ຈີນ ວ່າລາວເຂົ້າຂ້າງຕົນ

ອຸ່ນແກ້ວ ສຸກສະຫວັນ
2016.07.26
F-China ຜູ້ຕາງໜ້າ ສປຈີນ ທີ່ເຂົ້າຮ່ວມ ກອງປະຊຸມອາຊຽນ
RFA

ສຳນັກຂ່າວ ຊິນຫົວ ຂອງ ຈີນ ໄດ້ ຣາຍງານວ່າ ທ່ານ ຫວັງ ຢີ ຣັຖມົນຕຼີ ການຕ່າງ ປະເທດ ຂອງຈີນ ໄດ້ກ່າວສະແດງ ຄວາມຂອບໃຈ ທີ່ ລາວ ມີຈຸດຢືນ ກ່ຽວກັບ ບັນຫາ ທະເລຈີນໃຕ້ ເນື່ອງ ໃນໂອກາດ ທີ່ ທ່ານພົປະ ກັບ ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຼີ ການ ຕ່າງ ປະເທດ ຂອງລາວ.

ທ່ານ ຫວັງຢີ ກ່າວອີກວ່າ ບັນດາ ປະເທດອາຊຽນ ອື່ນໆ ກໍເຊື່ອວ່າ ບັນຫາ ຂໍ້ພິພາດ ທະເລຈີນໃຕ້ ຣະຫວ່າງ ຈີນ ກັບ ອາຊຽນ ບໍ່ເປັນ ບັນຫາໃຫຍ່ ແລະ ຈະບໍ່ເປັນ ອຸປສັກ ໃຫ້ແກ່ ການພັທນາ ຄວາມສຳພັນ ຣະຫວ່າງຈີນ ກັບ ອາຊຽນ. ຈີນ ມີຄວາມຈິງໃຈ ທີ່ ຈະສະໜັບ ສະໜູນ ລາວ ໃນຖະນະທີ່ ເປັນປະທານ ກອງປະຊຸມ ຣັຖມົນຕຼີ ການ ຕ່າງປະເທດ ອາຊຽນ ເພື່ອ ຮັບປະກັນ ຜົນສຳເຣັດ ຂອງ ກອງ ປະຊຸມ. ອີງຕາມຄຳເວົ້າ ຂອງ ທ່ານ ຫວັງຢີ.

ແຕ່ໃນເວລາ ດຽວກັນ ນັ້ນ ພະນັກງານ ຂັ້ນສູງ ຂອງລາວ ທ່ານນຶ່ງ ຜູ້ ທີ່ບໍ່ປະສົງ ອອກຊື່ ກໍໃຫ້ ເຫດຜົນວ່າ ການທີ່ ຈີນ ພຍາຍາມ ຈະສະເໜີ ໃຫ້ການ ຊ່ວຍເຫລືອ ລາວ ແລະ ກ່າວ ຍ້ອງຍໍ ລາວ ໃນເວລານີ້ ສາມາດ ຕີຄວາມໝາຍໄດ້ ສອງປະເດັນ ຄື:

ປະເດັນ ທີ 1 ແມ່ນ ຕ້ອງການເອົາໃຈ ລາວ ໃຫ້ເຂົ້າຂ້າງ ຕົນເອງ ເພາະຈີນ ກໍຮູ້ດີວ່າ ລາວກັບວຽດນາມ ມີຄວາມສຳພັນກັນ ຢ່າງເລິກຊຶ້ງ.

ປະເດັນທີ 2 ແມ່ນ ການທີ່ ສື່ມວນຊົນ ຊອງຈີນ ມັກສະເໜີຂ່າວ ໃນທຳນອງ ທີ່ວ່າ ລາວ ສະໜັບສະໜູນ ຈີນ ໃນເລື້ອງ ທະເລຈີນໃຕ້ ນັ້ນ ເປັນການ ກົດດັນ ຣັຖບານລາວ ໂດຍ ທາງອ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.