ຈີນ ແຜ່ອິດທິພົລ ຫລາຍດ້ານ ໃນສປປລາວ
2019.10.15

ປັດຈຸບັນ, ຈີນ ພວມເຂົ້າມາ ມີອິດທິພົລ ແລະ ບົດບາດ ໃນລາວ ເກືອບທຸກດ້ານແລ້ວ. ໃນພາບໃຫຍ່, ຈີນ ໄດ້ເຂົ້າມາ ຮ່ວມມື ກັບຣັຖບານລາວ ໃນດ້ານເສຖກິຈ, ວັທນະທັມ-ສັງຄົມ, ການສຶກສາ, ສື່ມວນຊົນ ແລະ ດ້ານຄວາມໝັ້ນຄົງ.
ສິ່ງນຶ່ງ ທີ່ຕອກຢ້ຳວ່າ ຈີນ ໄດ້ເຂົ້າມາ ມີອິດທິພົລ ໃນລາວ ເກືອບທຸກດ້ານນັ້ນ ແມ່ນສະແດງອອກ ດ້ານຄວາມໝັ້ນຄົງ, ເຊິ່ງທັງ 2 ຝ່າຍ ຣະຫວ່າງ ຣັຖບານລາວ ແລະ ຈີນ ໄດ້ສືບຕໍ່ ເຜີຍແຜ່ ແລະ ເຊື່ອມຊຶມແນວຄວາມຄຶດ ທາງການເມືອງ ຢ່າງເປັນຂະບວນການເລື້ອຍໆມາ ອັນທີ່ ທາງການລາວ ເອີ້ນວ່າ “ການສ້າງປະຊາຄົມ ຮ່ວມຊະຕາກັມ ລາວ-ຈີນ.”
ນອກຈາກນີ້ແລ້ວ, ສິ່ງທີ່ ປະຈັກຕາ ສັງຄົມລາວ ແລະ ສາມາດ ສັມຜັດໄດ້ເຖິງ ອິດທິພົລຈີນ ກໍແມ່ນການຮ່ວມມື ທາງດ້ານເສຖກິຈ ທີ່ມີໂຄງການ ນ້ອຍ-ໃຫຍ່ ຢັ່ງຢາຍ ຕັ້ງແຕ່ເໜືອຕລອດໃຕ້ ແລະ ທາງຣົດໄຟ ລາວ-ຈີນ ກໍເປັນໂຕຢ່າງ ທີ່ຈະແຈ້ງທີ່ສຸດ.
ຕໍ່ການຮ່ວມມື ດັ່ງກ່າວ, ກໍເຮັດໃຫ້ ຊາວລາວຫຼາຍກຸ່ມຄົນ ມີຄວາມຄຶດເຫັນ ທີ່ຫຼາກຫຼາຍ ແຕກຕ່າງການໄປ ທີ່ມີທັງຈຸດດີ, ຈຸດທີ່ຄວນຣະວັງ ແລະ ຈຸດທີ່ໜ້າເປັນຫ່ວງ.
ນັກສັງເກດການ ດ້ານເສຖກິຈ ໃນລາວ ໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ຟັງໃນມື້ວັນທີ 15 ຕຸລາ ວ່າ ການເຂົ້າມາ ຂອງທຶນຈີນ ຖືເປັນຈຸດດີ ສຳລັບປະເທດລາວ ໃນດ້ານການພັທນາ ໂຄງຮ່າງພື້ນຖານ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ ຣັຖວິສາຫະກິຈ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ຄົນທ້ອງຖິ່ນ.
(ສຽງສັມພາດ ນັກສັງເກດການ ດ້ານເສຖກິຈ ໃນລາວ)
ນັກຊ່ຽວຊານ ດ້ານເສຖກິຈ ມະຫາພາກ ຂອງລາວທ່ານນຶ່ງ ກໍໄດ້ໃຫ້ ທັສນະ ແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ຟັງ ໃນມື້ດຽວກັນນັ້ນວ່າ ການຮ່ວມມື ຣະຫວ່າງ ລາວ-ຈີນ ໄດ້ຊ່ອຍເຮັດໃຫ້ ມີການເຂົ້າ ຂອງແຫຼ່ງທຶນ ໃນການພັທນາ ປະເທດ, ເປັນຕົ້ນກໍແມ່ນ ໂຄງການຂນາດໃຫຍ່ ໂຄງການທາງຣົດໄຟ ແລະ ທັງນຳເອົາຊັພຍາກອນ ມະນຸສ ທີ່ມີທັກສະ ເຂົ້າມາພັທນາ ຄົນລາວ ນຳດ້ວຍ ເພາະປະເທດລາວ ຍັງຂາດ ຈຸດນີ້ຫຼາຍ.
(ສຽງສັມພາດ ນັກຊ່ຽວຊານ ດ້ານເສຖກິຈ ມະຫາພາກໃນລາວ)
ເຖິງຢ່າງໃດກໍຕາມ, ນັກຊ່ຽວຊານ ທ່ານນີ້ ກໍໄດ້ສະແດງ ຄວາມເປັນຫ່ວງວ່າ ສິ່ງທີ່ ທາງການລາວຄວນຣະວັງ ກໍແມ່ນ ບັນຫາໜີ້ສິນ ເພາະເຣື້ອງແບບນີ້ ເຄີຍມີບົດຮຽນ ກັບປະເທດອື່ນມາແລ້ວ.
(ສຽງສັມພາດ ນັກຊ່ຽວຊານ ດ້ານເສຖກິຈ ມະຫາພາກ ໃນລາວ)
ໃນດ້ານວັທນະທັມ-ສັງຄົມແລ້ວ, ຈີນ ກໍເຂົ້າມາ ມີບົດບາດ ໃນຫຼາຍຂະແນງການ ເປັນຕົ້ນ ກໍແມ່ນການຮ່ວມມື ດ້ານການສຶກສາ, ການທ່ອງທ່ຽວ ແລະ ສື່ສານມວນຊົນ. ຢ່າງຫຼ້າສຸດນີ້, ທັງ 2 ຝ່າຍ ກໍໄດ້ມີການຮ່ວມມື ສ້າງຕັ້ງ ສະຖາບັນຂົງຈື້ ໃນຂອບເຂດ ມະຫາວິທຍາລັຍແຫ່ງຊາຕລາວ ໃນນະຄອນຫຼວງວຽງຈັນ ແລະ ມະຫາວິທຍາລັຍ ສຸພານຸວົງສ໌ ທີ່ແຂວງຫຼວງພຣະບາງ, ອີກທັງ ຍັງເປີດ ມະຫາວິທຍາລັຍ ຊູໂຈ ປະຈຳນະຄອນຫຼວງວຽງຈັນ ນຳດ້ວຍ. ນອກຈາກນີ້, ຈີນ ກໍໄດ້ໃຫ້ ທຶນການສຶກສາ ແກ່ນັກສຶກສາລາວ ມີໂຕເລຂ ສະສົມແລ້ວ ເຖິງຫຼາຍ 1,000 ທຶນ ແລະ ປັດຈຸບັນ ກໍມີນັກສຶກສາລາວ ທີ່ຮຽນ ຢູ່ຈີນເຖິງ 14,000 ປາຍຄົນ, ອີງຕາມຄວາມເວົ້າ ຂອງທູຕຈີນປະຈຳລາວ ທ່ານ ຈ່ຽງ ຈ້າຍຕຸ່ງ ທີ່ໄດ້ກ່າວໃນນະຄອນຫຼວງວຽງຈັນ ເມື່ອເດືອນສິງຫາ ທີ່ຜ່ານມາ.
ແຕ່ຊາວລາວ ທ່ານນຶ່ງ ໄດ້ແບ່ງປັນ ທັສນະ ຂອງນາງ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ ການຮ່ວມມື ທາງດ້ານວັທນທັມ-ສັງຄົມ ລາວ-ຈີນ ອາຈເປັນ ຜົລບໍ່ດີ ໃນໄລຍະຍາວ ຜ່ານການເຂົ້າມາຊື້ທີ່ດິນ ຈາກຄົນຈີນ.
(ສຽງສັມພາດ ຊາວບ້ານ ໃນນະຄອນຫຼວງວຽງຈັນ)
ນັ້ນແມ່ນ ທັສນະທີ່ ຫຼາກຫຼາຍ ຂອງຊາວລາວ ພາຍໃນປະເທດ ຕໍ່ການເຂົ້າມາ ມີບົດບາດ ແລະ ອິດທິພົລ ຂອງຈີນ ໃນລາວ ເກືອບທຸກຂະແນງການ.
ສບາຍດີ.