັບ ທີ່ກ່ຽວ ຂ້ອງກັບ ເດັກນ້ອຍ ໃນ ຂໍ້ ຂັດແຍ່ງ ທີ່ ມີການ ໃຊ້ ກໍາລັງ ແລະ ທີ່ ກ່ຽວຂ້ອງ ກັບ ການຂາຍ ເດັກນ້ອຍ ກັບ ໂສເພນີ ເດັກນ້ອຍ ແລະ ການກະທໍາ ອະນາຈານ ຕໍ່ ເດັກນ້ອຍ.
ສປປລາວ ໄດ້ໃຫ້ ສັຕຍາບັນ ສົນທິ ສັນຍາ ສະຫະ ປະຊາຊາດ ວ່າດ້ວຍ ສິດທິ ເດັກນ້ອຍ ໃນປີ 1991 ແຕ່ ຣັຖບານ ລາວ ຍັງບໍ່ໄດ້ ບັນຈຸ ເຂົ້າໃນ ນະໂຍບາຍ ພາຍໃນ ຂອງຕົນ ເທື່ອ.